ແຂວງບໍລິຄໍາໄຊ ຄວບຄຸມ ຣາຄາ ສິນຄ້າ

ແຂວງບໍຣິຄໍາໄຊ ອອກກວດກາ ບັນຫາ ການສວຍໂອກາດ ຂຶ້ນຣາຄາ ສິນຄ້າ ອຸປໂພກ ບໍຣິໂພກ ໃນຂະນະທີ່ ແຂວງ ກໍາລັງ ໄດ້ຮັບ ຜົນກະທົບ ຈາກພັຍນໍ້າຖ້ວມ.
ຈະເຣີນສຸກ ຣາຍງານ
2008.08.14

ການ​ສວຍ​ໂອກາດ ຂຶ້ນຣາຄາ ສິນຄ້າ​ຕ່າງໆ ຍາມ​ເກີດ​ພັຍ​ພິບັດ​ນີ້, ມັກ​ມີ​ຂຶ້ນ ຢູ່​ສ​ເມີ, ດັ່ງ​ນັ້ນ ​ແຂວງ​ບໍຣິຄໍາ​​ໄຊ ຈຶ່ງ​ເອົາ​ໃຈ​ໃສ່ ຕິດຕາມ ການ​ສວຍ​ໂອກາດ ຂຶ້ນ​ຣາຄາ ຂອງ​ພໍ່ຄ້າ​ຊາວ​ຂາຍ ຕ່າງໆ ​ເພື່ອ​ບໍ່​ໃຫ້ ຊາວ​ບ້ານ ຜູ້​ເດືອດຮ້ອນ ຢູ່​ແລ້ວ ຖືກ​ເອົາ​ປຽບຕື່ມ​ອີກ.

ທ່ານ ບຸນ​ມາ ບຸຈະ​ເຣີນ, ຫົວໜ້າ ​​ຜ​ແນ​ກ ​ແຜນການ ​ແລະ ການ​ລົງທຶນ ​ແຂວງ​ບໍຣິຄໍາ​ໄຊ, ກ່າວ​ວ່າ:

“ຕໍ່​ບັນຫານີ້, ກໍ​ຍັງ ບໍ່​ມີ​ບັນຫາ ຫຍັງ​ດອກ ​ເພາະວ່າ ​ໄທ​ເຮົາ ກໍ​ພະຍາຍາມ ຄວບ​ຄຸມ ​ເຣື້ອງ ສະພາບຣາຄາ ສິນຄ້າ ​ເຣື້ອງການ​ອຸປ​ໂພ​ກ-ບໍຣິ​ໂພ​ກ ທົ່ວ​ໄປ, ກໍ​ຍັງ​ບໍ່​ທັນ ກະທົບ​ຫລາຍ​ເທົ່າ​ໃດ ຍັງ​ສະພາບ​ປົກກະຕິ ດີ.”

ທ່ານ ກ່າວ​ເພີ້​ມຕື່ມ ວ່າ: ​ໃນ​ເວລາ​ນີ້ ສະພາບ​ສິນຄ້າ ​ແລະ ອາຫານ​ຕ່າງໆ ຍັງ​ບໍ່​ທັນ​ເໜັງ​ຕີງ ຂຶ້ນ​ເທື່ອ, ​ແຕ່ ຖ້າ​ຫາກ ພົບ​ວ່າ ພາກສ່ວນ​ໃດ ມີ​ການ​ກັກ​ຕຸ​ນ ຫລື ສວຍ​ໂອກາດ ຂຶ້ນຣາຄາ, ທາງ​ການ​ກ່ຽວຂ້ອງ, ​ໂດຍ​ສະ​ເພາະ ​ໃນ​ຊ່ວງ​ເວລາ ​ເກີດ​ພັຍ​ພິບັດ ​ເຊັ່ນ​ນີ້, ກໍ​ຈະ​​ໃຊ້​​ມາຕການ ຢ່າງ​​ເຂັ້ມ​ງວດ.

