ເຣີ່ມໂຄງການ ສົ່ງເສີມສິດທິ ຄົນງານລາວ ເຄື່ອນຍ້າຍ
2024.02.22

ອົງການຈັດຕັ້ງສາກົລ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ຫຼື IOM ປະຈຳພາກພື້ນເອເຊັຽ-ປາຊີຟິກ ໄດ້ຈັດພິທີເປີດໂຄງການ ແຮງງານເຄື່ອນຍ້າຍ, ທຸຣະກິຈ ແລະສິດທິມະນຸສ ຢູ່ພາກພື້ນເອເຊັຽ ປີ 2024-2028 ຢູ່ ບາງ ກອກ ປະເທດໄທຍ ໃນມື້ວັນທີ 20 ກຸມພາ 2024 ນີ້ ເພື່ອສົ່ງເສີມຄວາມຮັບ ຜິດຊອບ ຂອງອົງກອນທຸຣະກິຈ ແລະສິດທິຄົນງານເຄື່ອນຍ້າຍ ໃນຕ່ອງໂສ້ການສນອງຂອງໂລກ (Migration, Business and Human Rights in Asia 2024-2028: Promoting Corporate Responsibility and Migrant Workers Rights in Global Supply Chains) ຫຼື ເອີ້ນໂດຍຫຍໍ້ເປັນພາສາອັງກິດວ່າ ໂຄງການ MBHR.
ໂຄງການດັ່ງກ່າວ ຈະດຳເນີນໄປເປັນເວລາ 5 ປີ ໂດຍແນໃສ່ ການສ້າງຄວາມຮັບຮູ້ ກ່ຽວກັບສິດທິແຮງງານເຄື່ອນຍ້າຍຖິ່ນຖານ ໃຫ້ບັນດາອົງກອນທຸຣະກິຈທັງຂນາດໃຫຍ່, ກາງ ແລະນ້ອຍ ທີ່ຈ້າງຄົນແຮງງານເຄື່ອນຍ້າຍ ແລະຊຸກຍູ້ໃຫ້ອົງກອນທຸຣະກິຈຕ່າງໆ ອອກຣະບຽບການ ເພື່ອຄຸ້ມຄອງສິດທິຄົນງານເຄື່ອນຍ້າຍຖິ່ນຖານ. ໂຄງການນີ້ ຈະໄດ້ປະຕິບັດຢູ່ໃນປະເທດໄທຍ, ກັມພູຊາ, ມາເລເຊັຽ, ອິນໂດເນເຊັຽ ແລະເນປາລ ຊຶ່ງເປັນພື້ນທີ່ ທີ່ມີການເຄື່ອນຍ້າຍຂອງຄົນງານຫຼາຍ ແລະສຳລັບປະເທດໄທຍ ກໍມີຄົນງານເຄື່ອນຍ້າຍຖິ່ນຖານ ຈາກປະເທດລາວ ເຂົ້າມາເຮັດວຽກ ຫຼາຍກວ່າ 200,000 ຄົນ.
ໃນພິທີເປີດໂຄງການດັ່ງກ່າວ, ຍານາງ ເອມີ້ ໂປ໊ບ (Amy Pope), ຜູ້ອຳນວຍ ການໃຫຍ່ ອົງການຈັດຕັ້ງສາກົລ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ໄດ້ກ່າວໃນວິດີໂອວ່າ:
(ພາສາອັງກິດ) ຍານາງ ກ່າວວ່າ: “ໃນທົ່ວໂລກ, ການເຄື່ອນຍ້າຍຖິ່ນຖານ ເພື່ອເປັນຄົນງານ ແມ່ນຫຼັກສຳຄັນຕົ້ນຕໍ ຂອງການເຕີບໂຕທາງເສຖກິຈ. ແລະເມື່ອຜູ້ເຄື່ອນຍ້າຍຖິ່ນຖານ ສາມາດເຂົ້າເຖິງສິດຂອງຕົນ ໄດ້ຢ່າງເຕັມສ່ວນ, ພວກເຂົາເຈົ້າ ສາມາດປົດປ່ອຍ ສັກກະຍະພາບ ແລະຄວບຄຸມພະລັງ ຂອງແຮງງານເຄື່ອນຍ້າຍຖິ່ນຖານ. ຢູ່ IOM, ພວກເຮົາ ສນັບສນູນ ການຈ້າງງານ ທີ່ມີຄຸນນະພາບ ຊຶ່ງເຄົາຣົບນັບຖື ກຽດສັກສີ ຂອງທຸກຄົນ. ໂດຍການກວມລວມ ແລະການສນັບສນູນ ສະພາບແວດລ້ອມ ໃນການເຮັດວຽກ ຕໍ່ກັບແຮງງານເຄື່ອນຍ້າຍຖິ່ນຖານ. ບໍ່ພຽງແຕ່ໃຫ້ຄຸນຄ່າ ໃນທັກສະ ຂອງພວກເຂົາເຈົ້າເທົ່ານັ້ນ, ແຕ່ຍັງລວມເຖິງ ການປະຕິບັດ ດ້ວຍກຽດສັກສີ ທີ່ພວກເຂົາເຈົ້າ ສົມຄວນໄດ້ຮັບ.”
