ເຈົ້າໜ້າທີ່ ລາວ ຍັງຂົ່ມຂູ່ ຊາວຄຣິສຕຽນ ຢູ່
2008.11.24
ອົງການ ສິດທິມະນຸດ ເພື່ອຊິ່ງຊອມເບິ່ງ ສິດເສຣີພາບ ໃນການນັບຖື ສາສນາ ຢູ່ລາວ ຣາຍງານວ່າ ໃນຂະນະທີ່ ເຈົ້າໜ້າທີ່ ຂັ້ນສູງ ຂອງຣັຖບານລາວ ເອົາໃຈໃສ່ ຫລຸດຜ່ອນ ການປາບປາມ ຊາວຄຣິສຕຽນ ໃນທົ່ວປະເທດ ແຕ່ໃນຂັ້ນທ້ອງຖິ່ນ ເຈົ້າໜ້າທີ່ ຂັ້ນບ້ານ ແລະ ຂັ້ນເມືອງ ຍັງຈຳກັດ ການນັບຖື ສາສນາ ນີ້ຢູ່; ຕົວຢ່າງ ຢູ່ແຂວງສວັນນະເຂດ ນາຍບ້ານ ແລະ ເຈົ້າໜ້າທີ່ ຕຳຣວດ ເມືອງອາດສະພັງທອງ ຍັງກັກຂັງ ຊາວຄຣິສຕຽນ ສາມຄົນ ຈາກບ້ານບຸຄຳນັບ ແຕ່ເດືອນສິງຫາ ເປັນຕົ້ນມາ ແຕ່ເຈົ້າໜ້າທີ່ ຣັຖບານກາງ ໄດ້ປ່ອຍຕົວ ພວກເຂົາເຈົ້າ ເມື່ອເດືອນຕລຸາ ທີ່ແລ້ວ.
ອົງການ ສິດທິມະນຸດ ຣາຍງານ ອີກວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ມັກເອີ້ນ ເອົາພວກທີ່ ນັບຖືສາສ ນາ ຄຣິສຕຽນ ມາສັມມະນາ ກົດດັນ ໃຫ້ພວກເຂົາເຈົ້າ ເຊັນໃບປະກາດ ປະລະ ຄວາມເຊື່ອຖື; ຖ້າບໍ່ຍອມ ເຈົ້າໜ້າທີ່ ທ້ອງຖິ່ນ ກໍຈະໄລ່ອອກ ຈາກບ້ານ; ຕົວຢ່າງ ຢູ່ບ້ານ ບຸຄຳ ແຂວງສວັນນະເຂດ ນາຍບ້ານ ໄດ້ເອີ້ນຊາວບ້ານ ມາປະຊຸມ ເມື່ອເດືອນກັນຍາ ແລະ ກອງປະຊຸມ ໄດ້ຕົກລົງ ຂັບໄລ່ ຊາວບ້ານແປດຄອບຄົວ ຊຶ່ງມີ ທັງໝົດ 55 ຄົນ ທີ່ບໍ່ຍອມ ປະລະ ຄວາມເຊື່ອຖືນັ້ນ ອອກຈາກບ້ານ; ແຕ່ປະກົດວ່າ ຈົນເຖິງວັນທີ່ 17 ເດືອນນີ້ ກໍຍັງ ບໍ່ມີການຂັບໄລ່ ຊາວຄຣິສຕຽນ ອອກຈາກບ້ານເທື່ອ.
ຣັຖທັມມະນູນ ສປປລາວ ມາດຕຣາ ທີ່ 30 ບົ່ງໄວ້ວ່າ ພົນລະເມືອງລາວ ມີສິດເສຣີພາບ ໃນການເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ; ແຕ່ວ່າ ເຈົ້າໜ້າທີ່ ທາງການລາວ ສ່ວນນຶ່ງ ໂດຍສະເພາະ ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ຍັງຖືວ່າ ສາສນາ ເປັນຢາເສບຕິດ ໂດຍສະເພາະ ສາສນາ ຕ່າງປະເທດ ເຮັດໃຫ້ຄົນຕິດ ແລະ ເຊື່ອງົມງາຍ ພ້ອມທັງ ເປັນອັນຕະຣາຍ ຕໍ່ຄວາມໝັ້ນຄົງ ຂອງຊາດ.