ໃບກະທ່ອມ ຍັງເປັນພືດ ຢາເສບຕິດ ທີ່ຜິດກົດໝາຍ ໃນລາວ

ຈຳປາທອງ
2022.08.26
ໃບກະທ່ອມ ຍັງເປັນພືດ ຢາເສບຕິດ ທີ່ຜິດກົດໝາຍ ໃນລາວ ຮູບໂຕຢ່າງ: ພິທີ ສເລີມສລອງ ວັນຕ້ານຢາເສບຕິດ ສາກົນ ຄົບຮອບ 35 ປີ ຊຶ່ງແຂວງວຽງຈັນ ໄດ້ຈັດພິທີທຳລາຍ ຢາເສບຕິດ ທີ່ເປັນບັນຫາສັງຄົມ ແລະຍາກທີ່ຈະທຳລາຍ ໃຫ້ໝົດໄປໃນສັງຄົມ.
ຮູບພາບ: ປກສ

ໃບກະທ່ອມໃນລາວ ເປັນພືດຢາເສບຕິດ ຄືກັນກັບກັນຊາ ຊຶ່ງທາງຫານລາວ ຍັງຫ້າມບໍ່ຊື້-ຂາຍ ແລະປູກຈໍາໜ່າຍ, ແຕ່ຢູ່ບາງແຂວງ ຮວມທັງນະຄອນຫລວງວຽງຈັນ, ສວັນນະເຂດ ແລະຈໍາປາສັກ ເຣີ່ມມີຂາຍຫລາຍຂຶ້ນ ຕາມສື່ສັງຄົມອອນລາຍນ໌ໃນປັດຈຸບັນ, ມີທັງຂາຍເປັນໃບສົດ ແລະທັງເປັນຕົ້ນ ທີ່ສາມາດນໍາໄປປູກໄດ້ ແລະທັງມີການສະກັດ ອອກເປັນນໍ້າໃສ່ຕຸກຂາຍ ຊຶ່ງສ່ວນຫລາຍກໍແມ່ນວັຍລຸ້ນ ແລະວັຍກາງຄົນ ນິຍົມກັນຊື້ໄປດື່ມ. ຈໍານວນນຶ່ງໃຊ້ໃບກະທ່ອມ ເພື່ອຄວາມມ່ວນຊື່ນ ແລະຈໍານວນນຶ່ງກໍໃຊ້ເປັນຢາ. ເຖິງຫລາຍຄົນຮູ້ວ່າ ຜິດກົດໝາຍ ແຕ່ກໍຍັງມີການລັກຊື້-ຂາຍກັນຢູ່ ຍ້ອນມີລາຍໄດ້ດີ ແລະເຈົ້າໜ້າທີ່ຕໍາຣວດ ກໍບໍ່ເຂັ້ມງວດໃນການກວດກໍພໍເທົ່າໃດ, ອີງຕາມຄໍາເວົ້າ ຂອງປະຊາຊົນລາວ ທີ່ຂາຍໃບກະທ່ອມຜູ້ນຶ່ງ ທີ່ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ສິງຫານີ້.

ມັນຍັງເປັນສິ່ງຜິດກົດໝາຍຢູ່ ແລະຕອນນີ້ ຄົນລາວມັນກິນນໍ້າກະທ່ອມຫລາຍ ກິນງ່າຍ ວັຍລຸ້ນເຂົາມັກກິນຫລາຍກວ່າ ບໍ່ໄດ້ຕັ້ງເປັນຮ້ານ ສ່ວນຫລາຍມັນອອນລາຍ ກະບໍ່ໄດ້ມີຫຍັງເດ ມັນກໍແຄ້ເຮັດໃຫ້ນອນຫລັບ ຕໍາຣວດ ທະຫານກໍຍັງສັ່ງ ຄັນຊິເວົ້າ ກິນໜ້ອຍກະເປັນຢາ ກິນຫລາຍກໍເປັນສານເສບຕິດ ຄັນເຄີຍກິນກໍຊິຢາກກິນອີກ.”    

ທ່ານເວົ້າຕື່ມວ່າ ປັດຈຸບັນນີ້ ເຫັນຄົນເຣີ່ມຂາຍໃບກະທ່ອມ ທາງສື່ສັງຄົມອອນລາຍນ໌ກັນຫລາຍຂຶ້ນ ແຕ່ບໍ່ໄດ້ຕັ້ງຂາຍເປັນຮ້ານ ຍ້ອນຢ້ານຖືກເຈົ້າໜ້າທີ່ຈັບໄປ ດໍາເນີນຄະດີຕາມກົດໝາຍ ເພາະຢູ່ລາວຍັງບໍ່ທັນເປີດໃຫ້ຂາຍໄດ້ຢ່າງເສຣີ ຄືກັນກັບຢູ່ປະເທດໄທຍ.

