ເຈົ້າພາບກິລາຊີເກມສ໌ ຄັ້ງທີ່ 25 ມີຄວາມພາກພູມໃຈ
2009.12.18

ງານມະຫະກັມແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ່ 25 ທີ່ໄດ້ເຣີ່ມແຕ່ມື້ວັນທີ່ 9–18 ທັນວາ ຢ່າງເປັນທາງກາຣ ເຮັດໃຫ້ເຈົ້າໜ້າທີ່ ຜູ້ຈັດງານຫລາຍໆດ້ານ ຕ່າງກໍແສດງຄວາມ ພາກພູມໃຈທີ່ ສປປລາວ ສາມາດເປັນເຈົ້າພາບ ແລະປະສົບຜົລສຳເຣັຈ ໄດ້ເປັນຢ່າງດີ. ແຕ່ສ່ວນທີ່ຄິດວ່າ ຈະຕ້ອງມີກາຣປັບປຸງໃໝ່ນັ້ນ ກໍຄືເຣື່ອງຂອງເທັຄໂນໂລຈີ ໃນກາຣຈັດກາຣແຂ່ງຂັນ ທີ່ອາຈຈະຕ້ອງເພີ່ມ ປະສິທທິພາບໃຫ້ຫລາຍຂຶ້ນ ດັ່ງທ່ານ ສຸຂສາຄອນ ສີປະເສີດ ກັມກາຣ ໂຄສະນາແລະຂ່າວສາຣ ຂອງກາຣແຂ່ງຂັນກິລາ ຄັ້ງນີ້ເວົ້າວ່າ:
“ຮູ້ສຶກພາກພູມໃຈຫລາຍ ທີ່ເຮົາເປັນເຈົ້າພາບ ແລ້ວກໍປະສົບຜົລສຳເຣັຈ ຢ່າງຍິ່ງໃຫຍ່ ເພາະວ່າເຮົາບໍ່ເຄີຽມີມາ ໃນປະຫວັຕສາຕ ຂອງປະເທສລາວເຮົາ ແຕ່ກາຣທີ່ເຮົາເປັນເຈົ້າພາບ ເຮົາກໍສາມາດເຮັດຕໍ່ໜ້າທີ່ ທັ້ງຍັງສ້າງຄວາມ ປະທັບໃຈໃຫ້ກັບແຂກບ້ານ ແຂກເມືອງ ແລະທຸກຢ່າງຕລອດ ແຕ່ຕົ້ນຈົນຈົບກໍບໍ່ມີບັນຫາ”.
ພ້ອມດຽວກັນນີ້ ທ່ານກໍວ່າ ວຽກງານທຸກຢ່າງຖືກດຳເນີນ ໄປຕາມເປົ້າໝາຍ ແລະບັນດານັກກິລາລາວ ກໍສາມາດຄວ້າຫລຽນ ຣາງວັນມາຄອບຄອງໄດ້ ຫລາຍກວ່າກຳໜົດທີ່ຄາດໄວ້ ແລະນອກຈາກນັ້ນ ກໍຍັງຈະຕ້ອງໄດ້ ໃຫ້ມີກາຣປັບປຸງໃໝ່ ໂດຽສະເພາະ ທາງດ້ານເທັຄໂນໂລຈີ ເຊັ່ນກາຣແຂ່ງຂັນກິລາ Tae Kwan Do “ເຕ໊ະຄວັ໊ນໂດ໊” ແລະຍິງປືນທີ່ມີກາຣໃຊ້ ເຄື່ອງຄອມພີວເຕີ໊ຣ໌ ໃນກາຣນັບຄະແນນ:
“ຫລາຍໆດ້ານເນາະ ຢ່າງເຊັ່ນ ເທັຄໂນໂລຈີ ໃນກາຣແຂ່ງຂັນຕາມສນາມຕ່າງໆ ກໍຢາກໃຫ້ມັນທຽບເທົ່າ ກັບຣະດັບເອເຊັຽເກມສ໌ເນາະ ເພາະວ່າກາຣຕັດ ສິນດ້ວນເທັຄໂນໂລຈີສູງນີ້ ມັນຈະເປັນກາຣແຟ໊ຣ໌ (Fair-ຍຸຕິທັມ) ທີ່ສຸດ”.
ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳວ່າ ກາຣຮັບເປັນເຈົ້າພາບ ຂອງກາຣແຂ່ງຂັນກິລາຊີເກມສ໌ ເປັນປະໂຫຍຊໃຫ້ແກ່ທາງກາຣລາວ ຢ່າງຫລວງຫລາຍ ເພາະເປັນກາຣແສດງວ່າ ລາວມີສັກຍະພາບ ໃນຣະດັບພູມມີພາຄໄດ້ ໂດຽປະຊາຊົນ ຕ່າງກໍມີຄວາມ ພາກພູມໃຈ ແລະເຊື່ອວ່າລາວຍັງ ຈະສາມາດຈັດງານອື່ນໆ ໄດ້ເຊັ່ນກັນໃນຂັ້ນຕໍ່ໆໄປ.