ໂຄງການ MBMR ໄດ້ຮັບການສນັບສນູນແຫຼ່ງທຶນ ຈາກຣັຖບານສະວີເດັນ ແລະສະຫະພາບຢູໂຣບ ຕລອດໄລຍະເວລາດຳເນີນໂຄງການ. ແລະຈະເປັນການສົ່ງເສີມ ເປົ້າໝາຍການພັທນາແບບຍືນຍົງ ຂອງສະຫະປະຊາຊາຕ ຫຼື SDGs ໃນດ້ານຄວາມສເມີພາບທາງເພດ, ວຽກງານທີ່ມີຄຸນຄ່າ ແລະການເຕີບໂຕທາງເສຖກິຈ, ການຫຼຸດຜ່ອນຄວາມບໍ່ສເມີພາບ, ການບໍຣິໂພກ ແລະການ ຜລິດ ທີ່ມີຄວາມຮັບຜິດຊອບ, ສັນຕິສຸກ, ຄວາມຍຸຕິທັມ ແລະສະຖາບັນທີ່ໝັ້ນທ່ຽງ ແລະການເປັນຄູ່ຮ່ວມພັທນາ ເພື່ອເປົ້າໝາຍການພັທນາແບບຍືນຍົງ.
ທີ່ຜ່ານມາ, ຄົນງານລາວ ທີ່ໄປເຮັດວຽກຢູ່ປະເທດໄທຍ ແມ່ນເຮັດວຽກພາກບໍຣິການ ແລະການກະສິກັມ ເປັນສ່ວນຫຼາຍ ຍ້ອນເຂົ້າໃຈພາສາໄທຍ ໄດ້ດີກວ່າຄົນງານຈາກປະເທດອື່ນ ແລະມີທັກສະໃນດ້ານການປູກຝັງ.
ແຕ່ຄົນງານລາວຈຳນວນຫຼາຍ ມັກຈະຖືກນາຍຈ້າງເອົາປຽບ ທັງໃນດ້ານຄ່າແຮງງານ, ຊົ່ວໂມງເຮັດວຽກ ແລະໃນດ້ານສວັດດິການ. ຍ້ອນຄົນງານລາວສ່ວນຫຼາຍ ບໍ່ມີເອກະສານເຮັດວຽກຖືກຕ້ອງຕາມກົດໝາຍ ແລະພວກເຂົາເຈົ້າ ເຮັດວຽກກັບຜູ້ປະກອບການຣາຍຍ່ອຍ ຍ້ອນບໍ່ຢາກເສັຽເງິນ ແລະເສັຍເວລາ ໃນການຂໍເອກະສານເຮັດວຽກ ເຮັດໃຫ້ຄົນງານລາວ ປະສົບກັບບັນຫາທາງດ້ານສິດທິຫຼາຍຢ່າງ.