ໃນຂະນະດຽວກັນ ປະຊາຊົນລາວຜູ້ນຶ່ງກໍເວົ້າວ່າ ການເສບໃບກະທ້ອມຢູ່ລາວນີ້ ມີມາແຕ່ດົນແລ້ວ, ລັກເສບກັນຄືກັນກັບລັກເສບກັນຊາ, ຊຶ່ງບາງຄົນກໍສັ່ງຊື້ມາຈາກປະເທດໄທ ເພາະຮູ້ວ່າຢູ່ລາວຜິດກົດໝາຍ, ແຕ່ເມື່ອເຈົ້າໜ້າທີ່ຕໍາຣວດ ກວດພົບວ່າ ມີການຊື້-ຂາຍ ຫລືເສບ ກໍມີພຽງແຕ່ເອົາໄປສຶກສາ ອົບຮົມ ຕັກເຕືອນ ແລະປັບໃໝເທົ່ານັ້ນ.

ເຂົາບໍ່ໄດ້ເປີດເສຣີເດ ຄັນຈັບຢູ່ນີ້ ເຂົາມີແຕ່ປັບໃໝຊື່ໆ ເພາະວ່າມັນບໍ່ແຮງປານນັ້ນ ມັນບໍ່ຄືກັນຊາ ຫລືວ່າຢາເສບຕິດຫຍັງ ແລ້ວດຽວນີ້ວັຍລຸ້ນເຂົາ ກໍສັ່ງມາແຕ່ໄທຍຫັ້ນແຫລະ.

ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ກ່ຽວກັບເຣື່ອງນີ້ ຕົນເອງກໍແປກໃຈ ທັ້ໆທີ່ການເສບ ໃບກະທ່ອມຢູ່ລາວ ແມ່ນຜິດກົດໝາຍ ແຕ່ເຫັນເຂົາເຈົ້າແຂ່ງຂັນກັນ ຂາຍຫລາຍຂຶ້ນ, ຂາຍກັນແບບໂຈ່ງແຈ້ງ ແລະເຫັນບາງຄົນຂາຍຢູ່ໜ້າຮ້ານນໍາດ້ວຍ.

ມັນກໍບໍ່ໄດ້ຖືກກົດໝາຍນ່າ ແຕ່ຄວາມໝາຍເຂົາເຈົ້າ ກະຂາຍຫລາຍຢູ່ ແຂ່ງຂັນກັນຂາຍຫລາຍ ບໍ່ໄດ້ລັກຂາຍດອກ ແຕ່ມັນກໍມີໜ້າຮ້ານກັນນ່າ ແບບເຂົາຂາຍໃບ ມັນມີໜ້າຮ້ານເລີຍ.

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຕໍາຣວດແຂວງຈໍາປາສັກທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ສິງຫານີ້ວ່າ ເຈົ້າໜ້າທີ່ບໍ່ໄດ້ປ່ອຍປະລະເລີຍ, ຖ້າກວດພົບຜູ້ການຊື້-ຂາຍ ຫລືເສບໃບກະທ່ອມ ກໍຈະຈັບມາດໍາເນີນຄະດີ ຕາມລະບຽບກົດໝາຍ ຍ້ອນໃບກະທ່ອມຍັງຈັດເປັນປະເພດພືດຢາເສບຕິດຢູ່.

ກະປາມເລີຍຄັນວ່າໄດ້ພໍ້ໄດ້ເຫັນຄ້າຂາຍບໍ່ ຫລືວ່າເປັນຜູ້ເສບ ຜູ້ກິນກະຄືກັນກັບຢາບ້າ ຄືກັນຊາຄືຫຍັງຫັ້ນແຫລະ ກໍຕາມກົດໝາຍຄຸ້ມຄອງ ສິ່ງເສບຕິດຫັ້ນແຫລະ ໃບກະທ່ອມມັນເປັນສິ່ງເສບຕິດຢູ່.

ທ່ານກ່າວຕື່ມວ່າ ເມື່ອວັນທີ 24 ສິງຫານີ້ ຕໍາຣວດປ້ອງກັນຄວາມສງົບ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັບໄວລຸ້ນ 1 ຄົນ ຢູ່ບ້ານທ່າໄຮ ທີ່ຕົ້ມນໍ້າກະທ່ອມ ສະກັດໃສ່ຕຸກຂາຍ ແລະໄດ້ດໍາເນີນຄະດີຜູ້ກ່ຽວຕາມກົດໝາຍ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ຕໍາຣວດ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາ ແໜ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຢູ່ລາວ ໃບກະທ່ອມຍັງຈັດວ່າ ເປັນພືດຢາເສບຕິດຢູ່, ຜູ້ໃດຊື້-ຂາຍ ຫລືເສບ ກໍຜິດກົດໝາຍ, ຖ້າເຈົ້າໜ້າທີ່ພົບເຫັນຮ້ານຂາຍໃບກະທ່ອມນີ້ ກໍຈະຖືກຈັບດໍາເນີນຄະດີ.

