ສານສູງ ມາເລ ຕັດສິນຈຳຄຸກ ອະດີດ ນາຍົກຣັຖມົນຕຣີ

ອຸ່ນແກ້ວ
2022.08.27
ສານສູງ ມາເລ ຕັດສິນຈຳຄຸກ ອະດີດ ນາຍົກຣັຖມົນຕຣີ ອະດີດ ນາຍົກຣັຖມົນຕຣີ ມາເລເຊັຽ, ວັນທີ່ 23 ສິງຫາ.
ຮູບພາບ: S. Mahfuz/BenarNews

ສຳ​ນັກ​ຂ່າວ Benar News ໄດ້​ຣາຍ​ງານວ່າ ສານ​ສູງ​ສຸດ​ຂອງຣັ​ຖ​ບານ​ກາງ​ມາ​ເຊັຽ ໄດ້​ຕັດ​ສິນຈຳ​ຄຸກ ທ່ານ ນາ​ຈິບ ຣາ​ຊັກ ອະ​ດີດ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ ຂອງ​ມາ​ເລ​ເຊັຽ ເປັນ​ເວ​ລາ 12 ປີ ໂດຍ ບໍ່​ມີ​ການ​ຝາກໂທດ ໃນ​ຂໍ້​ຫາ ສໍ້​ຣາ​ສ​ບັງ​ຫຼວງ ເງິນກອງ​ທຶນພັ​ທ​ນາ​ມາ​ເລ​ເຊັຽ.

ໃນ​ວັນ​ທີ 23 ສິງ​ຫາ ທີ່​ຜ່ານ​ມາ, ທ່ານ ນາ​ຈິບ ຣາ​ຊັກ ອາ​ດີດ​ນາ​ຍົກ​ຣັ​ຖ​ມົນ​ ຕ​ຣີ​ຂອງ​ມາ​ເລ​ເຊັຽ ຖືກນຳ​ໂຕ​ໄປຂັງ​ຄຸກ ຫຼັງ​ຈາກ​ສານ​ສູງ​ສຸດ ​ຂອງຣັ​ຖ​ບານກາງ​ມາ​ເລ​ເຊັຽ ​ອ່ານ​ຄຳ​ຕັດ​ສິນ ວ່າ ທ່ານ ນາ​ຈີບ ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ສໍ້​ຣາ​ສ​ບັງ​ຫລວງ​ເງິນກອງ​ທຶນ ພັ​ທ​ນາ​ມາ​ເລ​ເຊັຽ.

ການ​ຕັດ​ສິນ​ຂອງ​ສານ ເຮັດ​ໃຫ້ນັກ​ການ​ເມືອງ ​ຂອງ​ມາ​ເລ​ເຊັຽ ລົງ​ຈາກ​ອຳ​ນາດ ໃນ​ປ​ວັດ​ສາຕ ​ທາງ​ການ​ເມືອງ​ຂອງມາ​ເລ​ເຊັຽ.     

ກ່ອນ​ໜ້ານີ້ ອະ​ດີດ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີມາ​ເລ​ເຊັຽ ຖືກ​ສານ​ສູງ​ກົວ​ລາ​ແລມ​ເປີ ຕັດ​ສິນ​ຈຳ​ຄຸກເປັນ​ເວ​ລາ 2 ປີ ໃນ​ປີ 2020, ແຕ່ ທ່ານ ຕໍ່ສູ້​ຊັ້ນ​ສານ​ອຸທອນ ແລະ ສຸດ​ທ້າຍ​ແມ່ນ​ ຕໍ່​ສູ້​ກັນຢູ່​ຂັ້ນສານ​ສູງ​ສຸດ ຂອງ​ຣັ​ຖ​ບານ​ກາງ

ຫົວ​ໜ້າ​ຜູ້​ພິ​ພາກ​ສາສານ ທີ່​ເປັນ​ແມ່​ຍິງ​ຢູ່​ໃນ​ມາ​ເລເຊັຽ ໄດ້​ກ່າວ​ວ່າ: “ນີ້​ເປັນກໍ​ຣະ​ນີ ການ​ສວຍ​ໃຊ້​ອຳ​ນາດທີ່​ຊັດ​ເຈນ, ການ​ທຳລາຍ​ຄວາມ​ໜ້າ​ເຊື່ອ​ຖື ແລະ ການ​ຟອກ​ເງິນ.”  

