ພັຍນໍ້າຖ້ວມ ທໍາລາຍ ພື້ນທີ່ ປູກຝັງ ຂອງປະຊາຊົນ
2008.08.05
ໃນເວລານີ້ ພື້ນທີ່ປູກຝັງ ຂອງຊາວກະສີກອນ ໃນເຂດນະຄອນຫລວງວຽງຈັນ ກວ່າ 1,000 ເຮັກຕາ ປະສົບກັບ ພັຍນ້ຳຖ້ວມ ຢ່າງໃຫຍ່ ທາງການກ່ຽວຂ້ອງ ກໍ່ພຍາມຍາມ ທີ່ຈະໃຫ້ການຊ່ອຍເຫລືອ ແກ່ພວກຂະເຈົ້າ ດັ່ງທ່ານ ຄຳໄຜ່ ພົມມະຈັນ ຫົວຫນ້າ ຫ້ອງການປູກຝັງ ປະຈຳແຂວງວຽງຈັນ ໄດ້ຊີ້ແຈງ ກ່ຽວກັບເຣື້ອງນີ້ ໃນຕອນນື່ງວ່າ:
ຝົນຕົກ ແລະ ນ້ຳກໍ່ຖ້ວມຂັງ ປັດຈຸບັນ ພວກເຮົາ ກຳລັງ ສລູບ ເນື້ອທີ່ ເສັຽຫາຍຕ່າງໆຢູ່ ມີເມືອງກາສີ ວັງວຽງ ເມືອງເຟືອງ ແລະ ທຸຣະຄົມ ມີນາເຂົ້າແດ່ ມີພືດແດ່ ປະມານ 1,000 ເຮັກຕາ ພວກເຮົາ ກໍ່ຈະຕ້ອງໄດ້ ແກ້ໄຂ ໃຫ້ຂະເຈົ້າ ດຳເນີນຄືນໃຫມ່.
ທ່ານກ່າວ ເພີ້ມອີກວ່າ ຈາກເຫດ ຝົນຕົກຫນັກ ຫລາຍເກີນໄປ ໃນຣະຍະ 3-4 ທີດ ທີ່ຜ່ານມາ ຮ່ວມກັບຣະບົບ ກັ້ນນ້ຳຖືກ ເພຟັງ ເຮັດໃຫ້ທົ່ງນາ ໃນເຂດເມືອງທຸຣະຄົມ ເມືອງກາສີ ວັງວຽງ ແລະ ເມືອງເຟືອງ ເສັຽຫາຍ ປະມານກວ່າ ນື່ງພັນເຮັກຕາ ຊື່ງໃນພື້ນທີ່ ແຫ່ງດັ່ງກ່າວ ຖືວ່າ ເປັນເຂດ ທີ່ສຳຄັນໃນການປູກເຂົ້າ ປູກສາລີ ແລະ ພືດ ອຸສາຫາກຳ ປະເພດຕ່າງໆ ເພື່ອປ້ອນ ແຂວງວຽງັຈນ ແລະ ເພື່ອສົ່ງອອກ. ສະພາບ ອາກາດ ປັ່ນປ່ວນ ທີ່ເຮັດໃຫ້ ມີຝົນຕົກຫນັກ ຢ່າງຕໍ່ເນື່ອງ ໃນປີນີ້ ເຮັດໃຫຜົລປູກເສັຽຫາຍ ໄປຫມົດ. ເຖີງຢ່າງໃດ ກໍຕາມ ທາງການແຂວງ ກໍ່ມີແຜນຮອງຮັບ ເພື່ອໃຫ້ ປະຊາຊົນ ປູກພືດຊນີດ ດັ່ງກ່າວ ອີກໃຫມ່ ໃນຍາມຣະດູແລ້ງ ເພື່ທົດແທນ ສີ່ງທີ່ເສັຽໄປ.
ແຂວງວຽງຈັນ ຖືວ່າ ເປັນແຂວງ ທີ່ອຸດົມສົມບູນ ມາຕລອດ ແລະ ກໍ່ເປັນ ອູ່ເຂົ້າອູ່ນ້ຳ ໃນເຂດພາກກາງ ລອງຈາກ ແຂວງສວັນນະເຂດ ແລະ ແຂວງຄຳມ່ວນ ຣະບົບ ຊົນລະປະທານ ກໍ່ເກືອບທົ່ວເຖີງ ມີແຕ່ບາງພາກສ່ວນ ທີ່ຂາດ ການຊົນລະປະທານ ໂດຍສະເພາະ ໃນເຂດ ທີ່ຮາບສຸງ ແຕ່ສ່ວນໃຫຍ່ ພື້ນທີ່ແຂວງວຽງຈັນ ຈະເປັນທົ່ງພຽງ ຫລາຍກວ່າ. ນອກຈາກ ການປູກເຂົ້າແລ້ວ ແຂວງວຽງຈັນ ຍັງປູກສາລີ ຖົ່ວແລະ ພືດຊນີດ ຕ່າງໆ ນຳອີກ.