ຂ.ສວັນນະເຂດ ໜ່ວຍກູ້ພັຍ ຂາດ ອຸປກອນ
2017.12.29
ໜ່ວຍກູ້ພັຍ ແຂວງສະຫວັນນະເຂດ ກຽມຮັບມືກັບອຸບັດຕິເຫດ ໃນຣະຍະບຸນປີໃໝ່ສາກົນ 2018 ນີ້ ແຕ່ຍັງຂາດເຂີນ ອຸປກອນຊ່ວຍເຫລືອ ຜູ້ປະສົບ ອຸບັດຕິເຫດ ເປັນຕົ້ນເຄື່ອງງັດ, ເຄື່ອງປະຖົມພຍາບານ ຊຶ່ງເມື່ອປີ 2016 ທີ່ຜ່ານມາໄດ້ພົບ ຄວາມຫຍຸ້ງຍາກ ມາແລ້ວ. ດັ່ງ ເຈົ້າໜ້າທີ່ໜ່ວຍກູ້ພັຍ ແຂວງສະຫວັນນະເຂດ ກ່າວໃນມື້ວັນທີ 29 ທັນວາ ນີ້ວ່າ:
"ຄືສິ່ງອໍານວຍຄວາມສະດວກ ຂອງເຮົາໃນປັດຈຸບັນນີ້ ແມ່ນເຮົາຍັງຂາດເຂີນ ອຸປກອນຫລາຍຢ່າງ ເປັນຕົ້ນແມ່ນ ອຸປກອນເຄື່ອງຕັດ, ງັດ ໃນການງັດເອົາຜູ້ບາດເຈັບ ອອກມາຫລືງັດເອົາຜູ້ເສັຽຊີວິດ ອອກມາຈາກທີ່ຣົດ ທີ່ຕິດອັດກັອບປີ້ ຂຶ້ນມາ ເປັນຣົດໃຫຍ່ ຕໍາກັນ ແລ້ວເຮັດໃຫ້ ຊັກຊ້າໃນການ ນໍາສົ່ງຜູ້ບາດເຈັບ ເຮັດໃຫ້ຜູ້ບາດເຈັບຊ່ວຍຊີວິດ."
ທ່ານກ່າວຕື່ມວ່າ ປັດຈຸບັນ ແຂວງນີ້ມີໜ່ວຍກູ້ພັຍ ທິມນຶ່ງ ແລະມີເຈົ້າໜ້າທີ່ກູ້ພັຍ ໃນຣະຍະບຸນປີໃໝ່ສາກົນ ນີ້ມື້ນຶ່ງ 30 ຄົນ, ມີຣົດກູ້ພັຍ 2 ຄັນ ທີ່ອາຈບໍຣິການໄດ້ ບໍ່ທົ່ວເຖິງ ເພາະໃນຣະຍະບຸນປີໃໝ່ສາກັນນີ້ ມັກຈະເກີດອຸບັດຕິເຫດຫລາຍ ເປັນຕົ້ນຢູ່ເມືອງ ໄກສອນ ພົມວິຫານ.
ປີທີ່ຜ່ານໆມາແຂວງສວັນນະເຂດ ເກີດອຸບັດຕິເຫດຫຼາຍ ມີທັງຜູ້ບາດເຈັບ ແລະເສັຍຊີວິດ ຊຶ່ງສ່ວນໃຫຍ່ກໍແມ່ນ ເກີດຈາກການດື່ມເຫຼົ້າເມົາ ແລ້ວຂັບຂີ່ຣົດ ສະເລັ່ຽມື້ນຶ່ງປະມານ 40-50 ຄັ້ງ. ທ່ານຄາດວ່າ ໃນຣະຍະບຸນປີໃໝ່ສາກົນ 2018 ອຸບັດຕິເຫດ ຢູ່ແຂວງສະຫວັນນະເຂດ ໜ້າຈະມີຫລາຍກວ່າ ປີທີ່ແລ້ວ.