ເກີດເຫດ ເຮືອລັກລອບ ເອົາຄົນງານລາວ ຂ້າມຂອງກັບບ້ານ ຫຼົ້ມ

ແຜນທີ່ ແມ່ນ້ຳຂອງ ບໍຣິເວນທີ່ເຮືອ ລັກລອບຂົນຄົນງານລາວ ຂ້າມຈາກໄທຍ ເພື່ອກັບບ້ານ ທີ່ ສປປ ລາວ ຫຼົ້ມ ໃນແມ່ນ້ຳຂອງ ລະຫວ່າງ ແຂວງນະຄອນພະນົມ (ໄທຍ) ແລະ ເມືອງທ່າແຂກ ແຂວງຄຳມ່ວນ (ລາວ).
ແຜນທີ່ ແມ່ນ້ຳຂອງ ບໍຣິເວນທີ່ເຮືອ ລັກລອບຂົນຄົນງານລາວ ຂ້າມຈາກໄທຍ ເພື່ອກັບບ້ານ ທີ່ ສປປ ລາວ ຫຼົ້ມ ໃນແມ່ນ້ຳຂອງ ລະຫວ່າງ ແຂວງນະຄອນພະນົມ (ໄທຍ) ແລະ ເມືອງທ່າແຂກ ແຂວງຄຳມ່ວນ (ລາວ). (ຮູບພາບ: OpneStreetMap contributors/DataWrapper)

0:00 / 0:00

ເມື່ອເວລາປະມານ 19:00 ຂອງວັນທີ 6 ມີຖຸນາ ທີ່ຜ່ານມານີ້ ເຮືອລັກຂົນສົ່ງຄົນງານລາວ ເຊິ່ງມີຜູ້ໂດຍສານ ເປັນຄົນງານລາວ 7 ຄົນ ແລະ ເດັກນ້ອຍລາວອີກ 2 ຄົນ ລວມທັງໝົດ 9 ຄົນ ແລະ ຄົນຂັບເຮືອ ອີກ 1 ຄົນ ທີ່ອອກຈາກ ແຂວງນະຄອນພະນົມ ເພື່ອແລ່ນຂ້າມນ້ໍາຂອງ ມາຍັງເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປະສົບອຸບັດຕິເຫດ ເຮືອຫຼົ້ມ ໃນແມ່ນ້ໍາຂອງ ພາຍຫຼັງ ອອກຈາກຝັ່ງ ນະຄອນພະນົມ ໄດ້ບໍ່ໄກປານໃດ ເຮັດໃຫ້ຜູ້ທີ່ຢູ່ໃນເຮືອດັ່ງກ່າວ ໄດ້ພາກັນລອຍນ້ໍາໜີຕາຍ ຂ້າມມາຍັງຝັ່ງ ເຂດຕລາດ ນາໂບ ເມືອງທ່າແຂກ ແຕ່ກໍເຮັດໃຫ້ມີຜູ້ຫາຍໄປ ຈໍານວນ 4 ຄົນ ພ້ອມທັງບໍ່ໄດ້ລະບຸຄັກແນ່ວ່າ ມີຜູ້ເສັຍຊີວິດ ຫຼື ບໍ່?

ມາຮອດຕອນເຊົ້າຂອງ ວັນທີ 7 ມີຖຸນາ ນີ້ ທາງເຈົ້າໜ້າທີ່ອາສາສມັກກູ້ພັຍ ແຂວງຄໍາມ່ວນ ໄດ້ແຈ້ງຂ່າວຜ່ານທາງເຟສບຸກ ຕື່ມວ່າ ພົບຜູ້ທີ່ຫາຍໄປແລ້ວ 1 ຄົນ, ແຕ່ບໍ່ໄດ້ລະບຸວ່າລອດຊີວິດ ຫຼື ເສັຍຊີວິດ ແລະ ຍັງເຫຼືອຜູ້ຫາຍໄປອີກ 3 ຄົນ ທີ່ຍັງບໍ່ທັນຊອກເຫັນ ປະກອບດ້ວຍ ຄົນງານຊາຍ ອາຍຸ 30 ປີ, ຄົນງານແມ່ຍິງອາຍຸ 30 ປີ ແລະ ເດັກນ້ອຍເພດຊາຍ ອາຍຸ 5 ປີ.

ດັ່ງ ເຈົ້າໜ້າທີ່ອາສາສມັກກູ້ພັຍ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 7 ມີຖຸນາ ນີ້ວ່າ:

“ສູນຫາຍຍັງບໍ່ພົບ ເພິ່ນລັກຂ້າມມາອັນນັ້ນ ລັກຂ້າມມາແຕ່ທາງໄທຍ ມາທາງລາວ ມັນຫ່າງຈາກທາງຕາຝັ່ງຫັ້ນ ປະມານ 10 ແມັດນີ້ໄດ໋ ສ່ວນຜູ້ທີ່ເຫຼືອ ແມ່ນທາງເຈົ້າໜ້າທີ່ເພິ່ນ ເອົາໄປແລ້ວ.”

