ເຈົ້າໜ້າທີ່ ຂາດພາຫະນະ ສົ່ງສິ່ງຂອງ ຊ່ອຍເຫລືອ

ການຊ່ອຍເຫລືອ ຊາວບ້ານ ໃນແຂວງວຽງຈັນ ທີ່ຖືກພັຍນໍ້າຖ້ວມ ຍັງລໍາບາກ ພໍສົມຄວນ ເນື່ອງຈາກວ່າ ບໍ່ມີພາຫະນະ ພຽງພໍ.
ຈະເຣີນສຸກ ຣາຍງານ
2008.08.15
FT-Flood Sandbag ໃນຂະນະທີ່ ຣະດັບນໍ້າ ສູງຂຶ້ນ ຢ່າງຕໍ່ເນື່ອງ, ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ນໍາເອົາ ຖົງດິນຊາຍ ມາປ້ານນໍ້າ
Photo by RFA

ໃນ​ຕລອດ ສັປດາ ທີ່​ຜ່ານ​ມາ, ​ແຂວງ​ວຽງ​ຈັນ ​ເປັນ​ແຂວງ​ນຶ່ງ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ພັຍ​ນໍ້າ​ຖ້ວມ ຢ່າງໜັກ, ​​ແລະ ​ເຖິງ​ແມ່ນ​ວ່າ ທາງ​ການ ຈະ​ກະກຽມ ​ເຂົ້າຂອງ ​ເຄື່ອງ​ໃຊ້ ທີ່​ຈໍາ​ເປັນ ​ໄວ້​ຊ່ອຍ​ເຫລືອຊາວ​ບ້ານ ທີ່​ເດືອດ​ຮ້ອນ ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ກໍ​ຕາມ, ​ແຕ່ ການ​ສົ່ງ​ມອບ ​ເຄື່ອງ​ຊ່ອຍ​ເຫລືອ ດັ່ງກ່າວ ຍັງ​ເປັນ​ໄປ ດ້ວຍຄວາມລໍາ​ບາກ ​ເນື່ອງ​ຈາກ​ວ່າ ພາຫະນະ ບໍ່​ພຽງພໍ, ອີງ​ຕາມ ການ​ເປີດ​ເຜີ​ຍ ຂອງ​ເຈົ້າ​ໜ້າ​ທີ່ ທີ່​ກ່ຽວຂ້ອງ:

“​ເພາະ​ມັນ​ຂາດ​ເຄື່ອງ ປະ​ເພດ​ເຮືອ ​ເຮືອ​ໄປ​ຫາ ​ແຕ່​ລະ​ບ້ານ ມັນ​​ໄປ​​ບໍ່​ໄດ້ ​ເຮົາ​ກໍ​ໄດ້​ກຽມໝົດ​ແລ້ວ, ​ເປັນ​ເຄື່ອງ​ບໍຣິ​ໂພ​ກ ຫຍັງ​ຕ່າງໆ, ນໍ້າ ຍັງ​ບໍ່​ທັນ​ຫລຸດ​ລົງ ກໍ​ຊິ​ຍາກ​ໜ່ອຍ​ນຶ່ງ.”

ທ່ານ ກ່າວ​ຕື່ມ​ວ່າ ​​ເຖິງ​ແມ່ນ​ວ່າ ​ສະຖານະ​ການ ນໍ້າ​ຖ້ວມ ​ໃນ​ບາງ​ພື້ນ​ທີ່ ຈະ​ຫລຸດ​ລົງ​ແດ່​​ແລ້ວ ກໍ​ຕາມ, ​ແຕ່​ໃນ​ບາງເຂດ ຣະດັບນໍ້າ ​ຍັງສູງ​ຢູ່, ​ເປັນ​ຕົ້ນ ​ເມືອງ​ທຸຣະຄົມ ​ແລະ ​ເມືອງ​ກາສີ, ຊຶ່ງ​ເຮັດ​ໃຫ້ ການ​ເດີນທາງ ​ເຂົ້າ​ໄປ ​ເພື່ອ​ຊ່ອຍ​ຊາວບ້ານ ປະຕິ​ບັດໄດ້ ບໍ່​ເຕັມທີ່, ຍ້ອນ ບໍ່​ມີ​ເຮືອ ​ໄວ້ຮັບ​ໃຊ້ ຢ່າງ​ພຽງພໍ. ດັ່ງ​ນັ້ນ, ຍັງ​ມີຊາວ​ບ້ານ ​ຫລາຍພໍ​ສົມຄວນ ທີ່​ລໍຖ້າ ການ​ຊ່ອຍ​ເຫລືອຢູ່, ​ໂດຍ​ສະ​ເພາະ ຄວາມ​ຕ້ອງການ ​ເຂົ້າສານ, ອາຫານ​ແຫ້ງ ​ແລະ ນໍ້າ​ສະອາດ ​ໄວ້​ກິນ ​ໄວ້​ໃຊ້. ກ່ຽວ​ກັບ ​ເຣື້ອງນີ້ ທາງ​ການ ​ກ່ຽວ​ຂ້ອງ ກໍາລັງ​ຄົ້ນ​ຄ້ວາ ​ວິທີແກ້​ໄຂ ບັນຫາດັ່ງກ່າວ ​ເພື່ອ​ບໍ່​ໃຫ້​ຊາວ​ບ້ານ ທີ່​ເດືອດຮ້ອນ ທຸກ​ຍາກ​ຫລາຍ​ກ່ວາ​ນີ້.

ຢ່າງ​ໃດ ກໍ​ດີ, ​ໃນ​ສ່ວນ​ພື້ນ​ທີ່ ປູກຝັງ ຂອງ​ແຂວງ​ວຽງ​ຈັນ ທີ່​ເສັຍ​ຫາຍ ຍ້ອນ ພັຍ​ນໍ້າ​ຖ້ວມ ປະມານ 2,000 ​ເຮັກຕາ​ຣ ນັ້ນ, ກໍ​ເປັນ​ບັນຫາ ສໍາຄັນ ຕໍ່​ມາ ທີ່​ທາງ​ການ ຈະ​ຕ້ອງ ຮີບ​ເລັ່ງ​ໃຫ້ ການ​ຊ່ອຍ​ເຫລືອ ​ແກ່​ຊາວບ້ານ ປູກ​ພືດ ຕ່າງໆ ທົດ​ແທນ​ຜົນ​ຜລິດ ທີ່​ເສັຍ​ຫາຍ​ໄປ, ຄຽງ​ຄູ ກັບ​ການ​ເຝົ້າຣະວັງ ​ໂຣກຣະບາດຕ່າງໆ ທີ່​ອາດຕາ​ມມາ ຫລັງ​ນໍ້າ​ຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.