ແຂວງຄໍາມ່ວນ ໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ ຢ່າງໜັກ

ໃນເວລານີ້ ແຂວງຄໍາມ່ວນ ມີພື້ນທີ່ ໄຮ່ນາ ເສັຍຫາຍ ຈາກພັຍນໍ້າຖ້ວມ ໄປແລ້ວ 10,000 ກ່ວາເຮັກຕາ ແລະ ຣະດັບນໍ້າ ຍັງບໍ່ມີວິແວວ ຫລຸດລົງ ແຕ່ຢ່າງໃດ.
ຈະເຣີນສຸກ ຣາຍງານ
2008.08.13

ແຂວງ​ຄໍາ​​ມ່ວນ ​ເປັນ​ແຂວງ​ນຶ່ງ ທີ່​ໄດ້​ຮັບ ຜົນ​ກະທົບ ຢ່າງ​ໜັກ ຈາກ​ພັຍ​ນໍ້າ​ຖ້ວມ, ​ໂດຍ​ສະ​ເພາະ ພື້ນ​ທີ່​ປູກຝັງ ຂອງ​ປະຊາຊົນ, ອີງ​ຕາມ ການ​ເປີດ​ເຜີ​ຍ ຂອງ​ເຈົ້າ​ໜ້າ​ທີ່ ​ແຂວງ​ຄໍາ​ມ່ວນ:

“ດຽວ​ນີ້ ຖ້ວມ​ປະມານ 10,000 ກ່ວາ​ເຮັກຕາ, ຖ້ວມ​ເນື້ອ​ທີ່​ນາ ​ແລະ ພືດ 4 ​ໂຕ​ເມືອງ​ໃຫຍ່ ​ແລະ ​ແມ່​ແມ່​ນໍ້າຂອງ ​ເຮົາ​ນີ້​ແຫລະ ທີ່​ມັນ​ລົ້ນ​ຝັ່ງ. ທາງ​ແຂວງ​ເຮົາ ກໍ​ແຕ່ງ​ຕັ້ງ ໜ່ວຍ​ຮັບຜິດຊອບ ​ເຣື້ອງນໍ້າ​ຖ້ວມ.”

ທ່ານ ກ່າວ​ຕື່ມ​ວ່າ ​ໃນ​ເວລາ​ນີ້ ພື້ນ​ທີ່ ​​ໄຮ່ນາ ຂອງ​ຊາວ​ບ້ານ, ​ໂດຍ​ສະ​ເພາະ ​ໃນ​ເຂດ​​ເມືອງ​​ເຊ​ບັ້ງ​ໄຟ, ​ເມືອງ​ຫີນ​ບູນ ​ແລະ ທ່າ​ແຂກ ​ເສັຍ​ຫາຍ ຮວມກັນ​​ແລ້ວ ປະມານ 10,000 ​ເຮັກຕາຣ. ທັ້ງນີ້ ຍ້ອນ​ວ່າ ຣະດັບ​ນໍ້າ ສາຍ​ສໍາຄັນ​ຕ່າງໆ ​ໃນ​ແຂວງ​ທີ່​ຍັງ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ, ​ເປັນ​ຕົ້ນ, ຣະດັບ​ນໍ້າຂອງ ຊຶ່ງ​ຫລ້າ​ສຸດ​ນີ້ ວັດ​ແທກ​ ​ໄດ້​ປະມານ 14 ​ແມັດ. ສ່ວນ ຣະດັບ​ນໍ້າ​ເຊ​ບັ້ງ​ໄຟ ວັດ​ແທກ​ໄດ້ ປະມານ 29.50 ​ແມັດ,

​ເຖິງ​ຢ່າງ​ໃດ ກໍຕາມ, ​ໃນ​ເວລາ​ນີ້, ຍັງ​ບໍ່​ທັນ​ ມີຣາຍງານ ບັນຫາ ນໍ້າ​ຖ້ວມ ​ໃນ​ເຂດ​ບ້ານ​ເຮືອນ ຂອງ​ປະຊາຊົນ ​ໃນ​ແຂວງ ​ແຕ່​ຢ່າງ​ໃດ, ​ແຕ່​ທາງ​ການ​ກ່ຽວ​ຂ້ອງ ພວມ​ຕິດຕາມ ສະຖານ​ນະ​ການ ຜົນ​ກະທົບ ຕ່າງໆ ຢ່າງ​ໃກ້ຊິດ, ​ເພາະຣະດັບ​ນໍ້າ ຍັງ​ບໍ່​ສາມາດ ລະບາຍ​ອອກ​ໄປ ​ໄດ້​ງ່າຍໆ ຈາກ​ພື້ນ​ທີ່ ຖ້ວມ​ຂັງ ​ໃນ​ເວລາ​ນີ້. ​ເຈົ້າ​ໜ້າ​ທີ່ ທ່ານດຽວ​ກັນ​ນີ້ ກ່າວ​ເຖິງ ການ​ກະກຽມ ​ເພື່ອ​ບັນ​ເທົາ​ທຸກ ​ແກ່​ຊາວບ້ານ ອີກ​ວ່າ:

“ດຽວ​ນີ້ ມີ​ແຕ່​ຊຸກຍູ້ ​ເຣື້ອງ​ໃຫ້​ຂະ​ເຈົ້າ ​ເຣື້ອງການ​ຜລິດ ທົດ​ແທນ​ຄືນ ​ໃນ​ເຂດ​ທີ່​ມີ​ນໍ້າ​ຖ້ວມ, ​ແຕ່​ລະ​ບ່ອນ ດຽວ​ນີ້ ກະກຽມ ຊ່ອມ​ແຊມ ​ແປງ​ໃດ​ສູບ​ນໍ້າ​ ນັ້ນແລ້ວ.”

​ໃນ​ເວລາ​ນີ້ ທາງ​ການ​ທ້ອງ​ຖິ່ນ ກໍາລັງ ຕິດ​ຕໍ່ ຂໍ​ການ​ຊ່ອຍ​ເຫລືອ ຈາກ​ສູນ​ກາງ ​ແລະ ອົງການ​ຈັດ​ຕັ້ງ ສາກົນ​ຕ່າງໆ ​ເພື່ອ​ໃຫ້​ເຂົ້າ​ໄປ​ຊ່ອຍ​ເຫລືອ ​ເບື້ອງ​ຕົ້ນ ​ແກ່ ຊາວ​ບ້ານ ທີ່​ຖືກ​ຜົນ​ກະທົບ ຍ້ອນ​ພັຍ​ນໍ້າ​ຖ້ວມ​ໃນ​ແຂວງ. ຢ່າງ​ໃດ ກໍ​ຕາມ, ​ແຂວງ​ຄໍາ​ມ່ວນ ​ແມ້ຈະ​ເປັນ​ແຂ​ວງ ທີ່​ອຸດົມສົມບູນ ​ແລະ ສາມາດ ຜລິດ ສະບຽງ​ອາຫານ ​ໄດ້​ຢ່າງ​ຫລວງຫລາຍ ກໍ​ຕາມ, ​ແຕ່​ໃນ​ແຕ່ລະ​ປີ ກໍ​ມັກ ຈະ​ຖືກ​ຜົນ​ກະທົບ ຈາກພັຍ​ນໍ້າ​ຖ້ວມ ​ເປັນ​ປະ​ຈໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.