ເຣື້ອງທີ່ເກັບບັນທຶກໄວ້
2024-02-27
ການຊ່ອຍເຫຼືອແມ່ຍິງລາວ 3 ຄົນ ເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ, ຫຼວງພຣະບາງ ສ່ຽງທີ່ຈະເສັຍຖານະ ມໍຣະດົກໂລກ, ຣັຖບານ ອະນຸຍາດໃຫ້ ບໍຣິສັດ ເອກະຊົນ ສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ອັດຕະປື ສົ່ງຜົລກະທົບ ຕໍ່ແວດລ້ອມ ແລະ ປະຊາຊົນ ແລະ ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ.
2024-02-26
ຈີນເປັນຕະຫຼາດຫຼັກ ທີ່ແຂວງໄຊຍະບູລີ ສົ່ງອອກສິນຄ້າ ກະສິກຳ ເຊິ່ງເປັນສ່ວນໜຶ່ງຂອງ 2 ຍຸດທະສາດໃນການຜະລິດກະສິກຳ ຂອງແຂວງ ຄື ຜະລິດກະສິກຳ ເພື່ອຄໍ້າປະກັນ ສະບຽງອາຫານພາຍໃນ ແລະ ຜະລິດເປັນສິນຄ້າ ສົ່ງອອກ.
2024-02-26
ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 4 ຄົນ ສຸດທ້າຍ ທີ່ຖືກສານຕັດສິນ ຈໍາຄຸກຫຼາຍປີ ເລື່ອງຂໍ້ຂັດແຍ່ງທີ່ດິນ ພົ້ນໂທດ ແລະ ໄດ້ຮັບການປ່ອຍໂຕແລ້ວ, ແຕ່ເຂົາເຈົ້າກໍຍັງໄດ້ຮັບຄວາມອັບປະໂຫຍດ.
2024-02-26
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ກຳລັງຕິດຕັ້ງ 1,200 ເມກະວັຕ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຂາຍໄຟຟ້າ ໃຫ້ປະເທດວຽດນາມ, ແຕ່ໃນເບື້ອງຕົ້ນ ຍັງຢູ່ໃນໄລຍະກະຕຣຽມ ເຊັນສັນຍາ ອີກບາງສບັບ ຈຶ່ງຈະເຣີ່ມໂຄງການ ໃນລຳດັບຕໍ່ໄປ.
2024-02-26
ຜູ້ຕາງໜ້າ ໂຮງແຮມວຽງຈັນແມ່ຂອງ ຂອງຈີນ ຖແລງການຂໍໂທສ ຕໍ່ສັງຄົມ ພາຍຫຼັງເກີດເຫດການ ແຂກຊາວຈີນ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງ ຂອງໂຮງແຮມດັ່ງກ່າວ ຈົນເກີດເປັນກະແສ ວິພາກວິຈານ ເຖິງຄວາມບໍ່ເໝາະສົມ, ມິ່ນກຽດສັກສີ ແລະ ຫຼຸດຄວາມເປັນມະນຸສ ຂອງແມ່ຍິງລາວບັນດາເຜົ່າ.
2024-02-26
ຊາວບ້ານພົບເຫັນປາຕາຍ ຢູຫ້ວຍມັນທີ່ເປັນແຫຼ່ງນໍ້າ ຕາມທຳມະຊາດ ຢູ່ເຂດບ້ານເມືອງແວ່ນ ແລະ ບ້ານສົບແວ່ນ ເມືອງຊໍາເໜືອ ແຂວງຫົວພັນ ໂດຍອ້າງວ່າ ມີບໍລິສັດຈີນເຂົ້າມາຂຸດຄົ້ນແຮ່ທາດ ແລະໄດ້ປ່ອຍນໍ້າເສັຍລົງສູ່ແຫຼ່ງນໍ້າທຳມະຊາດ ຈົນເຮັດໃຫ້ປາຕາຍເປັນຈຳນວນຫຼາຍ ແລະຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂອ້ງແກ້ໄຂ.
2024-02-25
ທະຫານພະມ້າ ຈັບຜູ້ໂດຍສານຊາວພະມ້າຫຼາຍ 100 ຄົນ ຢູ່ສະໜາມບິນ ຣັຖຣະຂ່າຍ ຍ້ອນສົງໄສວ່າ ເຂົາເຈົ້າຈະຮ່ວມຂະບວນຕໍ່ຕ້ານຕົນເອງ.
2024-02-24
ສໍາພາດ ນັກຂ່າວ ຜູ້ທີ່ຕິດຕາມ ແລະລາຍງານຂ່າວ ເລື່ອງບັນຫາ ເຂື່ອນໃນແມ່ນໍ້າຂອງ ແລະ ລໍານໍ້າສາຂາ ວ່າ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຫຼື ມີແຕ່ ອັບປະໂຫຍດ ຈາກ ການສ້າງເຂື່ອນ ໃນປະເທດລາວ.
