ນໍ້າຖ້ວມ 4 ໂຕເມືອງ ແຂວງວຽງຈັນ
2008.08.04

ແຫລ່ງຂ່າວທ້ອງຖີ່ນ ໄດ້ແຈ້ງຕໍ່ ທາງວິທຍຸເອເຊັຽເສຣີວ່າ: ເມື່ອທ້າຍສັບປະດາ ຜ່ານມານີ້ ທາງເຈົ້າໜ້າທີ່ກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣາຍງານ ກ່ຽວກັບຜົລກະທົບ ຈາກພັຍນ້ຳຖ້ວມ ຕາມເຂຕແຂວງວຽງຈັນ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 59 ໝູ່ບ້ານ ໃນເຂຕ 4 ຕົວເມືອງ ໂດຽສະເລັ່ຽ ມີພື້ນທີ່ ໄດ້ຮັບຄວາມເສັຽຫາຍ ທາງດ້ານຜົລຜລິຕ ຢ່າງໜັກ ເກືອບຮອດ 2,000 ເຮັກຕ໊າຣ໌ ຊື່ງສ່ວນໃຫຍ່ ແມ່ນເນື້ອທີ່ ປູກເຂົ້າ ແລະ ສາລີ.
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ເຂຕທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ ໝົດນັ້ນ ແມ່ນເມືອງທຸຣະຄົມ ທີ່ມີເນື້ອທີ່ ປູກເຂົ້າ ສາລີ ພ້ອມດ້ວຍ ສວນກ້ວຍ ໝາກຮຸ່ງ ແລະ ພືຊຜັກ ຕ່າງໆ ເສັຽຫາຍໄປຫລາຍກວ່າ 1,400 ເຮັກຕ໊າຣ໌ ຖັດລົງມາ ແມ່ນເມືອງກາສີ ທີ່ມີ 18 ໝູ່ບ້ານ ໄດ້ຮັບຄວາມເສັຽຫາຍ ໃນພື້ນທີ່ປູກເຂົ້າ ແລະ ສາລີ ປະມານ 176 ເຮັກຕ໊າຣ໌.
ນອກຈາກນັ້ນ ຍັງມີ ທົ່ງໄຮ່ນາຕາກ້າ ໃນເຂຕເມືອງເຟືອງ ທີ່ໄດ້ຮັບຄວາມເສັຽຫາຍ ໄປບໍ່ຕໍ່າກວ່າ 158 ເຮັກຕ໊າຣ໌ ພ້ອມກັບ ຕາມອື່ນໆ ທີ່ໄດ້ຮັບຄວາມເສັຽຫາຍ ຢ່າງຫລວງຫລາຍ ເຊັ່ນກັນ.
ເຖີງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ກ່ຽວຂ້ອງປະຈຳ ກະຊວງກະສິກັມ ແລະ ປ່າໄມ້ລາວ ດັ່ງກ່າວ ແມ່ນໄດ້ໃຫ້ ກາຣຮ່ວມມື ກັບທາງກາຣ ທ້ອງຖີ່ນ ເພື່ອຫາວິທີທາງ ແກ້ໄຂ ແລະ ໃຫ້ຄວາມຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍທັມຊາຕ ດັ່ງກ່າວ ໂດຽສະເພາະ ໃນດ້ານໃຫ້ແນວພັນເຂົ້າ. ສ່ວນໂຄງກາຣ ຊົລປະທານ ຫລາຍໆ ແຫ່ງທີ່ ໄດ້ຮັບຜົລກະທົບນັ້ນ ກໍວ່າ ທາງວີຊາກາຣ ກໍາລັງດຳເນີນກາຣກວດກາ ແລະ ປະເມີນຜົລຄວາມເສັຽຫາຍ ຕົວຈີງ ເພື່ອນຳສເນີ ຂໍງົບປະມານ ຈາກທາງຝ່າຍຣັຖບາລ ຕາມຂັ້ນຕອນ ຕໍ່ໆໄປ.