ສນາມກິລາແຫ່ງຊາຕ ຂາດງົປເມື່ອຈົບ ການແຂ່ງຂັນ

ສນາມກິລາແຫ່ງຊາດ ແຫ່ງໃຫມ່ຂອງລາວ ຖືກປະປ່ອຍ ແລະການແຂ່ງຂັນກິລາ ປະເພດຕ່າງໆ ກໍງຽບເຫງົາ.

0:00 / 0:00

ພາຍຫລັງທີ່ ສນາມກິລາແຫ່ງຊາດ ຫລັກທີ 16 ໝົດຫນ້າທີ່ຮັບໃຊ້ ງານມະຫະກັມ ກິລາຊີເກມສ໌ ຄັ້ງທີ 25 ດ້ວຍຜົລສຳເຣັດ ຢ່າງງາມ, ແຕ່ມາຮອດປັດຈຸບັນ ສນາມກິລາແຫ່ງຊາດ ຄົບວົງຈອນແຫ່ງນີ້ ບໍ່ທັນມີ ພາກສ່ວນໃດ ມາຮັບຜິດຊອບ ການບໍຣິຫານ ໃນເຣື້ອງ ບູຣະນະນັ້ນເລີຍ.

ທ່ານ ສຸດຖະຫນອມ ອິນທະວົງ ເວົ້າວ່າ ການຊອກຫາ ບໍຣິສັດທີ່ຈະມາ ຮັບຜີດຊອບນັ້ນ ບໍ່ເປັນຂອງງ່າຍ ຮັຖບານ ສປປລາວ ໄດ້ປືກສາຫາລື ກັບຣັຖບານຈີນ ໂດຍສະເພາະ ບໍຣິສັດທີ່ ທຳການກໍ່ສ້າງ ສນາມກິລາດັ່ງກ່າວ ໃຫ້ມາເບີ່ງແຍງ ແລະຮັກສາ. ເບື້ອງຕົ້ນ ບໍຣິສັດກໍ່ສ້າງ ຂອງຈີນກໍ່ສົນໃຈ ຈະມາຮັບເຫມົາ ບໍຣິຫານ ສນາມກີລາແຫ່ງນີ້ ແຕ່ມາຮອດ ປັດຈຸບັນ ຮັຖບານລາວ ກໍ່ຍັງລໍຖ້າຄຳຕອບ ຈາກບໍຣິສັດນັ້ນຢູ່ ແລະບໍ່ຮູ້ວ່າບໍຣິສັດ ດັ່ງກ່າວ ຈະເຊັນສັນຍາ ຄວາມຮັບຜິດຊອບ ກັບຣັຖບານລາວ ໃນເມື່ອໃດ.

ເຖີງຢ່າງໃດກໍ່ຕາມ ທ່ານວ່າ ຖ້າຫາກບໍ່ທັນມີ ຜູ້ມາຮັບເຫມົາ ໃນການເບີ່ງແຍງເທື່ອ, ຣັຖບານກໍ່ຈະຕ້ອງ ໄດ້ໃຊ້ງົປມານ ຂອງຄນະກັມມະການ ກິລາແຫ່ງຊາດ ເຂົ້າໄປ ບໍຣິຫານ ແລະ ກໍ່ຕ້ອງອາສັຍ ການສນັບສນູນ ຈາກປະຊາຄົມ.

ຊາວນະຄອນຫລວງ ວຽງຈັນ ສ່ວນຫລາຍ ກໍ່ຢາກເຫັນ ສນາມກິລາແຫ່ງຊາດ ໃຫມ່ນີ້ ຖືກໃຊ້ໃນການ ແຂ່ງຂັນກິລາ ປະເພດຕ່າງໆ ເປັນປະຈຳ ເພື່ອສົ່ງເສີມການ ກິລາໃນລາວ ແລະ ເປັນການຄູ້ມຄ່າ ໃນການລົງທືນສ້າງ.

ນອກຈາກ ສນາມກິລາແຫ່ງຊາດ ໃນເຂດຫລັກ 16 ທີ່ຖືກປະປ່ອຍແລ້ວ ສນາມກິລາ ເຈົ້າອະນຸວົງສ໌ ແລະສນາມມວຍ ທີ່ບ້ານບືງຂຍອງ ກໍ່ຖືກປະປ່ອຍ ເຊັ່ນກັນ ບໍ່ມີສະຫະພັນໃດ ເຂົ້າມາເບີ່ງແຍງ. ບັນຍາກາດ ການແຂ່ງຂັນກິລາ ໃນນະຄອນຫລວງ ວຽງຈັນ ກໍ່ບໍ່ຄຶກຄື້ນ ຄືຄາວກອ່ນ.