ຊຸດນັກຮຽນ, ອຸປກອນການຮຽນ ແພງຂຶ້ນ ຜູ້ປົກຄອງ ຮັບພາຣະ

ໄຊຍາ
2022.08.23
ຊຸດນັກຮຽນ, ອຸປກອນການຮຽນ ແພງຂຶ້ນ ຜູ້ປົກຄອງ ຮັບພາຣະ ນັກຮຽນພາກັນລຽນແຖວ ເຂົ້າກວດອຸນຫະພູມຮ່າງກາຍ ກ່ອນເຂົ້າຫ້ອງຮຽນ ຢູ່ ໂຮງຮຽນ ມ ສ ປາກແບງ ແຂວງອຸດົມໄຊ
ນັກຂ່າວ ພົລເມືອງ

ໃກ້ຈະເປີດສົກຮຽນໃນວັນທີ 01 ກັນຍາ 2022 ນີ້ ພໍ່-ແມ່ ຜູ້ປົກຄອງຫຼາຍຄົນ ກໍໄດ້ກະຕຣຽມ ຊື້ຊຸດນັກຮຽນ ແລະອຸປະກອນການຮຽນ ໃຫ້ລູກຫຼານ ໄປໂຮງຮຽນ ແຕ່ກັບພົບວ່າ ຊຸດນັກຮຽນ ແລະອຸປະກອນການຮຽນ ມີລາຄາແພງຂຶ້ນຫຼາຍເຊັ່ນ ຊຸດນັກຮຽນເດັກນ້ອຍອາຍຸ 9-10 ປີ ລາຄາປະມານ 150,000 ກີບ ຈາກແຕ່ກ່ອນ ໃນປີ 2021 ປະມານ 100,000 ກີບ ຍິ່ງຖ້າເບີຊຸດໃຫຍ່ຂຶ້ນ ລາຄາກໍຈະແພງຂຶ້ນຕາມເບີ ຊຶ່ງກໍເຮັດໃຫ້ພໍ່-ແມ່ ຜູ້ປົກຄອງຫຼາຍຄົນຮູ້ສຶກ ອຸກໃຈຫຼາຍ ແຕ່ກໍຈຳເປັນຕ້ອງໄດ້ຊື້.

ດັ່ງຜູ້ປົກຄອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫານີ້ວ່າ:

ອຸກໃຈຢູ່ ຂຶ້ນຫຼາຍເປັນເຄິ່ງ. ມັນຈະມີເປັນເບີຫັ້ນນ່າ ລາຄາມັນຈະຕ່າງກັນ ເບີໃຫຍ່ຂຶ້ນມັນກາລາຄາຂຶ້ນ 9 ປີ ຮອດ 10 ປີ. ກໍລາຄາປະມານ 150,000 ກີບ ປີກາຍກໍບໍ່ຮອດ ປະມານແສນນີ້ບໍ່ ອຸປກອນກາເພີ່ມຄືກັນ ທຸກຢ່າງກໍຂຶ້ນເກືອບເຄິ່ງເລີຍ.

ທ່ານກ່າວຕື່ມວ່າ ແຕ່ລະຮ້ານຂາຍຊຸດນັກຮຽນ ແລະອຸປກອນການຮຽນ ຈະມີລາຄາທີ່ແຕກຕ່າງກັນນໍາດ້ວຍ ແຕ່ກໍແພງ ຂຶ້ນທຸກຮ້ານ.

ຂະນະທີ່ພໍ່-ແມ່ ຜູ້ປົກຄອງບາງຄົນ ໂດຍສະເພາະຄົນອາສັຍ ເງິນເດືອນ ແລະຫາເຊົ້າກິນຄໍ່າ ກໍບໍ່ໄດ້ຊື້ຊຸດນັກຮຽນ ໃຫ້ລູກຫຼານທັງຊຸດ ກໍມີເລືອກຊື້ເຄື່ອງຂອງ ເປັນບາງຢ່າງທີ່ຈຳເປັນ ເທົ່ານັ້ນ ເຊັ່ນ ອາຈຈະຊື້ແຕ່ກະໂປ່ງ ແຕ່ເສື້ອບໍ່ໄດ້ຊື້ ເພາະຍັງໃສ່ໄດ້ຢູ່ ຍ້ອນວ່າຕ້ອງປະຢັດຂຶ້ນ ເພາະພາວະເສຖກິຈເງິນເຟີ້ໃນປັດຈຸບັນ ເຮັດໃຫ້ການດຳຣົງຊີວິຕ ໃນການຈັບຈ່າຍຕ້ອງລະມັດລະວັງຂຶ້ນ.

