ເຂື່ອນນໍ້າງື່ມ ແກ້ໄຂ ນ້ຳຖ້ວມ ໜ້ອຍຫຼາຍປານໃດ
2008.08.16

ສາເຫດທີ 2 ນີ້ ນັບວ່າ ມີຄວາມສຳຄັນຫຼາຍ ຕໍ່ເຂດນະຄອນຫຼວງວຽງຈັນ ທີ່ເປັນທົ່ງຮາບ ແລະ ມີຊ່ອງທາງເປັນໄປ ໄດ້ຫຼາຍ ວ່າ ນ້ຳຈະຖ້ວມ ຖ້າຫາກມີຝົນຕົກໜັກ ແລະ ຫຼາຍ ດັ່ງທີ່ປາກົດ ໃນປີຢູ່ນີ້.
ຕາມທັມມະດາ ຝົນ ຈະຕົກ ຣະຫວ່າງ ເດືອນກໍຣະກະດາ ໄປຈົນຮອດ ເດືອນພຶສຈິກາ ຂອງທຸກປີ ໃນລາວ ແຕ່ປີນີ້ ຝົນຊ້ຳພັດ ເລິ່ມຕົກ ມາແຕ່ ເດືອນມິຖຸນາ ຢ່າງໜັກ ແລະ ຕໍ່ເນື່ອງ ເຮັດໃຫ້ນ້ຳມາກ ໄວກວ່າ ປົກກະຕິ ບວກໃສ່ ອິດທິພົນ ຂອງພະຍຸ ກຳມູຣິ ທີ່ຖລົ່ມ ເຂົ້າວຽດນາມ ແລະ ເລີຍເຂົ້າ ພາກເໜືອ ຂອງລາວ ເມື່ອບໍ່ນານມານີ້ ນັ້ນ ຍິ່ງເຮັດໃຫ້ ແມ່ນ້ຳລຳເຊ ສູງຂຶ້ນ ຮວມທັງ ນ້ຳງຶ່ມ ທີ່ໄດ້ໄຫຼ ເຂົ້າໄປ ເຕັມອ່າງ ເກັບນ້ຳ ຂອງເຂື່ອນນ້ຳງຶ່ມ ແຕ່ເດືອນ ມິຖຸນາ ໃນອັຕຣາ 998 ແມັດກ້ອນ ຕໍ່ວິນາທີ.
ໃນອີກດ້ານນຶ່ງ ນ້ຳຝົນ ແລະ ນ້ຳປ່າໄຫຼຫຼາກ ທີ່ມາຈາກ ເຂດວັງວຽງ ເມືອງກາສີ ໄດ້ໄຫຼເຂົ້າຖ້ວມ ເຂດເມືອງທຸຣະຄົມ ແຕ່ວັນທີ 17 ຫາ ວັນທີ 18 ກໍຣະກະດາ ຜ່ານມາ ຝ່າຍບໍຣິຫານເຂື່ອມນ້ຳງຶ່ມ ຫຼິງເຫັນ ອັນຕະລາຍ ທີ່ຈະເກີດຂຶ້ນ ແກ່ເຂື່ອນ ຖ້າຫາກປ່ອຍ ໃຫ້ນ້ຳລົ້ນເຂື່ອນ ຈຶ່ງໄດ້ຕັດສິນໃຈ ປ່ອຍນ້ຳອອກຈາກ ເຂື່ອນດັ່ງກ່າວ.
ທ່ານ ພູມີ ເນຕິບັນດິດ ຜູ້ອຳນວຍ ການເຂື່ອນໄຟຟ້າ ດັ່ງກ່າວ ອະທິບາຍ ເຖິງຄວາມຈຳເປັນວ່າ:
ແຕ່ບໍ່ເປັນຈັ່ງບຸນ ເພາະນ້ຳ ທີ່ປ່ອຍອອກ ແລະ ຄຳນວນ ລ່ວງໜ້າ ວ່າ ນ້ຳງຶ່ມສາມາດຮອງຮັບ ເອົາໄດ້ ໂດຍບໍ່ມີ ອັນຕະລາຍ ຈົນໄຫຼເຂົ້າສູ່ ແມ່ນ້ຳຂອງນັ້ນ ກັບບໍ່ເປັນ ດັ່ງທີ່ຄາດຄິດ ເພາະນ້ຳຂອງ ກໍເຕັມລົ້ນຝັ່ງໄປແລ້ວ ໃນບາງເຂດ ເຮັດໃຫ້ນ້ຳຂອງ ບໍ່ສາມາດຮອງຮັບ ເອົານ້ຳງຶ່ມ, ຊຶ່ງເປັນສາຂາ ໄຫຼເຂົ້າ ສົມທົບນັ້ນໄດ້ ຜົນຕິດຕາມມາ ກໍຄື ເຂດປາກງຶ່ມ ຖືກນ້ຳຖ້ວມຢ່າງໜັກ.