ຕໍ່ກັບບັນຫາດັ່ງກ່າວ, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ຄົນງານລາວ ຢູ່ໄທຍ ຈຳນວນນຶ່ງ. ແລະໄດ້ຮັບຄໍາຕອບ ຈາກຄົນງານລາວ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ວ່າ ນາງ ແລະຜົວຂອງນາງ ເຮັດວຽກຢູ່ຮ້ານລ້າງຣົຖແຫ່ງນຶ່ງ ທີ່ບາງກອກ, ນາງ ກໍາລັງຖືພາ ໄປຊອກວຽກໃໝ່ເຮັດ ຊໍາຊາເກີດລູກແລ້ວ ຈຶ່ງຈະກັບມາເຮັດຢູ່ກັບຜົວ ແຕ່ໄປສະມັກວຽກບ່ອນໃດ ກໍບໍ່ມີຄົນຈ້າງ. ຫລືເປັນຍ້ອນນາງຖືພາ ເຂົາຈຶ່ງບໍ່ຮັບ. ນາງເວົ້າວ່າ ການບໍ່ຮັບຄົນງານນີ້ ກໍແມ່ນການເລືອກປະຕິບັດ ຂອງນາຍຈ້າງຢ່າງນຶ່ງ ເຊັ່ນກັນ.
ດັ່ງທີ່ນາງ ເວົ້າໃນມື້ວັນທີ 21 ກຸມພາ ນີ້ວ່າ:
(ພາສາໄທຍ): “ກໍມີຮ້ານລ້າງຣົຖ ແລ້ວກໍຂາຍເຂົ້າ ສານບ້າງ ລະເມື່ອກ່ອນກໍເຄີຍຢູ່ຮ້ານຈຸ່ມ. ຮ້ານຈຸ່ມໃຫ້ມື້ລະ 500 ບາທເຈົ້າ. ຕອນນີ້ກະຢູ່ຮ້ານລ້າງຣົຖ. ກໍມີບັດເຮັດວຽກເຈົ້າ. ນ້ອງຖືພາເດ້ອ້າຍ ກໍບໍ່ມີໃຜຮັບເຂົ້າວຽກ ກະເລີຍຫາງານໃຫ້ແຟນກ່ອນ, ຄັນຖ້າເກີດລູກແລ້ວ ຈະກັບມາເຮັດວຽກນຳກັນ. ຢູ່ສວັນນະເຂດເຈົ້າ.”
ໃນຂະນະດຽວກັນ ຄົນງານລາວ ຢູ່ໄທຍ ອີກນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ຄືກັນນັ້ນ ກໍເວົ້າວ່າ ນາງເຄີຍເຮັດວຽກ ຢູ່ຮ້ານສະເຕັກແຫ່ງນຶ່ງ ທີ່ແຂວງຊົນບູຣີ, ໄດ້ຄ່າຈ້າງມື້ລະ 450 ຫາ 500 ບາດ, ແຕ່ຕ້ອງໄດ້ເຮັດວຽກຕລອດ ໂດຍບໍ່ມີມື້ພັກ ແລະບໍ່ໄດ້ຄ່າຈ້າງລ່ວງເວລາ ຕາມທີ່ກົດໝາຍໄທຍກໍານົດໄວ້, ໃນທີ່ສຸດ ນາງກໍໄດ້ອອກຈາກວຽກງານນັ້ນ.
ດັ່ງທີ່ນາງເວົ້າວ່າ:
“ແມ່ນ, ເປັນຄົນຈຳປາສັກເຈົ້າ ເປັນຄົນປາກເຊ. ແຕ່ກ່ອນຢູ່ຮ້ານສະເຕັກ ດົນເຕີບຢູ່ເຈົ້າ. ເປັນຄົນຂື້ນໜ້າເຕົາເລີຍເຈົ້າ. ຮ້ານສະເຕັກໄດ້ວັນ ຖ້າເປັນວັນທັມມະດາ ໄດ້ວັນລະ 450 ຖ້າວັນເສົາອາທິດ ກະຊິໄດ້ວັນລະ 500 ເຈົ້າ.”
