ສວັນນະເຂດ ສັ່ງຍຸບມູລນິທິ ຊ່ວຍເຫຼືອ ຜູ້ປະສົບພັຍ

ອຸ່ນແກ້ວ
2022.08.25
ສວັນນະເຂດ ສັ່ງຍຸບມູລນິທິ ຊ່ວຍເຫຼືອ ຜູ້ປະສົບພັຍ ຮູບໂຕຢາງ: ການປະຕິບັດງານ ຂອງໜ່ວຍກູ້ພັຍ
ພາບຈາກ: ໜ່ວຍກູ້ພັຍ

ພ​ແນກ​ພາຍ​ໃນ ແຂວງ​ສວັນ​ນະ​ເຂດ ມີ​ຄຳ​ສັງ​ຍຸບ​ເລີກ ມູ​ລ​ນິ​ທິ ອາ​ສາ​ຊ່ວຍ​ເຫຼືອ ຜູ້​ປະ​ສົບ​ພັຍ ແຂວງ​ສວັນ​ນະ​ເຂດ ຢ່າງ​ຖາ​ວອນ ຍ້ອນ​ວ່າ ມູ​ລ​ນິ​ທິ​ດັ່ງ​ກ່າວ ສວຍ​ໂອ​ກາດ​ຮຽກ​ຄ່າ​ເກັບ​ເງິນນຳ​ຍາດ​ພີ່​ນ້ອງ ​ຜູ້​ປະ​ສົບ​ພັຍ​ທຸກ​ຄັ້ງ.

ຜ​ແນກ​ພາຍ​ໃນ ແຂວງ​ສວັນ​ນະ​ເຂດ ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 17 ສິງ​ຫາ 2022 ເພື່ອ​ສັ່ງ​ໃຫ້​ຍຸບເລີກ ມູ​ລ​ນິ​ທິ​ດັ່ງ​ກ່າວ. ແຈ້ງ​ການ​ດັ່ງ​ກ່າວ ຍັງ​ລະ​ບຸ​ວ່າ ມູ​ລ​ນິ​ທິ​ຮຽກ​ເອົາ​ເງິນ​ ນຳ​ຍາຕ​ພີ່​ນ້ອງ​ຜູ້​ປະ​ສົບ​ພັພ ພາຍ​ຫຼັງ​ໃຫ້​ການ​ຊ່ວຍ​ເຫຼືອ ເຊິ່ງ​ເປັນ​ການ​ຜິດ​ຕໍ່​ກົດ​ລະ​ບຽບ ຫຼັກ​ການ​ທີ່​ກຳ​ນົດ​ໄວ້ ​ໃນ​ມູ​ລ​ນິ​ທິ ທີ່​ຜ່ານ​ມາ ຄະ​ນະ​ຄຸ້ມ​ຄອງວຽກ​ງານ ອົງ​ກາ​ຈັດ​ຕັ້ງ​ຂັ້ນ​ແຂວງ ໄດ້​ເຊີນ​ມູ​ລ​ນິ​ທິ​ມາ​ກ່າວ​ເຕືອນ ສຶກ​ສາ​ອົບ​ຮົມ ​ຫຼາຍ​ຄັ້ງ ແຕ່​ມູ​ລ​ນິ​ທິ​ດັ່ງ​ກ່າວ ກໍ​ຍັງຝ່າ​ຜືນ​ລະ​ເມີດ​ກົດລະ​ບຽບ. 

ເຈົ້າ​ໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງ  ໄດ້ກ່າວວ່າ:

ຊິເປັນແນວນັ້ນແຫຼະ ເພິ່ນຈຶ່ງໄດ້ສັ່ງຍຸບ ຍຸບໄປກ່ອນ ເພື່ອວ່າ ປັບປຸງກົໄກຄືນໃໝ່ ນີ້ແຫຼະ ເພາະວ່າ ມັນບໍ່ໂປ່ງໃສ ກໍຕ້ອງຍຸບ ໄປເສັຽກ່ອນເນາະ ໄລຍະນີ້ ກະຊິແມ່ນເພິ່ນປັບປຸງກ່ອນ ໂຕນີ້ ມັນກໍຈະໄປຕາມຂັ້ນຕອນ ຫັ້ນແຫຼະ ລົດກົດໝາຍຖ້າວ່າ ມັນໃຫຍ່ ໂຕກະດຳເນີນຕາມຂັ້ນຕອນຂອງກົດໝາຍ ບໍ່ໃຫ້ຜູ້ກ່ຽວໄດ້ເຄື່ອນໄຫວ.”

