ໂພນໂຮງ ໄດ້ຮັບຄວາມເສັຍຫາຍ ຈາກພັຍນໍ້າຖ້ວມ

ເມືອງໂພນໂຮງ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ ໃນເຫດການ ພັຍນໍ້າຖ້ວມ ແຂວງວຽງຈັນ ແລະ ປັດຈຸບັນ ຣະດັບນໍ້າ ຍັງບໍ່ທັນຫລຸດລົງ ເທື່ອ.
ຈະເຣີນສຸກ ຣາຍງານ
2008.08.11

ເມືອງ​ໂພນ​​ໂຮງ ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ ຢ່າງ​ໜັກ ຈາກ​ພັຍ​ນໍ້າ​ຖ້ວມ, ​ໂດຍ​ສະ​ເພາະ ​ພື້ນ​ທີ່​ປູກຝັງ ​ໄດ້​ຮັບ​ຄວາມ​ເສັຍຫາຍ ຢ່າງ​ຫລວງຫລາຍ ​ເມື່ອທຽບ​ໃສ່ ​ເມືອງ​ອື່ນໆ, ​ແລະ ຣະດັບ​ນໍ້າ ກໍ​ຍັງ​ບໍ່​ທັນ​ຫລຸດ​ລົງ​ເທື່ອ ​ໃນ​ຂະນະ​ທີ່ ​ເມືອງ​ອື່ນໆ ພົບ​ວ່າ ນໍ້າ​ເຣີ້ມ ຫລຸດ​ລົງ ​ແດ່​ແລ້ວ, ອີງ​ຕາມ ການ​ເປີດ​ເຜີຍ ຂອງ​ເຈົ້າ​ໜ້າທີ່​ ກ່ຽວຂ້ອງ ຈາກ​ຫ້ອງການ ຄົມມະນາຄົມ ​ແຂວງ​ວຽງ​ຈັນ.

“​ແມ່ນ​ລະ ກະສິກັມ ບາງ​ຈຸດ ຍັງ​ຖ້ວມ​ຢູ່, ຖ້ວມ​ສ່ວນ​ຫລາຍ ຢູ່​ທົ່ງພຽງ ​ເຂດ​ໂພນ​ໂຮງ ​ເພາະ​ເພິ່ນ ປ່ອຍ​ນໍ້າ​​ເຂື່ອນ ​ໃສ່​ນໍ້າ​ງື່ມ ລົງ​ມາ.”

ນໍ້າ​ຖ້ວມ ຄັ້ງ​ນີ້, ສາ​ເຫດ ​ເກີດ​ຈາກ ນໍ້າງື່ມ ລົ້ນ​ເຂື່ອນ, ຈຶ່ງຖືກ​ປ່ອຍລົງ​ມາ ​​​ເຮັດ​ໃຫ້ນໍ້າ​ຖ້ວມ​ ຫລາຍ​ພື້ນ​ທີ່. ​ແຂວງ​ວຽງ​ຈັນ ນໍ້າ​ຖ້ວມ​ໜັກ ​ແມ່ນ​ໃນຣະຫວ່າງ ວັນ​ທີ 17 ຫາ 22 ກໍຣະກະດາ ຜ່ານ​ມາ, ຊຶ່ງ​ພົບ​ວ່າ ມີ 68 ໝູ່​ບ້ານ ​ໃນ 5 ​ໂຕ​ເມືອງ, ​ໄດ້​ຮັບ​ຜົນ​ກະທົບ. ​ແຕ່​​ໃນ​ເວລາ​ນີ້, ຣະດັບ​ນໍ້າ ​ເຣີ້ມຫລຸດ​ລົງ​ແດ່​ແລ້ວ, ​ແຕ່​ ຍັງ​ຂັງ​ຢູ່ ​ໃນ​ພື້ນ​ທີ່ ​ໄຮ່ນາ.

ນອກຈາກ​ນັ້ນ, ໃນ​ເຂດ​ເມືອງ​ກາສີ ​ພົບ​ວ່າ ດິນ​​ ໄດ້​ເຈື່ອນ​ລົງ​ມາ ຕັນ​ຖນົນ, ຊຶ່ງ​ ​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ກໍ​ໄດ້​ແກ້​ໄຂ ບັນຫາ ດັ່ງກ່າວ​ໄປ​ແລ້ວ. ສ່ວນ ​ເມືອງ​ໂພນ​ໂຮງ ນັ້ນ, ນໍ້າ​ ຍັງ​ຖ້ວມ​ສູງ​ຢູ່ ​ເພາະວ່າ ນໍ້າຈາກ​ເຂື່ອນ ​ໄດ້​ລົ້ນອອກ​ມາ ​​ໃສ່ພື້ນ​ທີ່ ບ້າ​ນເຮືອນ ​ແລະ ພື້ນ​ທີ່ ປູກຝັງ ຂອງ​ປະຊາຊົນ ຢ່າງ​ກ້ວາງ​ຂວາງ. ​​ໃນ​ປັດຈຸບັນ, ພາກສ່ວນ ກ່ຽວຂ້ອງ ຍັງ​ບໍ່​ສາມາດ ​ໃຫ້​ຄໍາຕອບ​ ໄດ້​ເທຶ່ອວ່າ ນໍ້າ​ຖ້ວມ ທີ່​ເມືອງ​ໂພນ​ໂຮງ ນີ້ ຈະ​ຫລຸດຣະດັບ ​ເຂົ້າ​ສູ່ ປົກກຕິ ​ເມື່ອ​ໃດ. ດັ່ງ​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ກ່າວ ​ໃນ​ຕອນ​ນຶ່ງ ວ່າ:

“​ໂອ໋ວ! ຍັງ​ກໍານົດ ບໍ່​ໄດ້ ​ເພາະ​ດຽວ​ນີ້ ຝົນ ຍັງ​ຕົກ​ຢູ່. ດຽວ​ນີ້ ຕົກ​ບໍ່​ແຮງ ປານ​ໃດ ​ແຕ່​ຕົກ ບໍ່​ຂາດ ປະມານ ​ເກືອບ​ເດືອນ​ແລ້ວ​ເດ້, ປ່ອຍ​ລົງ​ມາ​ນີ້.”

ສະຖານະ​ການ ນໍ້າ​ຖ້ວມ ​ໃນ​ລາວ ຍັງ​ຄົງ ​ເປັນ​ບັນຫາ​ໃຫຍ່ ທີ່​ສົ່ງ​ຜົນກະທົບ ​ໃນ​ຫລາຍ​ເມືອງ ​ແລະ ສົ່ງ​ຜົນກະທົບ ພື້ນ​ທີ່ ກະສິກັມ ຂອງ​ປະຊາຊົນ, ​ແລະ ປັດຈຸບັນ ທາງ​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ພວມ​ຮີບ​ໂຮມ ຂໍ້​ມູນ ຄວາມ​ເສັຍ​ຫາຍ ກ່ອນ​ທີ່ ຈະ​ໃຫ້ການ​ຊ່ອຍ​ເຫລືອ ຢ່າງ​ແທ້​ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.