ເຣື້ອງທີ່ເກັບບັນທຶກໄວ້
2022-08-27
ອະດີດ ນາຍົກຣັຖມົນຕຣີ ມາເລເຊັຽ ທ່ານ ນາຈິບ ຣາຊັກ ຖືກສານຕັດສິນ ໃຫ້ຕິດຄຸກ 12 ປີ ໃນຂໍ້ຫາສໍ້ຣາຊບັງຫຼວງ ຂະນະທີ່ ທ່ານ ນາຈິບ ອ້າງວ່າ ຕົນເອງ ບໍ່ໄດ້ຮັບຄວາມເປັນທັມ, ບໍ່ໄດ້ມີໂອກາດ ໃຫ້ການຊີ້ແຈງ ໃນສານ.
2022-08-26
ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຊຍະບູຣີ ທີ່ຖືກຍົກຍ້າຍ ອອກຈາກພື້ນທີ່, ຫຼາຍຄອບຄົວ ມີອາຊີບບໍ່ໝັ້ນຄົງ ເຖິງວ່າ ຈະໄດ້ຮັບການຝຶກອົບ ອາຊີບຈາກໂຄງການກໍຕາມ ແຕ່ກໍຫລົ້ມແຫຼວ ເນື່ອງຈາກໂຄງການບໍ່ມີແຜນຮອງຮັບ ໃນໄລຍະຍາວ ນີ້ຄືຜົລກະທົບທີ່ບໍ່ສິ້ນສຸດ ພາຍຫຼັງສ້າງເຂື່ອນສຳເຣັດ.
2022-08-26
ໃບກະທ່ອມ ເປັນພືດຢາເສບຕິດ ຜິດກົດໝາຍ, ແຕ່ຢູ່ ບາງແຂວງ ຮວມທັງ ນະຄອນຫລວງວຽງຈັນ, ສວັນນະເຂດ ແລະຈໍາປາສັກ ເຣີ່ມມີຂາຍ ທາງສື່ສັງຄົມອອນລາຍນ໌ຫລາຍຂຶ້ນ, ມີທັງຂາຍໃບສົດ ແລະເປັນຕົ້ນ ທີ່ນໍາໄປປູກໄດ້.
2022-08-26
ສິນຄ້າໂອດ໋ອບ ຫຼື One District One Product (ODOP) ຍັງບໍ່ທັນເປັນທີ່ນິຍົມ ຂອງຄົນລາວ ພໍປານໃດ ຍ້ອນ ລາຄາແພງ ເມື່ອທຽບໃສ່ ສິນຄ້າຈາກ ປະເທດເພື່ອບ້ານ ຂະນະທີ່ ຜລິຕພັນດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບ ການສນັບສນູນ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອພັທນາຕໍ່ ໃຫ້ດີຂຶ້ນຮອບດ້ານ.
2022-08-26
ນໍ້າຫ້ວຍໝາກຮຽວ ເປັນມົນລະພິດ ມີກິ່ນເໝັນ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຜູ້ຄົນ ທີ່ອາສັຍຢູ່ບໍຣິເວນໃກ້ຄຽງ ໂດຍສະເພາະ ໃນຣະດູແລ້ງ, ສັນນິຖານວ່າ ເປັນຍ້ອນ ໂຮງຈັກ-ໂຮງງານ ຫລາຍແຫ່ງ ປ່ອຍນໍ້າເສັຍ ທີ່ບໍ່ໄດ້ບໍາບັດລົງໃສ່, ຂະນະທີ່ທາງການ ກໍຍັງບໍ່ຢືນຢັນເທື່ອວ່າ ເຫດເກີດມາຈາກຫຍັງກັນແທ້.
2022-08-26
ປັດຈຸບັນ ເນື້ອທີ່ທົ່ງນາຂອງປະຊາຊົນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຫລຸດໜ້ອຍຖອຍລົງ ເນື່ອງຈາກປະຊາຊົນ ຫັນເນື້ອທີ່ທົ່ງນາ ໄປເປັນອຸດສາຫະກັມ ການບໍຣິການ, ການທ່ອງທ່ຽວ ເປັນຈຳນວນຫຼາຍ ແລະມີແນວໂນ້ມວ່າ ເນື້ອທີ່ດິນນາໃນເຂດດັ່ງກ່າວນີ້ ຈະຫລຸດລົງເລື້ອຍໆ ໃນແຕ່ລະປີ.
2022-08-25
ຜແນກພາຍໃນ ແຂວງສວັນນະເຂດ ມີຄຳສັງຍຸບມູລນິທິ ອາສາຊ່ວຍເຫຼືອ ຜູ້ປະສົບພັຍ ແຂວງສວັນນະເຂດ ຢ່າງຖາວອນ ຍ້ອນວ່າ ມູລນິທິດັ່ງກ່າວ ສວຍໂອກາດ ຮຽກເກັບເງິນ ນຳຍາຕພີ່ນ້ອງ ຜູ້ປະສົບພັຍທຸກໆຄັ້ງ.