ໃນຂະນະທີ່ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດິການສັງຄົມ ແຂວງຄໍາມ່ວນ ກ່າວວ່າ ສໍາລັບຜູ້ທີ່ລອດຊີວິດ ກໍໄດ້ຖືກເຈົ້າໜ້າທີ່ຕໍາຣວດ ຄວມຄຸມຕົວໄວ້ຢູ່ ເພື່ອສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມກົດໝາຍ ເຊິ່ງທາງເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດິການສັງຄົມ ກໍກໍາລັງລວບລວມຂໍ້ມູນ ຂອງຄົນງານລາວດັ່ງກ່າວຢູ່ ແຕ່ຍັງບໍ່ສາມາດເປີດເຜີຍລາຍຊື່ ຂອງຄົນງານດັ່ງກ່າວເທື່ອ.

ດັ່ງ ທ່ານກ່າວວ່າ:

“ໂຕບ່ອນຄົນລອດນີ້ ແມ່ນທາງເຈົ້າໜ້າທີ່ກ່ຽວຂ້ອງ ເພິ່ນໄດ້ນໍາໄປສຶບສວນ ສອບສວນ. ຄົນນິລອດ 6 ແລະ ຍັງສູນຫາຍ 4 ວ່າຊັ້ນ. ທາງຜແນກແຮງງານກະສົມທົບກັບ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງເກັບກໍາຂໍ້ມູນເບື້ອງຕົ້ນຢູ່.”

ສໍາລັບຄົນງານລາວ 7 ຄົນ ແລະ ເດັກນ້ອຍລາວອີກ 2 ຄົນ ເຊິ່ງເປັນລູກຂອງຄົນງານລາວ ດັ່ງກ່າວນັ້ນ ທັງໝົດແມ່ນເປັນຊາວເມືອງໜອງບົກ ແຂວງຄໍາມ່ວນ ທີ່ໄດ້ຈ້າງເຮືອໂດຍສານ ຂ້າມໄປຮັບຢູ່ຝັ່ງໄທຍ ເພື່ອຈະຂ້າມມາຝັ່ງເມືອງທ່າແຂກ ແລ້ວເດີນທາງຕໍ່ໄປຍັງເມືອງໜອງບົກ, ແຕ່ມາປະສົບອຸບັດຕິເຫດດັ່ງກ່າວກ່ອນ, ອີງຕາມຂໍ້ມູນເພີ່ມຕື່ມ ຈາກແຫລ່ງຂ່າວ ເມືອງທ່າແຂກ.

ທາງດ້ານຍາດພີ່ນ້ອງ ຂອງຜູ້ຫາຍໄປ 3 ຄົນ ທີ່ຍັງຊອກບໍ່ເຫັນ ເຊິ່ງປະກອບດ້ວຍ ພໍ່-ແມ່ ແລະ ລູກ ນັ້ນກໍໄດ້ປະກາດ ຊອກຫາຜູ້ຫາຍໄປ ດັ່ງກ່າວ ແລະ ກໍຫວັງວ່າ ຈະພົບໃນໄວໆນີ້, ແຕ່ມາປັດຈຸບັນ ທາງເຈົ້າໜ້າທີ່ ທີ່ອາສາສມັກກູ້ພັຍ ກໍຍັງບໍ່ທັນພົບຜູ້ຫາຍນັ້ນເທື່ອ.

ດັ່ງ ສະມາຊິກໃນຄອບຄົວ ຜູ້ຫາຍໄປ ກ່າວວ່າ:

“ກໍາລັງຊອກຫາຢູ່ ດຽວນີ້ເຈົ້າ 3 ຄົນ ຜູ້ນ້ອຍ 5 ປີ. ເພິ່ນກະມາລັກຂຶ້ນເຮືອຢູ່ພີ້ເລີຍແຫຼະ ແຖວທ່າດ່ານ ນະຄອນພະນົມ ເຈົ້າ.”