ເພື່ອຂໍຮູ້ ກ່ຽວກັບໂຄງການດັ່ງກ່າວ ຈະຊ່ອຍເຫຼືອຄົນງານລາວ ທີ່ເຄື່ອນຍ້າຍຖິ່ນຖານ ຄືແນວໃດນັ້ນ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງເຈົ້າໜ້າທີ່ ອົງການອົງການຈັດຕັ້ງສາກົນ ປະຈຳລາວ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ, ໄດ້ຮັບຄໍາຕອບວ່າ ນາງບໍ່ແນ່ໃຈ ກ່ຽວກັບໂຄງການທີ່ວ່ານີ້, ຫ້ອງການຂອງພວກນາງ ມີຫລາຍຜແນກ. ທາງອົງການຂອງພວກນາງ ເຮັດວຽກທາງດ້ານສຸຂ ພາບ ຂອງຄົນເຄື່ອນຍ້າຍຖິ່ນຖານ, ແຮງງານຍ້າຍຖິ່ນຖານ ແລະຕ້ານການຄ້າມະນຸສ ຮ່ວມກັບທາງການລາວ ຢ່າງເປັນປົກກະຕິ.
ດັ່ງທີ່ນາງເວົ້າ ໃນມື້ດຽວກັນນັ້ນວ່າ:
“ໂຕນີ້ເຮົາບໍ່ແນ່ໃຈນ່າ ຖ້າວ່າເວົ້າເຣື່ອງໂຕວຽກທີ່ແບບ ຍ່ອຍໆ ລົງໄປຫັ້ນນ່າ. ແມ່ນອັ່ນ, ຫ້ອງການເຮົາກໍຈະມີຫຼາຍຜແນກຫັ້ນນ່າ ທີ່ວ່າເຮັດວຽກແຕກຕ່າງກັນໄປ ມັນກະຈະມີຜແນກເປັນ Migration Health ແນ່. ແລະກະມີກ່ຽວກັບແຮງງານ, ແລະກະມີກ່ຽວກັບດ້ານການຄ້າມະນຸສຫັ້ນນ່າ.”
ທີ່ຜ່ານມາ, ດ້ວຍການຮ່ວມມືກັບ ກະຊວງແຜນການ ແລະການລົງທຶນ ຂອງລາວ ອົງການ IOM ໄດ້ຈັດງານເປີດໂຕ ຢ່າງເປັນທາງການ ບົດຣາຍງານກ່ຽວກັບສະພາບການເຄື່ອນຍ້າຍຖິ່ນຖານ ຢູ່ ສປປ ລາວ ໃນມື້ວັນທີ 8 ທັນວາ 2023 (Migration in the Lao People’s Democratic Republic: A Country Profile 2023) ເພື່ອເປັນພື້ນຖານ ສຳລັບການຊ່ອຍເຫຼືອທາງດ້ານເຕັກນິກ ວິຊາການ ແລະແຫຼ່ງເງິນທຶນຂອງ IOM ໃຫ້ແກ່ຣັຖບານລາວ.
ຜົລການສຳຣວດ ພົບວ່າ ຢູ່ລາວ ມີຄົນງານເຄື່ອນຍ້າຍຖິ່ນຖານ ເພີ່ມຂື້ນ ທັງໃນພາກຣັຖ ແລະພາກເອກກະຊົນ, ແຕ່ກໍຍັງມີບັນຫາ ການຂາດເຂີນຄົນງານ ທີ່ມີຄວາມສາມາດ ແລະຄວາມຊ່ຽວຊານ ໃນການພັທນານັ້ນ.
ນອກຈາກນີ້ແລ້ວ, ການເກັບກຳ ແລະານວິເຄາະຂໍ້ມູນ ທີ່ມີຢູ່ ຍັງລ້າສໄມ. ການສຳຣວດກຳລັງແຮງງານ ຍັງຂາດເຂີນຂໍ້ມູນ, ຂາດຄວາມຫຼາກຫຼາຍ ແລະຄຸນນະພາບ ທີ່ສມ່ຳສເມີ, ແລະບັນຫາໜ່ວຍງານຂອງຣັຖ ບໍ່ທັນມີຄວາມເປັນເອກະພາບກັນ, ເຮັດໃຫ້ຂໍ້ມູນ ກ່ຽວກັບການເຄື່ອນຍ້າຍຖິ່ນຖານຂອງຄົນງານ ມີຄວາມຊັບຊ້ອນ ແລະບໍ່ກົມກຽວກັນ.