ມູ​ລ​ນິ​ທິ​ດັ່ງ​ກ່າວ ມີ​ການ​ຂາຍ​ໂລງ​ສົບ ແລະ ເກັບ​ເງິນ​ຄ່າ​ເຮັດ​ພິ​ທີ​ກັມ​ ທາງ​ສາ​ສ​ນາ ນຳ​ຍາດ​ພີ່​ນ້ອງ​ຜູ້​ເສັຽ​ຊີ​ວິຕໂດຍ​ຄິດ​ໄລ່ ​ຄ່າ​ບໍ​ຣິ​ການແພງ.

ຊາວ​ບ້ານ ໃນ​ແຂວງ​ສ​ວັນ​ນະ​ເຂດ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ແບບວ່າ ເຂົາກໍຊີຮຽກຮ້ອງເງິນຈາກສົບ ແລ້ວກະຂາຍໂຮງສົບພ້ອມກັບກູ້ໄພ ກໍຢາກໃຊ້ບໍຣິການທາງຝັ່ງເຂົາ ເຂົ້າກະເປົ໋າໂຕເອງ ມູນິທິ ກໍໄດ້ໜ້ອຍດຽວນຶ່ງດອກ ຕາຍກໍຕາຍໄປແລ້ວ ຜູ້ຢູ່ນີ້ແຫຼະຫາເງິນຫຍຸ້ງຍາກ ຍາກລຳບາກ ຢາກໃຫ້ແກ້ໄຂ ເນາະ ປັບປຸງເບິ່ງວ່າ ສ່ວນໃດ ທີ່ມັນບົກພ່ອງ ໄປຫັ້ນນ່າ ກໍປັບປຸງໜ້ອຍນຶ່ງ.”

ຊາວ​ບ້ານທ່ານນີ້ ກ່າວ​ຕື່ມ​ວ່າ ຖ້າ​ເບິ່ງ​ອີກ​ມຸມ​ນຶ່ງ ບາງ​ເທື່ອ​ກໍ​ເຂົ້າ​ໃຈ​ວ່າ ມູ​ລ​ນິ​ທິ​ດັ່ງ​ກ່າວ ບໍ່​ໄດ້​ຮັບ​ເງິນ​ຈາກ​ຣັ​ຖ​ບານ ຫຼື ອາ​ຈ​ມີ​ຍອດ​ຜູ້​ບໍ​ຣິ​ຈາກ​ເງິນ​ໜ້ອຍ​ເກີນ​ໄປ ບາງ​ຄັ້ງ​ກໍ​ຈຳ​ເປັນ​ຈະ​ຕ້ອງ​ຮຽກ​ເອົາ​ຄ່າ​ນ້ຳ​ມັນ, ຄ່າ​ເດີນ​ທາງ ກັບ​ນ​ຍາດ​ຜູ້​ປະ​ສົບ​ພັຍ ເພາະ​ສ່ວນ​ໃຫຍ່ ໃນ​ເວ​ລາ​ເກີດ​ອຸ​ບັດ​ຕິ​ເຫດ ປະ​ຊາ​ຊົນ​ກໍ​ຈະ​ໂທ​ຫາ ແລະ ເພິ່ງ​ພາ ໜ່ວຍ​ກູ້​ພັຍກ່ອນ ເພາະ​ບໍ່​ຮູ້​ວ່າ ຈະ​ເພິ່ງ​ພາ​ໜ່ວຍ​ງານ ​ຂອງ​ພາກ​ຣັ​ຖ​ພາກ​ສ່ວນ​ໃດ​ໄດ້.