2022-08-25
ນັກລົງທຶນ ຈາກປະເທດສິງກະໂປ ຈະສ້າງໂຄງການ ໄຟຟ້າແສງຕາເວັນ ຫຼື Solar Attapeu Power Sole Company ທີ່ມີກຳລັງການຜລິຕ 64 ເມກາວັດ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ແຂວງ ອັດຕະປື ໂດຍ ມີມູນຄ່າການລົງທຶນເກືອບ 70 ລ້ານ ໂດລ້າຣ໌ສະຫະຣັຖ.
2022-08-25
ຄູ່ຜົວເມັຍຢູ່ບ້ານນາໂອ ເມືອງແປກ ແຂວງຊຽງຂວາງ ຖືກສານ ຕັດສິນຈຳຄຸກ ຄົນລະ 15 ປີ ແລະ ປັບໃໝອີກຜູ້ລະ 100 ລ້ານກີບ ໃນຄວາມຜິດ ຖານຫລອກລວງ ແລະບັງຄັບເດັກນ້ອຍ ແມ່ຍິງອາຍຸຕໍ່າກວ່າ 18 ປີ 4 ຄົນ ໃຫ້ຂາຍບໍຣິການທາງເພດ ຢູ່ຮ້ານກິນດື່ມ ແຫ່ງນຶ່ງ.
2022-08-25
ໃນໄລຍະ 2-3 ປີມານີ້ ອິດທິພົນຂອງຈີນ ມີຄວາມຈະແຈ້ງຫລາຍຂຶ້ນ ຢູ່ຫລາຍແຂວງພາກເໜືອ ຂອງລາວ ຊຶ່ງມີທັງເຂດເສຖກິຈພິເສດ, ທາງຣົຖໄຟ ລາວ-ຈີນ, ເຂື່ອນໄຟຟ້າ ແລະໂຄງການອື່ນໆ ຊຶ່ງປັດຈຸບັນມີ 933 ໂຄງການ, ເປັນມູນຄ່າທັງໝົດປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ.
2022-08-24
ອົງການຮ່ວມມືສາກົລ ຈາກປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນູນ ດ້ານງົປມານ ແກ່ອົງການອາຫານ ແລະການກະເສຕ ແຫ່ງສະຫະປະຊາຊາຕ ມອບແນວພັນປາ 3 ຊະນິດ ຈໍານວນ 28,000 ໂຕ ໃຫ້ແກ່ຊາວບ້ານ 14 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື.
2022-08-24
ທາງການແຂວງ ຫຼວງພຣະບາງ ໄດ້ມີແຈ້ງການ ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າ ຂາຍຊີ້ນໝູ ເກີນລາຄາທີ່ທາງການແຂວງ ໄດ້ກຳນົດ, ແຕ່ຜູ້ຄ້າຂາຍ ຈຳເປັນຕ້ອງ ໄດ້ຂາຍເກີນ ກວ່າລາຄາທີ່ກຳນົດໄວ້ ໃນແຈ້ງການ ເນື່ອງຈາກວ່າ ຕົ້ນທຶນທີ່ຮັບມາຂາຍແພງຢູ່ແລ້ວ ຈຶ່ງບໍ່ສາມາດຂາຍໄດ້ ຕາມລາຄາ ນຳກົດຂອງທາງການ.
2022-08-24
ໂຄງການ ກໍ່ສ້າງໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ໄດ້ສັມປະທານ ກວມເອົາດິນກະເສຕ ຂອງຊາວບ້ານ ບ້ານເພັຽລາດ ແລະບ້ານຂັນລາຍຈຳນວນ 100 ປາຍຄອບຄົວ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ແລະ ຊາວບ້ານປະຕິເສດ ຄ່າຊົດເຊີຍ ທີ່ເຫັນວ່າບໍ່ເໝາະສົມ ແລະບໍ່ເປັນທັມ ກັບຊາວບ້ານ.
2022-08-24
ທາງການຈີນ ມີແຜນການຈະໃຫ້ເງິນທຶນ ສໍາລັບໃຊ້ໃນກາຂຍາຍ ສູນພັທນາສີມືແຮງງານ ຂອງແຂວງອຸດົມໄຊ ເພື່ອຮອງຮັບ ຜູ້ດ້ອຍໂອກາດ ແລະຜູ້ທີ່ມີຄວາມສົນໃຈທົ່ວໄປ ທີ່ອາສັຍຢູ່ເຂດທາງພາກເໜືອ ໃຫ້ໄດ້ຮັບການຝຶກວິຊາຊີບ ໂດຍສະເພາະ ສາຂາໄກ໋ດ໌ນໍາທ່ຽວ ພາສາຈີນ.
2022-08-23
ຜູ້ປົກຄອງຫຼາຍຄົນ ຕ້ອງຮັບພາຣະ ຕຣຽມຊຸດນັກຮຽນ, ອຸປະກອນການຮຽນ ແຕ່ເນື່ອງຈາກ ທຸກຢ່າງແພງຂຶ້ນ ເຮັດໃຫ້ພໍ່ແມ່ ຂອງນັກຮຽນຫຼາຍຄົນ ຫາທາງອອກບໍ່ໄດ້, ໃນຂະນະທີ່ ພາກຣັຖ ກໍຍັງບໍ່ມີແນວທາງ ການແກ້ໄຂບັນຫາ ໂດຍສະເພາະ ສະພາວະເງິນກີບເຟີ້ ທີ່ເປັນຕົ້ນເຫດຂອງ ລາຄາສິນຄ້າແພງ.