ເຣື້ອງທີ່ເກັບບັນທຶກໄວ້
2008-08-15
ກົມອຸຕຸນິຍົມ ວິທະຍາ ນະຄອນຫລວງວຽງຈັນ ກ່າວວ່າ ໃນຊ່ວງນີ້, ຝົນ ກໍຄ່ອຍໆ ເບົາບາງລົງ ແດ່ແລ້ວ, ຍົກເວັ້ນ ບາງເຂດ ທີ່ຍັງມີຝົນຕົກ ຢູ່, ແຕ່ ຣະດັບນໍ້າຂອງ ຢູ່ໃນຣະດັບ ຄົງທີ່.
2008-08-15
ການຊ່ອຍເຫລືອ ຊາວບ້ານ ໃນແຂວງວຽງຈັນ ທີ່ຖືກພັຍນໍ້າຖ້ວມ ຍັງລໍາບາກ ພໍສົມຄວນ ເນື່ອງຈາກວ່າ ບໍ່ມີພາຫະນະ ພຽງພໍ.
2008-08-14
ທາງການລາວ ກຽມ ມາຕການ ເພື່ອແກ້ໄຂ ບັນຫາ ໂຣກຣະບາດ ແລະ ສ້ອມແຊມ ຣະບົບ ນໍ້າສະອາດ ໃນເຂດແຂວງຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ.
2008-08-14
ແຂວງບໍຣິຄໍາໄຊ ອອກກວດກາ ບັນຫາ ການສວຍໂອກາດ ຂຶ້ນຣາຄາ ສິນຄ້າ ອຸປໂພກ ບໍຣິໂພກ ໃນຂະນະທີ່ ແຂວງ ກໍາລັງ ໄດ້ຮັບ ຜົນກະທົບ ຈາກພັຍນໍ້າຖ້ວມ.
2008-08-13
ປະຊາຊົນລາວ ຕາມແຄມແມ່ນ້ຳຂອງ ທີ່ໄດ້ຮັບຄວາມເດືອດຮ້ອນ ຈາກພັຍນ້ຳຖ້ວມ ກຳລັງລໍຖ້າ ຄວາມຊ່ວຍເຫລືອ ຈາກທາງຣັຖບາລ.
2008-08-13
ຫລາຍພື້ນທີ່ ໃນລາວ ເກີດນໍ້າຖ້ວມ ຢ່າງໄວວາ ຊຶ່ງອາດ ເຮັດໃຫ້ ເກີດໂຣກຣະບາດໄດ້ ໂດຍສະເພາະ ໂຣກທີ່ ມາກັບໄພນໍ້າຖ້ວມ ເຊັ່ນໂຣກຕີນເປື່ອຍ ທີ່ເກີດຈາກນໍ້າຄັນ, ໂຣກຍ່ຽວໜູ, ໂຣກຖອກທ້ອງ ແລະ ຕາແດງ.
2008-08-13
ໃນເວລານີ້ ແຂວງຄໍາມ່ວນ ມີພື້ນທີ່ ໄຮ່ນາ ເສັຍຫາຍ ຈາກພັຍນໍ້າຖ້ວມ ໄປແລ້ວ 10,000 ກ່ວາເຮັກຕາ ແລະ ຣະດັບນໍ້າ ຍັງບໍ່ມີວິແວວ ຫລຸດລົງ ແຕ່ຢ່າງໃດ.
2008-08-12
ທ້າວ ຂັນຄໍາ ມາໄລທອງ (Bob Malaythong) ແລະ ທ້າວ Howard Bach ສ້າງປວັດສາດ ໃຫ້ແກ່ ສະຫະຣັຖ ໃນມື້ວັນອັງຄານ ຫລັງຈາກ ທີ່ພວກຂະເຈົ້າ ກາຍເປັນທີມ badminton ຄູ່ ທີມທຳອີດ ຂອງສະຫະຣັດ ທີ່ໄດ້ເຂົ້າໃນຮອບ 8 ທີມ ໃນການແຂ່ງຂັນ ຊີງຫລຽນ badminton ໃນກິລາ Olynmpic ທີ່ກຸງປັກກີ່ງ.
2008-08-12
ກົມອຸຕຸນິຍົມ ເຕືອນປະຊາຊົນ ບ້ານແສນດິນ ໃຫ້ລະວັງ ແລະ ກຽມພ້ອມ ເນື່ອງຈາກວ່າ ຈະມີຝົນຕົກໜັກ ໃນຣະຫວ່າງ ວັນທີ 1 ຫາ 20 ກັນຍາ ນີ້.
2008-08-11
ທາງກາຣ ສປປລາວ ໄດ້ດຳເນີນກາຣປາບປາມ ຊາວຄຣິສຕຽນລາວ ມາຢ່າງຕໍ່ເນື່ອງ ແລະວ່າ ແຕ່ເດືອນກໍຣະກະດາ ມາຮອດ ຕົ້ນເດືອນສິງຫານີ້ ມີຜູ້ຖືກຈັບຄຸມຂັງ ທັງໝົດ ບໍ່ຕໍ່າກວ່າ 90 ຄົນ, ອີງຕາມ ໜັງສືພີມ BosNewsLife ສະບັບ ວັນທີ່ 10 ສິງຫານີ້.
2008-08-11
ເມືອງໂພນໂຮງ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ ໃນເຫດການ ພັຍນໍ້າຖ້ວມ ແຂວງວຽງຈັນ ແລະ ປັດຈຸບັນ ຣະດັບນໍ້າ ຍັງບໍ່ທັນຫລຸດລົງ ເທື່ອ.
2008-08-09
ງານໃຫ້ລາງວັນ ສິລປິນດີເດັ່ນ ຫລື Lao Music Awards, ຈັດຂຶ້ນທີ່ ຫໍວັທນະທັມແຫ່ງຊາດ ໃນຄໍ່າຄືນ ວັນທີ 26 ກໍຣະກະດາ ປີ 2008.
2008-08-05
ພື້ນທີ່ ການປູກຝັງ ທີ່ແຂວງວຽງຈັນກວ່າ 1,000 ເຮັກຕາ ໄດ້ຮັບຄວາມ ເສັຽຫາຍ ຈາກພັຍນ້ຳຖ້ວມ ຢ່າງໃຫຍ່ ໃນປີນີ້.
2008-08-04
ຫລາຍໝູ່ບ້ານ ໃນ 4 ຕົວເມືອງ ຂອງແຂວງວຽງຈັນ ໄດ້ຮັບຄວາມເສັຽຫາຍ ຈາກພັຍນ້ຳຖ້ວມ ຢ່າງໜັກ.