ຊາວຄຣິສຕຽນ ຫລາຍສິບຄົນ ຖືກຈັບ ຢູ່ພາຄໃຕ້ ສປປລາວ

ທາງກາຣ ສປປລາວ ໄດ້ດຳເນີນກາຣປາບປາມ ຊາວຄຣິສຕຽນລາວ ມາຢ່າງຕໍ່ເນື່ອງ ແລະວ່າ ແຕ່ເດືອນກໍຣະກະດາ ມາຮອດ ຕົ້ນເດືອນສິງຫານີ້ ມີຜູ້ຖືກຈັບຄຸມຂັງ ທັງໝົດ ບໍ່ຕໍ່າກວ່າ 90 ຄົນ, ອີງຕາມ ໜັງສືພີມ BosNewsLife ສະບັບ ວັນທີ່ 10 ສິງຫານີ້.
ຫວາດ ສີມູນ ຣາຍງານ
2008.08.11

ທາງໜັງສືພີໂດຽກາຣອ້າງອີງ ຂອງອົງກາຣ ປົກປ້ອງ ດ້ານກາຣເຊື່ອຖື ສາສນາທີ່ວ່າ: ​ໃນມື້ວັນທີ່ 25 ກໍຣະກະດາຜ່ານມາເຈົ້າໜ້າທີ່ ​​ທາງກາຣ ໄປຈັບ​ຊາວ​ເອົາ ​ຊາຍຄຣິສຕຽນ ​ຢູ່​ເມືອງຕະ​​ໂຍ ​ແຂວງສາຣະວັນ 17 ຄອບຄົວໃນຈຳນວນຊາວຄຣິສຕຽນ ທັງໝົດ 20 ຄອບຄົວຊື່ງຮວມທັງ ແມ່​ຍິ​ແລະເດັກນ້ອຍເປັນປະມານ 80 ຄົນ ໄປຄຸມຕົວໄວ້ ຢູ່ໂຮງຮຽນແຫ່ງໜື່ງ ເປັນເວລາ 3 ມື້ເພື່ອບັງຄັບໃຫ້ເຂົາເຈົ້າເຊັນເອກສາຣ ເປັນກາຣຍອມປະລະ ກາຣເຊື່ອຖື ສາສນາ ຄຣິສຕຽນເຊັ່ນດຽວກັບ 3 ຄອບຄົວທີ່ຍອມ ປະຕິບັຕໄປກ່ອນແລ້ວນັ້ນ.

ພ້ອມດຽວກັນນີ້ທາງໜັງສືພີມ ດັ່ງກ່າວກໍວ່າ: ​ໃນມື້ວັນອາທິດ ທີ່ 3 ສິງຫານີ້ເຈົ້າໜ້າທີ່ ລາວ ກໍຈັບທ່ານສົມພົງ, ຊື່ເປັນຜູ້ນຳຂອງໂບຊ ແລະ ຊາວຄຣິສຕຽນຄົນ ອື່ນໆ ອີກ 3 ຄົນ ຢູ່ບ້ານບູຄຳແຂວງສວັນນະເຂໄປຂັງໄວ້ ຮວມກັບ ຈຳພວກ ທີ່ຖືກຈັບຫລາຍຄົນ ໃນເມື່ອກ່ອນຢູ່ ຄຸກຄຸມຂັງ ທີ່ດົງເຫັນ ຈົນເທົ່າ ປັຈຈຸບັນ ກໍບໍ່ທັນຮູ້ ເປັນທີ່ແນ່ນອນວ່າ ຖືກປ່ອຍແລ້ວ ຫລືຍັງ.

ນອກຈາກເຂ 2 ​ແຂວງດັ່ງກ່າວນີ້ ແລ້ວທາງໜັງສືພີມ ຍັງມີກາຣຢືນຢັນ ວ່າ: ຊາວຄຣິສຕຽນມົ້ງຄອບຄົວໜື່ງ ໃນເຂແຂວງຫລວງພຣະບາງ ກໍຖືກຈັບຄຸມຂັງ ເຊັ່ນກັນ ໃນວັນທີ່ 27 ກໍຣະກະດາ ຜ່ານມາ ແລະ ກໍຍັງບໍ່ທັນຮູ້ ເຖີງສາເຫຕຕົ້ນຕໍເລີຽ ຈົນເທົ່າປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.