ຂັນຄໍາ ຊະນະ ຕີດອກປີກໄກ່ ເຂົ້າຮອບ 8 ທິມ
2008.08.12
ທີມຄູ່ ຣະຫວ່າງ ທ້າວ Bob Malaythong ຜູ້ຊື່ງເປັນຄົນລາວ ສັນຊາດ ອາເມຣີກັນ ກັບທ້າວ Howard Bach ຄົນວຽດນາມ ສັນຊາດ ອາເມຣີກັນ ໄດ້ເອົາຊະນະ ທີມຄູ່ ຈາກປະເທດ ອາຟຣີກາໃຕ້ ໃນມື້ວັນອັງຄານ ກ່ອນຈະສາມາດ ເຂົ້າແຂ່ງຂັນ ໃນຮອບ 8 ທີມ ກ່ອນຮອດ ຊະນະເລີດ, ທັງສອງ ຢູ່ໃນອັນດັບທີ 20 ຂອງໂລກ ໃນກິລາ ປະເພດນີ້, ກ່ອນການເດີນທາງ ທ້າວ Bob Malaythong ຈາກຣັຖ Maryland ສະຫະຣັຖ ອາເມຣີກາ ໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ວ່າ:
“ພວກເຮົາ ຕ້ອງຢູ່ໃນ ຣະດັບສູງ ໃນໂລກ ຈື່ງຈະສາມາດເຂົ້າແຂ່ງຂັນໄດ້ ພວກເຮົາ ຕ້ອງຢູ່ໃນອັນດັບ 20 ແຂ່ງກັບ ການາດາ ຊື່ງໃນຂະນະນີ້ ທີມພວກເຮົາ ກໍ່ແຂງກວ່າ ການາດາ ທີ່ຈະເປັນ ຕົວແທນຂອງອາເມຣີກາ ເຫນືອ.”
ທ້າວ Bob Malaythong ວັຍ 27 ປີ ເກີດທີ່ ສປປລາວ ໃຊ້ເວລາ ກວ່າ 15 ປີ ກ່ອນຈະໄດ້ ສັນຊາດອາເມຣີກັນ ສ້າງຄວາມຫວັງວ່າ ໄຊຊະນະ ທີ່ກຸງ ປັກກີ່ງ ຈະສ້າງຄວາມພູມໃຈ ໃນຊີວີດ ຂອງລາວເປັນອັນມາກ ລາວວ່າ ກິລາ Badminton ເປັນກິລາ ທີ່ກຳລັງດົງດັງ ໃນເຂດເອເຊັຽ ນຳໂດຍຈີນ ໃນເວລານີ້ ແລະວ່າ ຖ້າພວກລາວ ໄດ້ຫລຽນ ໃນກິລາປະເພດນີ້ ອາດຈະສ້າງ ຄວາມດົງດັງໃນສະຫະຣັຖ ຫລາຍຂື້ນ ຊື່ງໃນປັດຈຸບັນ ທີ່ຣັຖ California ກໍ່ດັງດັງ ຢູ່ແລ້ວ ໃນການຫລີ້ນ ກິລາປະເພດນີ້.
ໃນເວລາດຽວກັນ ທ້າວ Howad Bach ທີ່ເປັນ ຄົນວຽດນາມ ສັນຊາດອາເມຣີກັນ ຄູ່ຮ່ວມທີມ ຂອງລາວ ກໍ່ບອກວ່າ ພວກລາວ ຢາກສແດງ ໃຫ້ຊາວອາເມຣີກັນ ຮູ້ເຖີງ ຄວາມສາມາດ ໃນການຫລີ້ນກີລາ ປະເພດນີ້, ລາວວ່າ ມັນບໍ່ແມ່ນກິລາ ທີ່ຈະຫລີ້ນ ສະເພາະແຕ່ ໃນຫລັງບ້ານ ໃນຍາມ Babecue ເທົ່ານັ້ນ.