ດັ່ງຜູ້ປົກຄອງ ໃນແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ສຳລັບຜູ້ທີ່ໄດ້ເງິນເດືອນຊີ້ເນາະ ບາງຄົນກາຊື້ໃຫ້ບາງອັນ ເບິ່ງເຄື່ອງຂອງລູກ ເອີເສື້ອຍັງນຸ່ງໄດ້ ນຸ່ງເສື້ອກ່ອນ ສົ້ງ ຫຼືວ່າສີ້ນ ກະໂປ່ງຊີ້ ມັນນຸ່ງບໍ່ໄດ້ ກາຊື້ກະໂປ່ງ ກາບໍ່ຊື້ເສື້ອຊີ້ ເພາະວ່າເຂົ້າຂອງແມ່ນຫຍັງ ມັນແພງຂຶ້ນ ລະບົບການໃຊ້ຈ່າຍ ແຮງຫຍຸ້ງຍາກຂຶ້ນ ເພາະວ່າມັນຂຶ້ນເກີນເຄິ່ງຊີ້ນ່າ.

ພ້ອມດຽວກັນນີ້ຜູ້ປົກຄອງ ໃນແຂວງຈຳປາສັກທ່ານນຶ່ງ ໄດ້ກ່າວວ່າປັດຈຸບັນຊຸດນັກຮຽນ ກໍມີລາຄາແພງຂຶ້ນເຊັ່ນ ຊຸດສຳລັບເດັກນ້ອຍອາຍຸ 6-7 ປີ, ລາຄາຢູ່ປະມານ 42,000-52,000 ກີບ ຊຶ່ງກໍເພີ່ມຂຶ້ນປະມານ 2,000-3,000 ກີບ ແລະ ລາຄາຈະແພງຕາມເບີ.

ຂຶ້ນປະມານ 2-3 ພັນນີ້ແຫຼະ 6-7 ປີ. ແຂນສັ້ນແມ່ນ 42 ພັນ, ແຂນຍາວແມ່ນ 52. ປີກາຍນີ້ປະມານ 38-39 ນີ້ແຫຼະ.

ກ່ຽວກັບເຣື່ອງນີ້ ແມ່ຄ້າທີ່ຂາຍຊຸດນັກຮຽນ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ສາເຫດທີ່ຕ້ອງຂາຍຊຸດນັກຮຽນ ແພງກໍຍ້ອນວ່າ ຮັບມາໃນລາຄາທີ່ຕົ້ນທຶນແພງ ສ່ວນໃຫຍ່ຮັບມາຈາກໄທຍ ເຂົາເຈົ້າກໍຄິດເປັນເຣທເງິນບາທ ຈຶ່ງຈຳເປັນຕ້ອງໄດ້ຂາຍແພງ ແຕ່ຖ້າມີແມ່ຄ້າມາຮັບຫຼາຍ ເພື່ອໄປຂາຍຕໍ່ ກໍຈະໄດ້ລາຄາຖືກລົງ.

ດັ່ງທ່ານກ່າວວ່າ:

ຊຸດນຶ່ງກໍປະມານແສນປາຍ ຄັນຂອງເດັກນ້ອຍກາຊຸດນຶ່ງ 95 ພັນ, 85 ພັນ. ຄັນເອົາຫຼາຍເຮົາກໍຫຼຸດ ເຮົາບໍ່ໄດ້ຂຶ້ນຫຼາຍດອກ. ເຮົາກໍໄດ້ສັ່ງມາແຕ່ໄທຍເດ້ ມັນເຣທເງິນເດ້. ເຮົາຜລິດບໍ່ໄດ້ຢູ່ບ້ານເຮົານ່າ.

