ທາງການ ກຽມຊ່ອຍເຫລືອ ດ້ານຢາປິ່ນປົວ ແລະ ນໍ້າສະອາດ

ທາງການລາວ ກຽມ ມາຕການ ເພື່ອແກ້ໄຂ ບັນຫາ ໂຣກຣະບາດ ແລະ ສ້ອມແຊມ ຣະບົບ ນໍ້າສະອາດ ໃນເຂດແຂວງຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ.
ຈະເຣີນສຸກ ຣາຍງານ
2008.08.14

ພັຍ​ນໍ້າ​ຖ້ວມ ທີ່​ສົ່ງ​ຜົນກະທົບ ​ໃນ​ເຂດ​ແຂວງ​ຕ່າງ​ໆ ນັບ​ແຕ່ ພາກ​ເໜືອ, ພາກ​ກາງ ​ແລະ ພາກ​ໃຕ້ ຢ່າງ​ກ້ວາງ​ຂວາງ ຢູ່​ໃນ​ເວລາ​ນີ້, ​ເຮັດ​ໃຫ້ ຊາວບ້ານ ຈໍານວນ​ຫລວງຫລາຍ ຕົກ​ຢູ່​ໃນ​ສະພາບ ທີ່​ທຸກ​ຍາກ ກ່ວາ​ເດີມ. ນອກຈາກ​ນັ້ນ, ຂະ​ເຈົ້າ ຍັງ​ມີ​ຄວາມ​ສ່ຽງ ກັບ​ໂຣກຣະບາດ ​ແລະ ຂາດ​ແຫ​ລ່ງນໍ້າ ສະ​ອາດ ​ເພື່ອ ອຸປ​ໂພ​ກ ​ແລະ ບໍຣິ​ໂພ​ກ ອີກ​ດ້ວຍ.

ກ່ຽວ​ກັບ ບັນຫາ​ ດັ່ງກ່າວ, ທາງ​ການ​ລາວ ພວມ​ກະກຽມ ມາຕການ ຕ່າງໆ ​ເພື່ອ​ລົງ​ແກ້​ໄຂ, ດັ່ງ ດຣ. ນວນ​ຕາ ມະນີ​ພູ​ໄສ, ຫົວໜ້າ ສູນ​ອະນາ​ໄມ ສິ່ງ​ແວດ​ລ້ອມ ​ແລະ ຈັດ​ຫາ ນໍ້າ​ສະອາດ ປະ​ຈໍາ ກະຊວງ​ສາທາຣະນະ​ສຸກ ຂອງ​ລາວ, ຊີ້​ແຈງ ​ໃນ​ຕອນ​ນຶ່ງ ວ່າ:

“ສ່ວນ​ຫລາຍ ກໍ​ຖອກທ້ອງ ​ແລະ ກໍ​ຜິວໜັງເປື່ອຍ ຫລື ວ່າ ຍ່ຽວ​ໜູ, ກໍ​ຕ້ອງ ​ໄດ້​ເອົາ​ໃຈ​ໃສ່ ປ້ອງ​ກັນ ຄື​ກັນ ​ເພີ້ມຕື່ມ ອີ​ກອັນ​ນຶ່ງ ພາຍຫລັງ ນໍ້າ​ຖ້ວມ ຕ້ອງ​ໄດ້​ລົງ​ໄປ ບູຣະນະ ບໍ່​ນໍ້າ​ຕ່າງໆ ທີ່​ຖືກ​ນໍ້າ​ຖ້ວມ ຄືນ. ດຽວ​ນີ້ ກໍ​ກໍາລັງ ສ​ເນີຫາ ອົງການ ຢູນີ​ເຊັບ ທີ່​​ເປັນ​ຄູ່​ຮ່ວມ​ງານ.”

ດຣ. ນວນ​ຕາ ກ່າວ​ເພີ້​ມຕື່ມ​ ວ່າ ​ໂຣກຣະບາດດັ່ງກ່າວ ທີ່​ອາດ​ເກີດ​ຂຶ້ນ​ນັ້ນ, ທາງ​ການ ຈໍາ​ເປັນ​ຕ້ອງ ລົງ​ໂຄສະນາ ສຸຂສຶກສາ ​ແກ່​ຊາວບ້ານ ​ໃນ​ພື້ນ​ທີ່ ທີ່​ສ່ຽງ, ຄຽງ​ຄູ່ ກັບ​ການ ​ໃຫ້ການ​ຊ່ອຍ​ເຫລືອ ​ເບື້ອງ​ຕົ້ນ ​ແກ່​ຂະ​ເຈົ້າ.

ນອກຈາກ​ນັ້ນ, ຣະບົບນໍ້າ​ສະອາດ ​ໃນ​ທ້ອງ​ຖິ່ນ​ຕ່າງໆ, ​ເປັນ​ຕົ້ນ ນໍ້າ​ປະປາ, ນໍ້າສ້າງບາ​ດານ, ຮວມ​ໄປ​ເຖິງ ສ້ວມຖ່າຍ ທີ່​​ຖືກ​ທໍາລາຍ ຈາກ​ພັຍ​ນໍ້າ​ຖ້ວມ, ກໍ​ຈະ​ຕ້ອງ ຖືກ​ສ້ອມ​ແປງ​ຄືນ​ໃໝ່. ພ້ອມ​ກັບ ຂ້າ​ເຊື້ອ​ໂຣກຕ່າງໆ ​ເພື່ອ​ຮັບປະກັນ ວ່າ ຊາວບ້ານ ທີ່​ເດືອດຮ້ອນ ຈະ​ສາມາດ ດໍາຣົງ ຊີວິດ ຢ່າງ​ຖືກ​ສຸ​ຂອະນາ​ໄມ ພາຍຫລັງ ທີ່ບັນຫາ ນໍ້າ​ຖ້ວມ ໝົດ​ໄປ.

ເຖິງ ຢ່າງ​ໃດ ກໍ​ຕາມ, ດຣ. ນວນ​ຕາ ກ່າວ​ວ່າ: ມາຕການ ຕ່າງໆ ທີ່​ທາງ​ການ​ລາວ ພວມກະກຽມ ຂຶ້ນ​ນີ້, ຈໍາ​ເປັນ​ ຕ້ອງ​ໄດ້​ຂໍ ການ​ຊ່ອຍ​ເຫລືອ ​ແລະ ສນັບ​ສນູນ ຈາກ​ອົງການ ຈັດ​ຕັ້ງ​ສາກົນ ຕ່າງໆ, ​ໂດ​ຍສະ​ເພາະ ອົງການ ຢູນິ​ເຊັບ, ຊຶ່ງ​ມີບົດບາດ ສໍາຄັນ ​ໃນ​ລະຍະ​ຜ່ານມາ ກ່ຽວ​ກັບ ວຽກ​ງານ ສ້າງສາ​ນໍ້າ​ສະອາດ ​ແລະ ອະນາມັຍ ສິ່ງ​​ແວດ​ລ້ອມ ​ໃນ​ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.