ທີ່ຈິງກໍຜິດກົດໝາຍ ເສບຕິດຫັ້ນແຫລະ ເຮົາກໍຫ້າມບໍ່ໃຫ້ຊື້ໃຫ້ຂາຍ ກະເປັນສານເສບຕິດຊະນິດນຶ່ງ ແລະເຮັດໃຫ້ມີອາການວິນ ອາການງ່ວງ ຄືຈັ່ງກັນຊາ ເຈົ້າໜ້າທີ່ພົບເຫັນກໍຈະປາບປາມ ຫັ້ນແຫລກະຊິກັກໂຕ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ສິງຫານີ້ວ່າ ຍັງບໍ່ທັນເຫັນທາງກົມອາຫານ ແລະຢາ ກະຊວງສາທາຣະນະສຸຂ ເພິ່ນປະກາດວ່າ ໃບກະທ່ອມຖືກກົດໝາຍເທື່ອ ແລະຍັງບໍ່ທັນໄດ້ສຶກສາຄົ້ນຄວ້າ ຂໍ້ມູນກັນເທື່ອວ່າ ມັນມີຄຸນ ແລະໃຫ້ໂທດແນວໃດແດ່.

ປະເທດລາວເຮົານີ້ຍັງບໍ່ໄດ້ສຶກສາ ສັງຄົມນີ້ເຂົາເຮີ່ກັນຫລາຍ ຂາຍແບບບໍ່ໄດ້ຢ້ານໄດ້ກົວເລີຍແຫລະ ທາງກົມອາຫານ ແລະຢາທາງກະຊວງ ກະບໍ່ທັນໄດ້ມີນິຕິກັມ ອອກມາເລີຍວ່າ ຄຸ້ມຄອງແບບໃດ.

ເວົ້າເຖິງຄຸນ ແລະໂທດຂອງໃບກະທ່ອມ, ຕາມຂ່າວວ່າ ຜົລເສັຍຂອງໃບກະທ່ອມ ຄືເມື່ອກິນໄປໄລຍະຍາວ ຈະມີຜົລເສັຍຕໍ່ສຸຂພາບຈິຕ ແລະລະບົບປະສາທໃນສມອງເຊື່ອມລົງ ເຊັ່ນຫົວໃຈເຕັ້ນໄວຜິດປົກກະຕິ, ກະວົນກະວາຍ, ສັບສົນ, ເຄື່ອນໄຫວຊ້າ, ໝາກໄຂ່ຫລັງບໍ່ດີ ແລະສີຜິວໜັງເຫລືອງ.

ສ່ວນປໂຍດຂອງໃບກະທ່ອມ ແມ່ນຊ່ອຍຫລຸດຜ່ອນອາການເຈັບປວດຮ່າງກາຍ ເຊັ່ນປວດຫລັງ ປວດປະສາດ ປວດກ້າມເນື້ອ, ຊ່ອຍຫລຸດອາການພາວະເຮື້ອຮັງທີ່ປວດມາດົນ ເຊັ່ນ ມະເຮັງ, ເບົາຫວານ, ຂໍ່ອັກເສບ ແລະຊ່ອຍໃຫ້ມີພະລັງ ເຮັດວຽກໄດ້ດົນຂຶ້ນ, ແກ້ນອນບໍ່ຫລັບ ແລະຊ່ອຍເພິ່ມການໄຫລຂອງເລືອດ.

ແຕ່ເຖິງຢ່າງໃດກໍຕາມ ອີງຕາມການຣາຍງານ ຂອງກົມອາຫານ ແລະຢາ ກະຊວງສາທາຣະນະສຸຂ ໃນມື້ວັນທີ 14 ມິຖຸນາ 2022 ນີ້ແລ້ວແມ່ນວ່າ ຫ້າມຊື້-ຂາຍ ແລະບໍ່ໃຫ້ປຸງແຕ່ງ, ບໍ່ໃຫ້ຄອບຄອງ ແລະນໍາເຂົ້າຫລືສົ່ງໃບກະທ່ອມອອກ ຍ້ອນຍັງຈັດໃຫ້ຢູ່ໃນປະເພດພືດຢາເສບຕິດ, ຜູ້ໃດລະເມີດ ກໍຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ ແລະທາງການແຂວງສວັນນະເຂດ ກໍໄດ້ອອກແຈ້ງການໃນມື້ວັນທີ 1 ສິງຫານີ້ ຫ້າມບໍ່ໃຫ້ຈໍາໜ່າຍ ໃບກະທ່ອມປະເພດໃບສົດ, ເປັນເຄື່ອງດື່ມ ແລະຜລິຕພັນອາຫານ ທີ່ປຸງແຕ່ງຈາກໃບກະທ່ອມນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.