ຍາ​ນາງ ກ່າວ​ຕື່ມ​ວ່າ: “ໃນ​ຄຳ​ຕັດ​ສິນ​ຂອງ​ສານ, ບົດ​ສ​ລຸບການ​ຕັດ​ສິນ ​ຂອງ​ສານກ່ຽວ​ກັບ​ຈຳ​ເລີຍ ຖືກ​ຕ້ອງ​ແລ້ວ. ຈຳ​ເລີຍ ບໍ່​ສາ​ມາດ​ຕອບ​ຂໍ້​ສົງ​ສັຍ ຢ່າງ​ເປັນ​ເຫດ​ເປັນ​ຜົນ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ ​ຄະ​ດີ​ດັ່ງ​ກ່າວ.”   

ຈຳ​ເລີຍຕອບ​ຂໍ້ຊັກ​ຖາມ ຕໍ່​ຄະ​ດີ​ດັ່ງ​ກ່າວ ບໍ່​ມີ​ຄວາມຕໍ່​ເນື່ອງ ແລະ ບໍ່​ມີ​ຄວາມໜ້າ​ເຊື່ອ​ຖື ສະ​ນັ້ນ ການ​ຍື່ນ​ຂໍ​ອຸ​ທອນ ຂອງ​ຈຳ​ເລີຍ ຢູ່​ໃນ​ສານ​ອຸ​ທອນ ຈຶ່ງ​ຖືກ​ຍົກ​ເລີກ​ໄປ ແລະ ສານ​ສູງ​ສຸດ ​ຂອງ​ຣັ​ຖ​ບານ​ກາງ​ ຍັງ​ຄົງ​ຕັດ​ສິນ​ໃຫ້ ທ່ານ ນາ​ຈີບ ມີ​ຄວາມ​ຜິດ.

ຫຼັງ​ຈາກ​ສານ​ຕັດ​ສິນ​ແລ້ວ, ທ່ານ ນາ​ຈິບ ຍັງ​ຢູ່​ໃນ​ສານ ເປັນ​ເວ​ລາ​ປະ​ມານ 1 ຊົ່ວ​ໂມງ ເພື່ອ​ພົບກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ ກ່ອນ​ທີ່​ທ່ານ​ ຈະ​ຖືກ​ນຳ​ໄປ​ຂັງ​ຄຸກ ຖ່າມ​ກາງການ​ຮັກ​ສາ​ຄວາມ​ປອດ​ພັຍ.  

​ຫຼາຍ​ອາ​ທິດ​ ກ່ອນ​ທີ່​ຈະ​ມີ​ການ​ຕັດ​ສິນ, ຫົວ​ໜ້າ​ຜູ້​ພິ​ພາກ​ສາສານ ແລະ ຄະ​ນະ​ລູກ​ຂຸນ ໄດ້ປະ​ຕິ​ເສດ ຄວາມ​ພະ​ຍາ​ຍາມ ຂອງທະ​ນາຍ ອະ​ດີດ​ນາ​ຍົກຂອງ ທ່ານ ນາ​ຈີບ ທີ່​ພະ​ຍາ​ຍາມ​ຊະ​ລໍ​ ການ​ດຳ​ເນີນ​ຄະ​ດີດັ່ງ​ກ່າວ ເພື່ອ​ຫຼີກ​ລ້ຽງການ​ທີ່​ຈະ​ຖືກ​ຈຳ​ຄຸກ.