ກ່ຽວ​ກັບກໍ​ຣະ​ນີ​ທີ່​ເກີດ​ຂຶ້ນ ມັນ​ຈະ​ເປັນ​ບຸກ​ຄົນ​ຈຳ​ນວນ​ນຶ່ງ ທີ່​ກະ​ທຳ​ຜິດ ຢູ່​ໃນ​ມູ​ລ​ນິ​ທິ​ນັ້ນ ແຕ່ ພາກ​ຣັ​ຖ​ກໍ​ຄົງ​ເປັນ​ຜູ້​ແກ້​ໄຂ.

ຊາວ​ບ້ານ​ອີກ​ຄົນ​ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

ມັນກະຜິດລະບຽບເນາະ. ຜິດຈັນຍາບັນເພາະ ແຕ່ວ່າ ມັນເຣື່ງຂອງບຸກຄົນ. ບາງເທື່ອກະລູກນ້ອງສວຍໃຊ້ໂອກາດກະມີ ມັນມີບັນຫາແນວນີ້ແລ້ວ. ມັນກະຍັງຂຶ້ນກັບໜ່ວຍງານພາກຣັເປັນຜູ້ແກ້.”  

ຊາວ​ບ້ານ​ເຫັນ​ເຈົ້າ​ໜ້າ​ທີ່​ ມູ​ລ​ນິ​ທິ​ຫຼາຍ​ຄົນ ມີ​ການ​ຂາຍ​ໂລງ​ສົບ ຫຼື ຮຽກ​ຮ້ອງ​ເງິນ​ກັບ​ຍາດຕພີ່​ນ້ອງ​ຜູ້​ປະ​ສົບ​ພັຍ.

ຊາວ​ບ້ານ ​ໃນ​ແຂວງ​ສວັນ​ນະ​ເຂດ ອີກ​ຄົນ​ນຶ່ງ ໄດ້​ກ່າວ​ວ່າ:

ມັນກໍຜິດຫັ້ນແຫຼະເນາະ. ຮຽກຮ້ອງເອົາເງິນກັບປະຊາຊົນຫຼາຍເກີນຂອບເຂດ ສົມມຸດວ່າ ຂົນສົ່ງຄົນຕາຍເອົາ 5 ລ້ານ ມັນກະເກີນໂພດ. ຈຳເປັນຕ້ອງໄດ້ໃຫ້ແຫຼະ ສົມມຸດແບບນັ້ນ ປະຊາຊົນນ່າ ເຮັດຫຍັງບໍ່ໄດ້ດອກ. ເພິ່ນເວົ້າມາແນວໃດ ກໍໄດ້ຕາມເພິ່ນເນາະ.”

ບັນ​ຫາ​ທີ່​ເຈົ້າ​ໜ້າ​ທີ່​ມູ​ລ​ນິ​ທິ​ກູ້​ພັຍ ເກັບ​ເງິນ​ນຳ​ຍາຕພີ່​ນ້ອງ​ຜູ້​ປະ​ສົບ​ພັຍ ບໍ່​ສະ​ເພາະ​ເກີດ​ຢູ່​ແຂວງ​ສວັນ​ນ​ະ​ເຂດ ແຕ່ ກໍ​ເກີດ​ຢູ່​ແຂວງ​ອື່ນ​ນຳ​ອີກ​ດ້ວຍ ເຊິ່ງ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ມູ​ລ​ນິ​ທິ​ຕ້ອງ​ເສັຽ​ຊື່​ສຽງ. 

ເຈົ້າ​ໜ້າ​ທີ່​ກູ້​ພັຍ ທ່ານ​ນຶ່ງ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ກ່າວ​ໃນ​ວັນ​ທີ 25 ສິງ​ຫາ ວ່າ:

ກະເຄີຍໄດ້ຍິນຢູ່ ກະມີຫຼາຍ ຮູບແບບດອກຄັນ ເຂົາຈະເອົາ ບາງຄົນກໍເອົາອັນນັ້ນ ອັນນີ້ ມາອ້າງຊິນ່າ. ບາດນີ້ໂອນເງິນເຂົ້າບັນຊີໃນໂຕຈິງ ເຮົາກະບໍ່ຮູ້ວ່າ ເຂົາໂອນເຂົ້າເທົ່າໃດ ບາງທີເຂົ້າໂຕເອງແດ່ ກະມີຊິນ່າ ມັນກໍສົ່ງຜົສະທ້ອນຫຼາຍຢ່າງຫັ້ນແຫຼະ. ບາງທີເຮົາກໍຢາກຊ່ວຍເນາະ ບາດນີ້ ມັນເຈີ ບັນຫາແນວນີ້ມາຫຼາຍເຂົາບໍ່ໄວ້ໃຈ ສົມມຸດວ່າ ເຮົາຊ່ວຍໄປແລ້ວ ເງິນໂຕນັ້ນ ຊິໄດ້ໄປຊ່ວຍຜູ້ທີ່ວ່າເດືອດຮ້ອນແທ້ໆບໍ່.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ ມູ​ລ​ນິ​ທິ ອາ​ສາ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ພັຍ ແຂວງ​ສວັນ​ນະ​ເຂດ ເພື່ອ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມກ່ຽວ​ກັບ​ເຣື່ອງນີ້  ແຕ່​ບໍ່​ສາ​ມາດຕິດ​ຕໍ່​ໄດ້.

ມາດ​ຕ​ຣາ 1 ຂອງ​ແຈ້ງ​ການສັ່ງ​ຍຸບ​ເລີກ ໄດ້​ລະ​ບຸ​ວ່າ: ເຫັນ​ດີ​ຍຸບ​ເລີກ ມູ​ລ​ນິ​ທິ​ອາ​ສາຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ພັຍ ແຂວງ​ສວັນ​ນະ​ເຂດ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ສ້າງ​ຕັ້ງ ຈາກ ທ່ານ ເຈົ້າ​ແຂວງ ສວັນ​ນະ​ເຂດ ສະ​ບັ​ບ​ເລກ​ທີ 948 ລົງ​ວັນ​ທີ 21 ມິ​ຖຸ​ນາ 2017.

ມາ​ຕ​ຣາ 2 ໄດ້​ລະ​ບຸ​ວ່າ: ໃຫ້​ມູ​ລ​ນິ​ທິ​ອາ​ສາ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ພັຍ ແຂວງ​ສວັນ​ນະ​ເຂດ ແກ້​ໄຂ​ບັນ​ຫາ​ໜີ້​ສິນ ໃຫ້​ສຳ​ເຣັດແລ້ວ ​ຣາຍ​ງານ ຜ​ແນກ​ພາຍ​ໃນ​ ແຂວງຊາບຕາມ​ລະ​ບຽບ​ການ ສຳ​ລັບ​ຊັບ​ສິນ ​ທີ່​ຍັງ​ເຫຼືອ​ໃຫ້​ປະ​ຕິບັດ​ຕາ​ມາດ​ຕ​ຣາ 32 ຂອງ​ດຳ​ຣັຖວ່າດ​ວ້ຍ​ມູ​ລ​ນິ​ທິ ສະ​ບັບ​ເລກ​ທີ 149 ລົງ​ວັນ​ທີ 19 ພຶສ​ພາ 2011.

ມາດ​ຕ​ຣາ 3 ມອບ​ໃຫ້ ປກ​ສ ແຂວງ ສົ​ມທົບ​ກັບ ຂ​ແນງ​ການ​ທີ່​ກ່ຽວ​ຂ້ອງ ເປັນ​ຜູ້​ດຳ​ເນີນ ​ເກັບ​ກູ້​ຄືນ​ພາ​ຫະ​ນະ, ວັດ​ຖຸອຸ​ປະ​ກອນຕ່າງໆ ທີ່​ສັງ​ຄົມ​ບໍ​ຣິ​ຈາກ ເພື່ອ​ນຳ​ໄປ​ຈົດ​ດ​ທະ​ບຽນ ​ຊັບ​ສິນ​ໃຫ້​ຖືກ​ຕ້ອງ ​ຕາມ​ລະ​ບຽບ​ກົດ​ໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.