ອາສາສມັກລາວຕອນຊີເກມສ໌ ມີປະສົພການ ດ້ານພາສາກືກ

ນັກຂ່າວຊາວມາເລເຊັຽ ທີ່ໄປລາຍງານຂ່າວຊີເກມສ໌ ໃນນະຄອນຫລວງວຽງຈັນ ເວົ້າວ່າ ຊາວລາວເປັນຄົນທີ່ມີ ອັທຍາໃສດີ ເຖິງແມ່ນວ່າ ເວົ້າພາສາບໍ່ເຂົ້າ ໃຈກັນກໍດີ.
ສົມເນ
2010.01.04

ນັກຂ່າວຊາວມາເລເຊັຽ ທີ່ໄປລາຍງານຂ່າວ ການແຂ່ງຂັນກິລາຊີເກມສ໌ ເວົ້າວ່າ ປະສົພການຂອງລາວ ຢູ່ໃນນະຄອນຫລວງວຽງຈັນ ບາງຄັ້ງຕ້ອງໄດ້ໃຊ້ ບົດບາດ ຂອງມືຊ່ວຍ ເພື່ອຈະເຂົ້າໃຈກັບເຈົ້າໜ້າທີ່ ອາສາສມັກລາວ ທີ່ເຮັດວຽກຢູ່ໃນສະຖານທີ່ ບ່ອນແຂ່ງຂັນກິລາ. ລາວເລົ່າປະສົພການ ຂອງລາວລົງໃນບົດຂຽນ ໜັງສືພິມລາຍວັນ ຂອງມາເລເຊັຽ ໃນເວລາທີ່ລາວຖາມ ຜູ້ຍິງທີ່ມີໜ້າຕາ ຍີ້ມແຍ້ມຄົນນື່ງ ທີ່ເປັນເຈົ້າໜ້າທີ່ ອາສາສມັກຂອງລາວວ່າ: ຂໍໂທດ ເຈົ້າຊ່ວຍເຫລືອ
ພວກເຮົາໄດ້ບໍ່? ຜູ້ຍິງຄົນນັ້ນກໍຕອບ ແບບຫລີ້ນໆວ່າບໍ່ໄດ້. ລາວກໍເລີຽຄິດໄດ້ວ່າ
ຜູ້ຍິງຄົນນັ້ນ ບໍ່ແມ່ນວ່າລາວບໍ່ມີ ມາຣະຍາດດີຕໍ່ເຮົາດອກ ລາວພຽງບໍ່ເຂົ້າໃຈ ວ່າ ພວກເຮົາຢາກເວົ້າຫຍັງ. ລາວວ່າ ນີ້ຄືປະສົພການນື່ງ ທີ່ລາວໄດ້ຮັບຄວາມ ຫຍຸ້ງຍາກນ້ອຍດຽວ ໃນເວລາພຍາຍາມເວົ້າຈາ ກັບຄົນໃນທ້ອງຖິ່ນ ໃນປະເທດນື່ງທີ່ບໍ່ເວົ້າ ພາສາອັງກິດ. ນັກຂ່າວຄົນນັ້ນເວົ້າວ່າ ກໍາແພງດ້ານພາສານີ້ ມັນເປັນຂອງທັມມະດາ ໃນເວລາເດີນທາງ ໄປປະເທດທີ່ບໍ່ເວົ້າ ພາສາອັງກິດ ແລະວ່າ ໂດຍມາກແລ້ວ ພວກເພິ່ນກໍໃຊ້ ບົດບາດຂອງມື ເພື່ອໃຫ້ເຂົ້າໃຈກັນໄດ້. ລາວວ່າ ຄົນລາວຢູ່ໃນ ນະຄອນຫລວງວຽງຈັນ ເປັນຄົນທີ່ມີອັທຍາໃສ ເພື່ອນມິດທີ່ດີ ແລະໂອບເອື້ອອາຣີ ໃນເວລາເຂົາເຈົ້າ ເຂົ້າໃຈຈຸດປະສົງ ຂອງເຮົາແລ້ວ.