ເມື່ອບໍ່​ດົນ​ມານີ້, ທະ​ນາຍ​ຄວາມ ທ່ານ ນາ​ຈີບ ໄດ້​ພະ​ຍາ​ຍາມໃຫ້​ຫົວ​ໜ້າ ​ຜູ້​ພິ​ພາກ​ສາ​ຂອງ​ສານ ຍົກ​ເລີກ​ກໍ​ຣະ​ນີ​ດັ່ງ​ກ່າວ ໂດຍໃຫ້​ມີ​ການ​ກ່າວ​ຫາ​ວ່າ ​ເປັນການ​ຟ້ອງ​ຮ້ອງ ກໍ​ຣະ​ນີເຣື່ອງ​ການ​ມີ​ຜົ​ລ​ປ​ໂຍດ ​ທັບ​ຊ້ອນ, ແຕ່ ວ່າ ຄະ​ນະ​ລູກ​ຂຸນປະ​ຕິ​ເສດ ​ຄຳ​ອຸ​ທອນ​ຂອງ​ ທ່ານ ນາ​ຈີບ.

ໃນ​ເດືອນ​ກໍ​ຣະ​ກະ​ດາ ປີ 2020, ສານ​ສູງ​ກົວ​ລາ​ລັມ​ເປີຣ໌ ຂອງ​ມາ​ເລ​ເຊັຽ ຕັດ​ສິນ ທ່ານ ນາ​ຈີບ ຣາ​ຊັກ ໃນ​ຂໍ້​ຫາ​ທີ​ 1 ຄື ການ​ສວາຍ​ໃຊ້​ອຳ​ນາດ, ອີກ​ 3 ຂໍ້​ຫາ ຄື ການ​ທຳ​ຄວາມ​ຊອບ​ທ້ຳ, ແລະ ອີກ 3 ຂໍ້​ຫາ ຄື ການ​ຟອກ​ເງິນ ໂດຍ ການ​ຮັບ​ເງິນ 42 ລ້ານ​ໂດ​ລາ ທີ່ບໍ່​ຖືກ​ຕ້ອງ ເຊິ່ງ​ເງິນ​ດັ່ງ​ກ່າວ​ເປັນ​ສ່ວນ​ນຶ່ງ ​ຂອງ​ເງິນກອງ​ທຶນ​ພັ​ທ​ນາ​ມາ​ເລ​ເຊັຽ.

ສານ​ໄດ້​ປັບ​ໃໝ ທ່ານ​ ນາ​ຈີບ ເປັນ​ເງິນ 49 ລ້ານ​ໂດ​ລ້າຣ໌ ໃນ​ເວ​ລາ​ສິ້ນ​ສຸດ​ຄະ​ດີ​ດັ່ງ​ກ່າວ. ທ່ານ ນາ​ຈີບ ກ່າວ​​ໃນ​ຖ​ແລງ​ການ ​ຢູ່​ໃນ​ສານ ວ່າ ທ່ານ​ເອງ ບໍ່​ໄດ້​ມີ​ໂອ​ກາ​ດ ທີ່​​ຈະ​ຊີ້​ແຈງ​ໃຫ້​ກັບ​ໂຕ​ເອງ ແລະ ບໍ່​ໄດ້​ຕອບ​ຂໍ້​ຊັກ​ຖາມ ເຖິງ​ສ​ະ​ພາບ​ທີ່ ​ເຮັດ​ໃຫ້​ ທ່ານ​ມາ​ຢູ່​ທີ່​ສານ​ແຫ່ງນີ້.

