ງານສະແດງວັທນະທັມ ໃນວັນປິດກິລາຊີເກມສ໌
2009.12.18
ໃນພິທີປິດ ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ທີ່ຈັດຂື້ນ ທີ່ສນາມກິລາແຫ່ງຊາດ ຫລັກ 16 ໃນຕອນແລງຂອງວັນທີ 18 ທັນວາ 2009 ນັ້ນມີນັກສະແດງ ຈຳນວນ 8 ພັນກວ່າຄົນ ເທົ່າກັນກັບພິທີເປີດງານ ຈະມີການສະແດງ 5 ຊຸດ ຊຶ່ງປະກອບດ້ວຍ ຊຸດທີ 1-ມີຊື່ວ່າ ມ້າງເຄືອເຂົາກາດ, ຊຸດທີ 2-ບຸນປີໃໝ່ບ້ານເຮົາ, ຊຸດທີ 3-ບຸນບັ້ງໄຟ, ຊຸດທີ 4-ເຊີ້ງຊ່ວງເຮືອ ແລະຊຸດທີ 5-ມີຊື່ວ່າ ຈັບມືກັນກ້າວເດີນ ຕາມເນື້ອໃນຄຳເວົ້າຂອງທ່ານ ບົວເງິນ ຊາພູວົງ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ແລະ ວັທນະທັມ ຂອງສປປລາວ ໃນຖານະປະທານ ດ້ານພິທີການເປີດ-ປິດ ກິລາຊີເກມສ໌ ຄັ້ງທີ 25 ຕໍ່ສື່ມວລຊົນ.
ທ່ານວ່າ ສຳລັບການສະແດງ ວັທນະທັມພິເສດ ໃນພິທີປິດການ ແຂ່ງຂັນກິລານັ້ນ ຄືການຮ້ອງເພັງ ຂອງນັກຮ້ອງຊັ້ນນຳ ໃນປະເທດອາຊຽນ ແລະມີຄວາມໝັ້ນໃຈວ່າ ພິທີປິດນີ້ ຈະສ້າງຄວາມປະທັບໃຈ ໃຫ້ກັບທຸກຊາດ ທີ່ເຂົ້າຮ່ວມການແຂ່ງຂັນ. ແລະວ່າ ປະຊາຊົນລາວ ມີຄວາມພາກພູມໃຈ ເຖິງແມ່ນວ່າ ປະເທດລາວເປັນປະເທດດ້ອຍພັທນາ ແຕ່ກໍໄດ້ສະແດງ ໃຫ້ເຫັນເຖິງຄວາມ ສວຍສົດງົດງາມ ຂອງປະເທດລາວ ຜ່ານພິທີເປີດ-ປິດ ການແຂ່ງຂັນ ຊຶ່ງໄດ້ໃຊ້ງົບປະມານ 4 ລ້ານໂດລາສະຫະຣັດ. ສ່ວນດ້ານເທັກນິກ ໄດ້ຮັບການຊ່ວຍເຫລືອ ຈາກປະເທດຕ່າງໆ.