ດ້ານແມ່ຄ້າ ຂາຍອຸປກອນການຮຽນທ່ານນຶ່ງ ກໍໄດ້ກ່າວວ່າອຸປກອນການຮຽນຕ່າງໆ ກໍໄດ້ປັບຂຶ້ນເຊັ່ນກັນ ເຊັ່ນປື້ມ 100 ໜ້າເປົານຶ່ງລາຄາປະມານ 1,100,000 ກີບ, ສາເຫດກໍຍ້ອນຄ່າຂົນສົ່ງແພງຂຶ້ນ ແລະການເສັຽພາສີອາກອນ ກາແພງຂຶ້ນນຳດ້ວຍ ຈຳເປັນຕ້ອງໄດ້ປັບຂຶ້ນ.

ກໍເພີ່ມຂຶ້ນຫຼາຍ. ຊຸດນຶ່ງ 2 ເທົ່າເລີຍ. ຈະມີ 2 ແບບ ຮ້ອຍໜ້າເຕັມ ກັບບໍ່ເຕັມຮ້ອຍໜ້ານີ້ ເປົານຶ່ງ 100,000. ​ແລ້ວ 200 ໜ້າ ແລ້ວແມ່ນ 729,000 ປີກາຍຖືກປີກາຍນີ້ 500,000 ປາຍອັນນີ້ເຮົາການຂຶ້ນກັບເງິນເຟີ້. ແລ້ວກາເສັຽຄ່າສົ່ງແພງ ໂຮງງານເຂົາກໍເລີຍຂຶ້ນ ເກັບພາສີ ອີ່ຫຍັງກາເພີ່ມຂຶ້ນ.

ນອກຈາກນີ້ ສໍສີກ່ອງໄມ້ສັ້ນກໍຍັງປັບລາຄາຂຶ້ນເປັນ 10,000 ກີບຈາກແຕ່ກ່ອນປະມານ 8,000 ກີບຊຶ່ງກໍປັບຂຶ້ນປະມານ 2,000 ກີບຕາມເສຖກິຈ ແມ່ຄ້າຂາຍອຸປກອນ ການຮຽນອີກທ່ານນຶ່ງກ່າວວ່າ:

ລາຄາມັນກໍແພງຂຶ້ນໄປຢູ່ແລ້ວ ຮັບຢູ່ສີນຄ້າໄທຍສິນຄ້າວຽດ ມັນມີຫຼາຍລາຄາ ສໍສີ ກ່ອງນຶ່ງ, ກ່ອງໄມ້ສັ້ນຍັງລາຄາ 10,000 ກີບ ແຕ່ກີ້ຍັງ 8,000 ແລ້ວ. ຂຶ້ນມາ 10,000 ລາຄາມັນຈະຍັງເພີ່ມຂຶ້ນອີກເດ້.

ຢ່າງໃດກໍຕາມ ບາງໂຮງຮຽນ ກໍຍັງມີການປັບຄ່າເທີມຂຶ້ນ ຈຳນວນນຶ່ງປະມານ 10% ແລະ ບາງໂຮງຮຽນກໍຍັງບໍ່ມີການປັບຂຶ້ນ ຍັງໃຊ້ລາຄາເກົ່າ. ສາເຫດທີ່ບາງໂຮງຮຽນ ປັບຄ່າເທີມຂຶ້ນ ເນື່ອງຈາກປະເທດລາວມີສະພາວະເງິນເຟີ້ ເງິນກີບອ່ອນຄ່າລົງຫຼາຍ ສິນຄ້າຕ່າງໆ ບໍ່ສາມາດຜລິຕ ໃນລາວໄດ້ ຕ້ອງນຳເຂົ້າທຸກຢ່າງ ຈຶ່ງເຮັດໃຫ້ທຸກຢ່າງ ຕ້ອງມີການປັບລາຄາແພງຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.