ທ່ານ ນາ​ຈີບ ອາະດີດ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ມາ​ເລ​ເຊັຽ ກ່າວ​ວ່າ: “ຜູ້​ຄົນ​ເວົ້າ​ວ່າ ຈຳ​ເລີຍ ຄື ທ່ານ ນາ​ຈີບ ເປັນ​ບຸກ​ຄົນ​ທີ່​ສຳ​ຄັນ ຢູ່​ໃນ​ສານ​ອາ​ສ​ຍາ. ອາ​ຈ​ເປັນ​ທຳ​ນອງ​ທີ່​ວ່າ ຂ້າ​ພະ​ເຈົ້າ​ ຮູ້​ສຶກວ່າ ຖືກ​ປະ​ຕິ​ບັດ​ແບບ​ທົ່ວ​ໄປ ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກວາ ບໍ່​ໄດ້​ຮັບ​ຄວາມ​ຍຸ​ຕິ​ທັມ ໃນ​ຕອນ​ທ້າຍຂອງ​ການ​ດຳ​ເນີນ​ຄະ​ດີ​ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກບໍ່​ດີ​ທີ່​ສຸດ ທີ່ຮູ້​ວ່າ ກົນ​ໄກ​ທາງ​ຕຸ​ລາ​ການ ກະ​ທຳ​ກັບ​ຂ້າ​ພະ​ເຈົ້າ​ ໃນ​ທາງ​ທີ່ບໍ່​ເປັນ​ທັມ.” 

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 23 ສິງ​ຫາ, ຄອບ​ຄົວ​ຂອງ ທ່ານ ນາ​ຈີບ ແລະ ພັ​ນ​ທະ​ມິຕ​ທາງ​ການ​ເມືອງ ຂອງ​ທ່ານ ໄດ້​ຕິດ​ຕາມ​ທ່ານ ມາ​ສານ ໃນ​ຂະ​ນະ​ທີ່ປະ​ຊາ​ຊົນ ຜູ້​ສ​ນັບ​ສ​ນູນຫຼາຍ 100 ຄົນ ພ​າ​ກັນ​ຊຸມ​ນຸມ ​ຢູ່ນອກ​ຕຶກ​ອາ​ຄານ​ຂອງ​ສານ ເຊິ່ງ​ຜູ້​ສ​ນັບ​ສ​ນູນ​ບາງ​ຄົນ ກໍ​ພາ​ກັນຮ້ອງວິງວອນ ​ໃຫ້​ພະ​ເຈົ້າ​ຄຸ້ມ​ຄອງທ່ານ​ນາ​ຈີບ.  

ຜູ້​ສັງ​ເກດ​ການ​ ທາງ​ການ​ເມືອງ ແລະ ນັກ​ການ​ເມືອງ​ຝ່າຍ​ຄ້ານ ກໍ​ພາ​ກັນ​ວິ​ຈານ​ວ່າ ການ​ຕັດ​ສິນ​ຄັ້ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ຄວາມ​ເປັນ​ອິ​ສ​ຣະ ຂອງ​ອົງ​ການ​ຕຸ​ລາ​ການ ຫຼື ສານ.

ທ່ານ Tunku Mohar ອາ​ຈານ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາຕ ​ອິ​ສ​ລາມ ມາ​ເລ​ເຊັຽ ໄດ້​ກ່າ​ວ​ວ່າ: “ພວກ​ເຮົາ ບໍ່​ສາ​ມາດ​ທີ່​ເວົ້າ​ໄດ້​ວ່າ ຈະ​ມີ​ການ​ຂໍ​ອະ​ພັຍ​ໂທດ ໃຫ້​ແກ່​ທ່ານ ນາ​ຈິບ ໃນ​ອະ​ນາ​ຄົ​ຕ​ອັນ​ໃກ້​ນີ້, ແຕ່ ຄອບ​ຄົວ​ຂອງ​ທ່ານ ນາ​ຈິບ ຢູ່​ໃນ​ສະ​ຖາ​ນະ ​ທີ່​ຈະ​ຂໍ​ອະ​ພັຍ​ໂທດ.” 

