ສາທາຣະນະສຸກ ເຕືອນ ໃຫ້ຣະວັງ ເຊື້ອໂຣກ ຈາກ ນໍ້າຖ້ວມ
2008.08.13
“ເຮົາກໍໄດ້ລົງໄປເບິ່ງ ໂຄງການ ດຽວນີ້ ພວກເຮົາ ກໍໄດ້ສົ່ງ ພະນັກງານແພດ ພວກເຮົາ ຈົກເອົາຢາ ໄປໃຫ້ສົ່ງ ອສບ ອິຫຍັງເນາະ ມີການບັນເທົາທຸກ ກັນຢູ່ ບ່ອນພັກບ່ອນຫຍັງ ພວກເຮົາ ກໍໄດ້ສົມທົບກັນ ເນາະ.”
ພ້ອມກັນນັ້ນ ກໍຂໍໃຫ້ ປະຊາຊົນ ຮັບຟັງຂ່າວຄາວ-ເອົາໃຈໃສ່ ເລື່ອງນໍ້າຖ້ວມ ແລະ ດູແລ ລູກຫລານໃຫ້ດີ. ຖ້າຫາກເດັກ ມີພູມກັນໜ້ອຍ ກໍອາດສ່ຽງ ຕໍ່ການຕິດພະຍາດ ທີ່ເກີດ ຈາກໄພນໍ້າຖ້ວມ ໄດ້ຫລາຍກວ່າ ຜູ້ໃຫຍ່ ໂດຍສະເພາະພະຍາດຕາແດງ ແລະ ຂີ້ຖອກທ້ອງ.
ຂະນະນີ້ ທາງສາທາຣະນະສຸກ ໃນພື້ນທີ່-ເຝົ້າຣະວັງ ໄດ້ກຽມສະຖານທີ່ ກ້ວາງຂວາງ ເຊັ່ນໂຮງຮຽນ ຫລື ວັດ ໄວ້ຮອງຮັບປະຊາຊົນ ຫາກເກີດໄພນໍ້າຖ້ວມ-ບໍ່ສາມາດ ອາໃສ ຢູ່ບ້ານຂອງຕົນໄດ້ ພ້ອມກັນນັ້ນ ຜແນກສາທາຣະນະສຸກທ້ອງຖີ່ນ ຍັງໄດ້ຮັບຄໍາສັ່ງ ໃຫ້ຕຽມຢາ ແລະ ໃຫ້ແພດໝໍ ຈໍານວນນຶ່ງ ປະຈໍາຢູ່ ພື້ນທີ່ສ່ຽງ ເພື່ອຈະໄດ້ປີ່ນປົວ ປະຊາຊົນ ຢ່າງທັນເວລາ.
“ແລ້ວກໍ ເບື້ອງສຸຂພາບ ເພິ່ນກໍມອບໃຫ້ສາທາ ເນາະ ແຕ່ວ່າ ກ່ຽວກັບເບື້ອງອື່ນ ບໍ່ມີຫຍັງ ກໍມອບໃຫ້ ແຕ່ລະ ໜ່ວຍງານ ທີ່ຮັບຜິດຊອບ ຂຶ້ນມາ ແລະ ການຈັດສະຖານທີ່ ເຮົາກໍໄປ ແບ່ງປັນ ເປັນຈຸດເປັນຫຍັງ ໃຫ້ເຂົາເຈົ້າ ຂຶ້ນມາ ແລ້ວກໍມີ ການພົວພັນກັນ.”
ເມືອງທີ່ ຄວນເຝົ້າຣະວັງ ເປັນພິເສດ ໃນນະຄອນຫລວງວຽງຈັນ ກໍຄື ເມືອງປາກງື່ມ ສັງທອງ ສີໂຄດຕະບອງ ຫາດຊາຍຟອງ. ສ່ວນໃນແຂວງ ຕ່າງໆ ທົ່ວປະເທດລາວນັ້ນ ເຂດທີ່ຢູ່ໃກ້ ແຄມຂອງ ກໍໃຫ້ເຝົ້າຣະວັງ ເພາະນໍ້າຂອງ ຂຶ້ນ ເກີນຣະດັບ ປົກກະຕິແລ້ວ ຊຶ່ງອາດຈະເຮັດໃຫ້ ຕາຝັ່ງເຈື່ອນ-ດິນຖລົ່ມ ໄດ້.