ສິ່ງທີ່ຣັຖບານ ລາວ-ວຽດນາມ ຄວນຮຽນຮູ້

ທ່ານ Najib Razak ໄດ້ຮັບໄຊຊະນະ ການເລືອກຕັ້ງ ໃນມາເລເຊັຽ
ທ່ານ Najib Razak ໄດ້ຮັບໄຊຊະນະ ການເລືອກຕັ້ງ ໃນມາເລເຊັຽ (Wikipedia)

0:00 / 0:00

ການເລືອກຕັ້ງ ຢູ່ ປະເທສ ມາເລເຊັຍ ເປັນບົດຮຽນ ທີ່ດີ ສໍາລັບ ສປປ ລາວ ແລະ ວຽດນາມ.

ນັກສັງເກດການ ຕ່າງປະເທສ ເຫັນວ່າ ເຖິງຈະມີການ ປະທ້ວງ ຂອງຝ່າຍ ກົງກັນຂ້າມ ຈໍານວນນຶ່ງ ແຕ່ການເລືອກຕັ້ງ ນັ້ນ ກໍດໍາເນີນ ໄປດ້ວຍດີ, ສະແດງ ໃຫ້ເຫັນວ່າ ປະຊາທິປະໄຕ ຍັງມີຊີວິດ ຊີວາ ຢູ່ໃນ ມາເລເຊັຍ ແລະ ມັນໄດ້ສົ່ງ ຜົນດີ ໄປທົ່ວຂົງເຂດ ໂດຍສະເພາະ ຢ່າງຍິ່ງ ແມ່ນໄປ ປະເທສ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ເຊັ່ນ ສປປ ລາວ ແລະ ວຽດນາມ.

ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ຕິດຕາມ ການ ປະຕິບັດ ສິດທີມະນຸດ ຫລື Human Rights Watch ປະຈໍາ ເອເຊັຍ ເວົ້າວ່າ “ ປະຊາຊົນ ມາເລເຊັຍ ຍັງມັກ ຣະບອບ ປະຊາທິປະໄຕ, ປະຕິບັດ ຕາມໜ້າທີ່ ພົລເມືອງ ຢ່າງຕັ້ງໜ້າ ແລະ ໄດ້ອອກໄປ ປ່ອນບັດ ເລືອກຕັ້ງ ເຖິງ 80% “.

ຜົນຂອງການ ເລືອກຕັ້ງ ສະແດງ ໃຫ້ເຫັນວ່າ ພັນທະມິດ ແນວໂຮມ ແຫ່ງຊາຕ ຂອງ ຣັຖບາລ ອັນມີທ່ານ Najib Razak ເປັນ ນາຍົກ ຣັຖມົນຕຣີ ໄດ້ຮັບ ໄຊຊະນະ ຢ່າງສະບາຍ ຄືໄດ້ 133 ທີ່ນັ່ງ ແລະ ພັນທະມິດ ປະຊາຊົນ ຝ່າຍຄ້ານ ໄດ້ 89 ທີ່ນັ່ງ ໃນ ຣັຖສະພາ ມາເລເລັຍ.