ທ່ານ Tunku Mohar ຍັງ​ກ່າວ​ຕື່ມ​ອີກວ່າ: “ມັນ​ຖືກ​ຕ້ອງ ແລະ ເປັນ​ທັມ ທີ່​ລະ​ບຽບ​ກົດ​ໝາຍ ມີ​ຄວາມ​ສັກ​ສິທ. ​ຄວາມ​ເຊື່ອ​ໝັ້ນ ຕໍ່​ແກ່​ຂບວນ​ການສານ​ ຂອງ​ມາ​ເລ​ເຊັຽ ຈະ​ສູງ​ຂຶ້ນ ແລະ ເສ​ຖ​ກິ​ຈ​ຂອງ​ປະ​ເທດກໍ​ຈະ​ມີ​ການ​ຂັບ​ເຂື່ອນ.” ​

ທ່ານ ນາ​ຈິບ ເປັນ​ຫົວ​ໜ້າ​ພັກ​ການ​ເມືອງ​ ຂອງ​ມາ​ເລ​ເຊັຽ ທີ່​ມີ​ຊື່​ວ່າ UMNO ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ພັ​ທ​ນາ​ມາ​ເລ​ເຊັຽ​ຂຶ້ນ​ມາ ​ໃນ​ປີ 2009 ໃນ​ເວ​ລາ​ທີ່ ທ່ານ​ດຳ​ຣົງ​ຕຳ​ແໜ່ງ ​ເປັນ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ແລະ ເປັນ​ຣັ​ຖ​ມົນ​ຕ​ຣີ ການ​ເງິນ​ຂອງ​ມາ​ເລ​ເຊັຽ ໂດຍ ທ່ານ ອ້າງວ່າ ເງິນກອງ​ທຶນ​ດັ່ງ​ກ່າວ ແມ່ນ​ເພື່ອ​ຜົ​ລ​ປ​ໂຍດ​ຂອງ​ປະ​ຊາ​ຊົນ​ມາ​ເລ​ເຊັຽ.

ໃນ​ປີ 2018 ມີຣາຍ​ງານ​ຂ່າວ​ອອກ​ມາ​ວ່າ ​ມີ​ການ​ໂອນ​ເງິ​ນປະ​ມານ 500  ໂດ​ລ້າຣ໌ ​ຈາກບັນ​ຊີ​ກອງ​ທຶນ​ພັ​ທ​ນາ​ມາ​ເລ​ເຊັຽ ມາ​ເຂົ້າ​ບັນ​ຊີ​ຄົນ​ໃຊ້​ຊິດ​​ ແລະ ກຸ່ມ​ຄົນ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ ທ່ານ ນາ​ຈີບ.

ອັນ​ນັ້ນ ຢູ່​ປະ​ເທດ​ມາ​ເລ​ເຊັຽ ທີ່​ສານ​ມີ​ອຳ​ນາດ ​ໃນ​ການ​ຕັດ​ສິນ ນັກ​ການ​ເມືອງ ທີ່ພົວ​ພັນ​ການ​ສໍ້​ຣາ​ສ​ບັງ​ຫລວງ, ແຕ່ ຢູ່​ປະ​ເທດລາວ ຄົງ​ຈະ​ບໍ່​ເຫັນ​ກໍ​ລະ​ນີ​ແບບນີ້.

ນັກ​ທຸ​ຣະ​ກິ​ຈ ທ່ານ​ນຶ່ງ ໃຫ້​ສັມພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: ເປັນຈັ່ງຊີ້..................

ສ່ວນວ່າ ທ່ານ ນາ​ຈີບ ອາ​ດີ​ດ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຄົນ​ທີ6 ຂອງມາ​ເລ​ເຊັຽ ເປັນ​ລູກ​ຊາຍ ຂອງ​ອະ​ດີດ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີຄົນ​ທີ 2 ຂອງ​ມາ​ເລ​ເຊັຽ ທີ່​ຊື່ ອັບ​ດູນ ຣາ​ຊັກ. ທ່ານ ນາ​ຈີບ ເລີ່ມ​ລົງ​ຫຼິ້ນ​ການ​ເມືອງ ​ມາ​ແຕ່​ປີ 1982 ໃນ​ເວ​ລ​ທີ່ ທ່ານ ອາ​ຍຸ​ໄດ້ 29 ປີ. ທ່ານ ນາ​ຈິບ ໄດ້​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ຂອງ​ມາ​ເລ​ເຊັຽ​ ແຕ່​ປີ 2009-2019. ​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.