2024-02-23
ປັດຈຸບັນ ຊາວບ້ານຢູ່ບ້ານໂຄກກ່ອງ ເມືອງຈໍາປາສັກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກກິ່ນຂີ້ໝູຮຸນແຮງ ຂອງຟາມລ້ຽງໝູ ຂະໜາດໃຫຍ່ແຫ່ງໜຶ່ງ ຂອງນັກລົງທຶນຈາກປະເທດໄທຍ ເຮັດໃຫ້ໄດ້ຮັບຄວາມເດືອດຮ້ອນຫຼາຍ ໂດຍສະເພາະຕອນກາງຄືນ ນອນບໍ່ລັບເພາະເໝັນກິ່ນຂີ້ໝູແຮງ.
2024-02-23
ໃນວັນທີ 19 ກຸມພາ 2024 ນີ້, ສຳນັກຂ່າວ ເດລິນິວສ໌ ອອນລາຍນ໌ ຂອງໄທຍ ຣາຍງານວ່າ ທາງການລາວ ແລະ ໄທຍ ໄດ້ຕົກລົງກັນທີ່ຈະເປີດບໍຣິການ ເດີນຣົຖໄຟ ສາຍນະຄອນຫຼວງບາງກອກ ຫາ ນະຄອນຫຼວງວຽງຈັນ ພາຍໃນກາງເດືອນພຶສພາ 2024 ນີ້.
2024-02-23
ຄຸນນະພາບອາກາດບໍ່ດີ ແລະຝຸ່ນລະອອງ ຂນາດນ້ອຍ PM 2.5 ຢູ່ນະຄອນຫລວງວຽງຈັນ, ນະຄອນປາກເຊ ແລະນະຄອນຫລວງພຣະບາງ ຫລາຍເກີນຄ່າດັດຊະນີມາດຕະຖານແລ້ວ ຊຶ່ງສາເຫດສ່ວນໃຫຍ່ເກີດຈາກ ການຈູດເຟືອງ, ການຈູດປ່າເຮັດໄຮ່ ເປັນຕົ້ນ.
2024-02-23
ມີການພົບຊ້າງປ່າ ປະມານ 2 ໂຕ ຈາກປະເທດໄທຍ ໄດ້ລອຍນໍ້າຂ້າມແມ່ນໍ້າຂອງຂຶ້ນມາຍັງ ຝັ່ງທີ່ບ້ານຂ້ອນຂ້ວາງ ເມືອງປາກກະດິງ ເພື່ອມຸ້ງໜ້າໄປປ່າສະຫງວນພູງູ ເຊິ່ງຊ້າງປ່າດັ່ງກ່າວມີໂອກາດທຳຮ້າຍຊາວບ້ານ ທີ່ພົບເຫັນໄດ້ຫາກເຂົ້າໄປໃກ້ໂຕຂອງມັນ ຈຶ່ງມີການແຈ້ງເຕືອນ ຈາກທາງການລາວ.
2024-02-23
ນັກທຸຣະກິຈຈີນ ເຂົ້າມາລົງທຶນ 17 ໂຄງການຢູ່ລາວໃນປີ 2023 ດ້ວຍມູນຄ່າ 986 ລ້ານໂດລ້າຣ໌ສະຣັຖ ນັບແຕ່ປີ 1989 ຮອດກາງປີ 2022 ໄດ້ລົງທຶນເປັນອັນດັບ 1 ຊຶ່ງມີ 933 ໂຄງການ, ມູນຄ່າທັງໝົດ 13 ຕື້ໂດລ້າຣ໌ສະຫະຣັຖ.
2024-02-22
ມີລາຍງານອອກມາວ່າ ໝີພຣະຈັນກຳພ້າ (Moon bear cubs) ເພດຜູ້ 2 ໂຕ ເຊິ່ງເປັນພີ່ນ້ອງກັນໄດ້ ພາຍຫຼັງທີ່ ຊາວບ້ານ ຢູ່ແຂວງໄຊຍະບູລີ ລ້ຽງໄວ້ໃນກົງເປັນເວລາ 2 ປີ ຢູ່ ໃນເວລາຕໍ່ຈຶ່ງໄດ້ມອບໝີທັງສອງໂຕໃຫ້ແກ່ສູນຮັກສາພັນສັດປ່າ “Free The Bears” ໄປດູແລຕໍ່.
2024-02-22
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ເຣີ່ມໂຄງການສົ່ງເສີມສິດທິຄົນງານ ເຄື່ອນຍ້າຍ ຂະນະທີ່ຄົນງານລາວ ຢູ່ປະເທດໄທຍ ຈຳນວນນຶ່ງຍັງປະສົບກັບບັນຫາທີ່ວ່ານີ້ຢູ່.