ຊາວບ້ານ ລໍຖ້າການຊ່ອຍເຫລືອ ຈາກພາກຣັຖ

ປະຊາຊົນລາວ ຕາມແຄມແມ່ນ້ຳຂອງ ທີ່ໄດ້ຮັບຄວາມເດືອດຮ້ອນ ຈາກພັຍນ້ຳຖ້ວມ ກຳລັງລໍຖ້າ ຄວາມຊ່ວຍເຫລືອ ຈາກທາງຣັຖບາລ.

ປະຊາຊົນ​ລາວ ​ຕາມ​ບໍຣິ​ເວນ ​ແຄມ​ແມ່ນ້ຳຂອງ​ ເມືອງ​ສີ​ໂຄຕຕະບອງ ​ຊື່​ງ​ເປັນ​ເຂ​ຕໜື່ງ ທີ່​ໄດ້​ຮັບ​ຄວາມ​ເສັຍ​ຫາຍ ​ຈາກ​ພັຍ​ນ້ຳຖ້ວມ​ປີ​ນີ້ ກຳລັງ ລໍຖ້າ​ ຄວາມ​ຊ່ວຍ​ເຫລືອ ​ຕ່າງໆ ​ຈາກ​ທາງ​ພາຄສ່ວນ ຣັຖບາ​ລ ຫລື ​ໜ່ວຍ​ງານ​ ກ່ຽວຂ້ອງ​ ດັ່ງ​ຊາວບ້ານ​ ຜູ້​ໜື່ງ​ ໄດ້​ກ່າວ​ວ່າ:

" ຍັງ ​ບໍ່​ມີ ຣັຖບາ​ລຊ່ວຍ​ຫາ​ອີ​ຫຍັງ ຍັງ​ບໍ່​ມີ ມີ​ແຕ່​ຂະ​ເຈົ້າ ຈະ​ຊ່ວຍ​ປັ່ນ​ນ້ຳ ຢູ່​ທາງ​ໃຫຍ່​ພູ້ນ ​ຂ​ະເຈົ້າ ຈະ​ບໍ່​ໃຫ້​ນ້ຳຄອງ​ອອກ​ໄປ ​ແຖວ​ໃນ​ເມືອງ ອອກ​ໄປ​ຫົນທາງ ​ແຕ່​ວ່າ ​ຖ້າ​ເປັນ​ພວກ​ ຢູ່​ທາງ​ທ່າ​ ທາງ​ຝັ່ງ​ນ້ຳ ຂ​ະເຈົ້າ ຍັງ​ບໍ່​ໄດ້​ຊ່ວຍ ​ຫຍັງ​ເລີຽ ​ເຫັນ​​ເພີ່ນ​ເວົ້າສິຊ່ວຍ​ຢູ່​ ​​ບໍ່​ເຫັນ​ມາ​ປານ​ນີ້"

ຊາວ​ລາວ​ ເມືອງ​ສິ​ໂຄຕຕະບອງ ​ດັ່ງກ່າວ​ໄດ້​ແຈ້ງ​ ເພີ່ມ​ວ່າ ​ເຣື່ອງກາຣຊ່ວຍ​​ເຫລືອ​ນັ້ນ ​ໄດ້​ຂ່າວ​ວ່າ​ຊາວບ້ານ​ອື່ນ ​ທີ່​ໄດ້​ປະສົບ​ກັບ ​ເຫ​ຕກາຣ ນ້ຳຖ້ວມ​ເຊັ່ນ​ກັນນັ້ນ ກໍ​ໄດ້​ຮັບ​ກາຣຊ່ວຍ​ເຫລືອ​ແລ້ວ ​ແຕ່​ວ່າ​ໝູ່​ບ້ານ​ ຂອງ​ຕົນ​ນັ້ນ ຍັງ​ບໍ່​ໄດ້​ຮັບ​ຫຍັງ ​​ເທື່ອ​ເລີຽ ສະນັ້ນ ຈື່ງ​ຫວັງ​ວ່າ ​ທາງ​ກາຣຣັຖບາ​ລ ​ແລະ ​ໜ່ວຍ​ງານ​ກ່ຽວຂ້ອງ​ ຄົງ​ຈະ​ໃຫ້​ ຄວາມ​ຊ່ວຍ​ເຫລືອ ​ພວກ​ຕົນ ​ໃນ​ໄວໆ​ນີ້ ດັ່ງ​ທີ່ ​ນາງໄດ້​ກ່າວ​ຢ້ຳວ່າ:

"ກໍຍາກ​ແບບ​ໃຫ້​ມາ​ຊ່ວຍ​ ຂົນ​ເຄື່ອງ​ມາ​ຫຍັງ​ໃຫ້ ​ແລະ​ກໍ​ມາ​ຊ່ວຍ​ອາຫາຣ​ແບບ​ເຂົ້າສາຣ ​ເພາະວ່າ​ເຮົາ​ອອກ​ໄປ​ຊື້​ຢູ່​ນອກ ​ເຮົາ​ກໍ​ອອກ​ໄປ​ຊື້​ຍາກ ​ເພາະວ່າ​ມັນ​ຢູ່​ໃນ ກໍ​ຍັງ​ບໍ່​ມາ​ທັນ​ຊ່ວຍ​ທີ່​ເດືອດ​ຮ້ອນ"

​ເຖີງຢ່າງ​ໃດ​ກໍ​ຕາມ ສະຖານະ​ກາຣ ນ້ຳຖ້ວມ​ ໃນ​ປັຈຈຸ​ບັນ​ນີ້ ​ຍີ່​ງ​ເຮັດ​ໃຫ້​ປະຊາຊົນ ​ມີ​ຄວາມ​ວິຕົກ​ກັງວົນ​ຫລາຍ​ເພີ່ມ​ຂື້ນ ຍ້ອນຣະດັບ​ນ້ຳ ຍັງ​ບໍ່​ທັນ​ມີ ​ວິ​ແວວ ​ຈະ​ຫລຸດ​ລົງ​ ພ້ອມ​ກັບ​ຍັງ ​ມີ​ຝົນຕົກ​ ຢ່າງ​ຕໍ່​ເນື່ອງ ​ທີ່​ຈະ​ຍີ່​ງ​​ ເຮັດ​ໃຫ້​ປະຊາຊົນ​ ໄດ້​ຮັບ​ຄວາມ​ລຳບາກ ​ທີ່​ບໍ່​ສາມາດ ​ທີ່​ຈະ​ປະກອບ ​ອາຊີ​ພ ດ້ານ​ກາຣຄ້າຂາຍ​ໄດ້​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​​ຫ້າງ ​ຮ້ານ​ຕາມ​ແຄມ ​ແມ່ນ້ຳຂອງ​ ໃນ​ບາງ​ບ່ອນ ກໍ​ຖືກ​ນ້ຳຖ້ວມ​ ເຖີງຊັ້ນ 2 ​ແລ້ວ ​ກໍ​ມີ.