ຢ່າງ​ໃດ ກໍຕາມ, ​ໃນ​ເວລາ​ນີ້ ຖື​ວ່າ 3 ​ໂຕ​ເມືອງ​ ລຽບ​ແຄ​ມ​ແມ່​ນໍ້າຂອງ ຄື ​ເມືອງ​ປາກ​ຊັນ, ປາກ​ກະດິງ ​ແລະ ທ່າ​ພຣະບາດ ​ໃນ​ແຂວງ​ບໍຣິຄໍາ​​ໄຊ, ຖືກ​ນໍ້າ​ຖ້ວມ ​ເສັຍ​ຫາຍ ຢ່າງ​ໜັກ, ຮວມທັງ​ໝົດ ປະມານ 20 ພັນ​ເຮັກຕາຣ ​ແລ້ວ, ​ໃນ​ນັ້ນ ສ່ວນ​ຫລາຍ ​ແມ່ນ​ພື້ນ​ທີ່ ​ປູກ​ເຂົ້າ ຂອງ​ປະຊາຊົນ. ດັ່ງ​ນັ້ນ, ທາງ​ການ ຈຶ່ງ​ຈໍາ​ເປັນ​ຕ້ອງ ​ໄດ້​ຮວບ​ຮວມ ຄວາມ​ເສັຍ​ຫາຍ ທັງ​ໝົດ ​ໃຫ້​ໄດ້ ​ໂດຍ​ໄວ ​ເພື່ອ​ຂຶ້ນ​ແຜນ ຊ່ອຍ​ເຫລືອ ຂະ​ເຈົ້າ.

“ກະ​ວ່າ ຈະ​ໄດ້​ສືບ​ຕໍ່ ກວດກາ ປະ​ເມີນ ຜົນ​ເສັຍ​ຫາຍ ວ່າ ຜົນ​ເສັຍ​ຫາຍ ຈະ​ຢູ່​ໃນ ຣະດັບ​ໃດ ​ແຕ່ລະ​ເມືອງ, ​ເພາະວ່າ ຈໍານວນນຶ່ງ ກໍ​ຢາກ​ໝົດ​ເນື້ອ​ໝົດ​ໂຕ ​ເພາະວ່າ ທົ່ງ​ນາ ປ່າ​ເຂົ້າ ກໍ​ຍາກ​ໝົດ.”

​​ແຂວງ​ບໍຣິຄໍາ​​ໄຊ ​ພວມ​ວາງ​ແຜນ ຊຸກຍູ້ ປະຊາຊົນ ກ່ຽວ​ກັບ ການ​ຜລິດ​ກະສິກັມ ຄືນ​ໃໝ່ ພາ​ຍຫລັງ ທີ່​ນໍ້າ​ຖ້ວມ ໝົດ​​ໄປ​ແລ້ວ, ​ເພາະ 3 ​ໂຕ​ເມືອງ ​ແຄມ​​ແມ່​ນໍ້າຂອງ ທີ່​ເສັຍ​ຫາຍ​ໄປ​ນັ້ນ, ຖື​ເປັນ ອູ່​ເຂົ້າ​ອູ່​ນໍ້າ ທີ່​ສໍາຄັນ. ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ຕ້ອງ ກະກຽມ ​ເຂົ້າ​ຈໍານວນ​ນຶ່ງ ​ເພື່ອ​ສນອງ ​ແກ່​ຊາວບ້ານ. ​ໃນ​ເວລາ​ນີ້ ການ​ຊ່ອຍ​ເຫລືອ ຕ່າງໆ ຈາກ​ສູນ​ກາງ ​ແລະ ພາຍ​ນອກ, ກໍາລັງ ​ເຣີ້ມທະຍອຍ ​ເຂົ້າ​​ໄປ ​ໃນ​ແຂວງ​ດັງກ່າວ, ຊຶ່ງ​ຄາດ​ວ່າ ຈະ​ສາມາດ ສນອງຕອບ ​ແກ່​ຊາວບ້ານ ທີ່​ກໍາລັງ​ເດືອດ​ຮ້ອນ ​ເວລາ​ນີ້ ​ໄດ້​ດີ ພໍ​ສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.