ທ່ານກ່າວຕື່ມວ່າ ສໍາລັບຍາດພີ່ນ້ອງທັງ 3 ຄົນ ທີ່ຫາຍໄປດັ່ງກ່າວ ໄດ້ພາກັນໄປເຮັດວຽກ ຢູ່ໄທຍ ເປັນເວລາ ປະມານ 2 ປີ ແຕ່ບໍ່ຮູ້ຄັກແນ່ວ່າ ໄປເຮັດວຽກຢູ່ເຂດໃດ ເຊິ່ງກ່ອນໜ້ານັ້ນ ກໍໄດ້ມີການຕິດຕໍ່ ກັບ ພີ່ນ້ອງ ທາງບ້ານຢູ່ເລື້ອຍໆ ລວມທັງກ່ອນທີ່ຈະເດີນທາງກັບມາ ກໍໄດ້ແຈ້ງໃຫ້ຮູ້ລ່ວງໜ້າ, ແຕ່ບໍ່ໄດ້ບອກຢ່າງຄັກແນ່ວ່າ ຈະລັກຂີ່ເຮືອຂ້າມແມ່ນ້ໍາຂອງ ມາຝັ່ງລາວ, ສ່ວນຊາວບ້ານຢູ່ເມືອງທ່າແຂກ ອີກນາງນຶ່ງ ທີ່ເຫັນເຫດການ ໄດ້ກ່າວວ່າ ຈາກການສອບຖາມ ກຸ່ມຄົນງານລາວ ໃນເບື້ອງຕົ້ນ ລະບຸວ່າ ເຫຕການ ທີ່ເຮັດໃຫ້ເຮືອຫຼົ້ມ ຍ້ອນເຮືອແຕກ ແລະ ຄ່ອຍໆມີນ້ໍາໄຫຼເຂົ້າ ຈຶ່ງເຮັດໃຫ້ເຮືອຄ່ອຍໆຈົມນ້ໍາ ແລ້ວທັງໝົດ ຕ້ອງພະຍາຍາມລອຍນ້ໍາ ເຂົ້າຝັ່ງ, ສ່ວນເດັກນ້ອຍທີ່ລອດຊີວິດ ຜູ້ນຶ່ງ ກໍແມ່ນຖືກ ຜູ້ເປັນພໍ່ກອດໄວ້ ໃນຂະນະທີ່ລອຍນ້ໍາ.

ດັ່ງ ຍານາງກ່ວາວ່າ:

“ເປັນຕາອີ່ຕົນເຂົານ່າ ຕາມການທີ່ຖາມເຂົາ ເຂົາເວົ້າວ່າ ເຮືອຫັ້ນຍັງໄກເຕີບໄດ໋ ຊິຮອດຝັ່ງຫັ້ນ ຜູ້ເດັກນ້ອຍທີ່ວ່າ ມັນລອດຫັ້ນ ຢູ່ໃນເອິກພໍ່ມັນເລີີຍ. ພໍ່ມັນກອດເອົາ ໃຜກະຊ່າວຕາຍບໍ່ຮູ້ໃຜເລີຍ ລາວເວົ້າຫັ້ນ ກະບໍ່ເຂົ້າໃຈວ່າເປັນຫຍັງ ເຂົາເຈົ້າຕ້ອງລັກລອບຂ້າມຫັ້ນນ່າ ປະເທດເພິ່ນກະເປີດໃຫ້ມາໄດ້ແລ້ວ.”

ຍານາງກ່າວອີກວ່າ ກ່ອນໜ້ານີ້ ເມື່ອຫຼາຍປີທີ່ຜ່ານມາ ກໍ່ເຄີຍເກີດເຫດການ ເຮືອລັກຂົນສົ່ງຄົນງານ ແລະ ຄົນງານວຽດນາມ ໄດ້ຫລົ້ມຢູ່ກາງແມ່ນ້ໍາຂອງ ລະຫວ່າງເມືອງທ່າແຂກ ກັບແຂວງນະຄອນພະນົມ ແຕ່ຈື່ບໍ່ໄດ້ວ່າ ມີຜູ້ເສັຍຫາຍຈໍານວນຈັກຄົນ, ແຕ່ເຖິງຢ່າງໃດກໍຕາມ ສໍາລັບການລັກລອບຂົນສົ່ງ ຄົນງານລາວຈາກໄທຍ ກັບມາເມືອງທ່າແຂກ ກໍຍັງມີຢູ່ເລື້ອຍໆ ໂດຍອາສັຍ ໃນໄລຍະທີ່ ບໍ່ມີເຈົ້າໜ້າທີ່ກວດກາ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ເພີ່ມມາຕການປ້ອງກັນ ໃຫ້ຫຼາຍຂຶ້ນນໍາດ້ວຍ. ສໍາລັບການຈັບກຸມ ຄົນງານລາວທີ່ລັກລອບຂ້າມແມ່ນ້ໍາຂອງ ຈາກແຂວງຄໍາມ່ວນ ມາຍັງແຂວງນະຄອນພະນົມນັ້ນ ກໍເກີດຂຶ້ນຢູ່ເລືຶ້ອຍໆ ໂດຍຄັ້ງທີ່ເຈົ້າໜ້າທີ່ຕໍາຣວດ ແລະທະຫານໄທຍ ສາມາດຈັບໄດ້ຫຼາຍທີ່ສຸດ ແມ່ນເທື່ອວັນທີ 8 ພືສພາ ປີ 2022 ເຊິ່ງສາມາດຈັບຄົນງານລາວ ທີ່ລັກຂີ່ເຮືອຂ້າມແມ່ນ້ໍາຂອງ ຈາກແຂວງຄໍາມ່ວນ ມາຍັງແຂວງນະຄອນພະນົມ ໄດ້ທັງໝົດ 57 ຄົນ ແລະ ມີຄົນລາວອີກ 2 ຄົນທີ່ຖືກຈັບນໍາກັນ ໃນຂໍ້ຫາເປັນນາຍໜ້າ ນໍາຄົນລາວດັ່ງກ່າວ ຂ້າມມາຝັ່ງໄທຍ.