ບົດຄວາມເລົ່າຕໍ່ໄປວ່າ ການເປັນເຈົ້າພາບຈັດ ການແຂ່ງຂັນກິລາ ທີ່ໃຫ່ຽທີ່ສຸດທີ່ປະເທດ ນັ້ນບໍ່ເຄີຽມີ ປະສົພການຈັກເທື່ອ ມັນກໍເປັນຂອງທັມມະດາ ທີ່ຈະມີອັນ ຂາດຕົກບົກຜ່ອງຫລາຍ. ລາວວ່າ ມັນໄດ້ເກີດຂື້ນແລ້ວ ໃນເວລາການແຂ່ງຂັນ ເຕະບານຮອບທໍາອິດ ລະຫ່ວາງ ມາເລເຊັຽ ກັບ ຕີມໍ້ແລັສະເຕ ຢູ່ໃນສນາມກິລາ ທີ່ບັນຈຸທີ່ນັ່ງໄດ້ 20,000 ຄົນ: ບໍ່ມີຫ້ອງສໍາລັບ ໃຫ້ນັກຂ່າວ ແລະບໍ່ມີ ອິນເທີເນັດເລີຽ. ລາວວ່າພວກຕົນ ບໍ່ສາມາດລາຍງານຂ່າວ ໃຫ້ທັນການ ແລະ ຕ້ອງເດີນທາງກັບຄືນອີກ 15 km ເພື່ອໄປລາຍງານຂ່າວ ຢູ່ສູນສື່ມວນຊົນ. ລາວວ່າ ເຖິງຢ່າງໃດກໍດີ ລາວກໍພໍອົກພໍໃຈ ກັບນໍ້າໃຈທີ່ດີ ຂອງຊາວລາວ ໃນນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 04, 2010 01:39 PM

This news is a good thing to develop the education of lao but we should know also that we have many good things to sow to the visitors to know that Laos is not bad like some people that they have never been in Laos before

Anonymous
Dec 01, 2011 02:08 PM

ຄົນລາວປັດຈຸບັນນີ້ເກັ່ງພາສາອັງກິດຫຼາຍ ຂະນ້ອຍມີໝູ່ເປັນຄົນລາວມາຮຽນໃນໄທເວົ້າພາສາອັງກິດເກັ່ງຫຼາຍອີຫຼີ

Anonymous
Jan 04, 2010 11:19 AM

ຄິດຮອດຊີເກມສ໌...ຂີ່ລົດກ້າຍສະໜາມກິລາແຫ່ງຊາດຍາມໃດ ນ້ຳຕາຄືສິໄລ...ຄິດຮອດຊີເກມສ໌

Anonymous
Jan 05, 2010 06:58 PM

ປະຈູບັນນີ້ ເມືອງລາວເລີ້ມພັດທະນາແລ້ວ ເພາະມີການນຳດີ ຂໍເຊີນພວກລາວ " ພັດຖຶ່ນ " ທີ່ຢູ່ເມືອງນອກ ກັບມາເບຶ່ງບ້ານເກີດຕົວເອງໄດ້ແລ້ວ ຢ່າຟັງແຕ່ເອເຊຍເສລີຫລາຍ

Anonymous
Dec 25, 2012 03:40 AM

ໃຜວ່າ ຄົນລາວ ເວົ້າພາສາ ອັງກິດບໍ່ໄດ້? ຢາກຖາມ ທ່ານວ່າ ຄົນລ່າວ ຢູ່ຕ່າງເທດ ມີຈັກຄົນ ທີ່ສອນຢູ່ ມະຫາວິທະຍາໄລ ດັງໆ ໃນ ອາເມຣີກາ, ການາດາ ແລະ ປະເທດຢູຣົບ
ຂ້າພະເຈົ້່າ ໄປຮຽນທີ່ນັ້ນ ສັງເກດເຫັນ ແຕ່ຄົນ ອາຊິຊາດອື່ນ ເປັນອາຈານ ແຕ່ ຄົນລາວ ພັດຖິ່ນທີ່ເວົ້າ ພາສາອັງກິດເກັ່ງ ພັດບໍ່ມິຈັກຄົນ ຢ່າເວົ້າວ່າ ໂຕເອງເກັ່ງຫລາຍ ໃຫ້ເອົາຕົວທ່ານລອດ ກ່ອນເດີ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Jan 04, 2010 02:38 PM

Lao peoples can speaking English.