ຈີນເປັນຕະຫຼາດຫຼັກ ທີ່ແຂວງໄຊຍະບູລີ ສົ່ງອອກ ສິນຄ້າກະສິກຳ

ໄຊຍາ
2024.02.26
ຈີນເປັນຕະຫຼາດຫຼັກ ທີ່ແຂວງໄຊຍະບູລີ ສົ່ງອອກ ສິນຄ້າກະສິກຳ ຮູບປະກອບ: ແມ່ຄ້າ-ພໍ່ຄ້າ ເອົາກ້ວຍທີ່ເປັນສິນຄ້າກະສິກຳ ວາງຂາຍທີ່ຕະຫຼາດແຫ່ງນຶ່ງ ໃນ ສປປ ລາວ. ເດືອນ ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ເມື່ອບໍ່ດົນມານີ້ ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າຜະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ ຈີນເປັນຕະຫຼາດສົ່ງອອກຫຼັກສິນຄ້າ ກະສິກຳຂອງແຂວງໄຊຍະບູລີ ນີ້ເປັນສ່ວນໜຶ່ງຂອງ 2 ຍຸດທະສາດໃນການຜະລິດກະສິກຳ ຂອງແຂວງຄື ຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ພາຍໃນ ແລະ ຜະລິດເປັນສິນຄ້າສົ່ງອອກ.

ພາຍໃນແຂວງໄຊຍະບູລີມີການປູກພືດເສດຖະກິດຫຼາຍຊະນິດປະກອບມີມັນຕົ້ນ,ຖົ່ວເຫຼືອງ ໝາກໂມ, ໝາກກ້ວຍ, ໝາກແຕງ, ໝາກອຶ ແລະ ໝາກເດືອຍ. ສຳລັບສິນຄ້າ ກະສິກຳທີ່ຜະລິດໃນແຂວງໄຊຍະບູລີນັ້ນມີສົ່ງອອກໄປຍັງປະເທດໄທ ແລະ ຈີນ. ສິນຄ້າທີ່ສົ່ງອອກໄປຈີນ ຫຼາຍຄືແປ້ງມັນຕົ້ນ, ໝາກຖົ່ວເຫຼືອງ, ໝາກໂມ, ໝາກກ້ວຍ ແລະ ຢາງພາລາ. ອີງຕາມເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ແຂວງໄຊຍະບູລີ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 26 ກຸມພາ 2024 ນີ້ວ່າ:

“ສົ່ງໄປຈີນເຫັນວ່າຈະເປັນແປ້ງມັນຕົ້ນເນາະ, ໝາກໂມ, ໝາກກ້ວຍ, ຖົ່ວເຫຼືອງ, ຢາງພາລາ, ສາລີ ກໍສົ່ງໄປຄືກັນ. ສາລີ, ໝາກເດືອຍ. ແມ່ນໆ ກາຢາກວ່າເກືອບໝົດທຸກເມືອງຫັ້ນແຫຼະ ປູກເປັນສິນຄ້າ. ໝາກໂມ, ໝາກກ້ວຍຖົ່ວເຫຼືອງ.”

ສໍາລັບມັນຕົ້ນສ່ວນຫຼາຍ ຊາວກະສິກອນ ເປັນເຈົ້າຂອງທີ່ດິນ ແລະປູກເອງ ສ່ວນໝາກຖົ່ວ ແລະ ໝາກໂມ ຈະມີນັກລົງທຶນຈາກຈີນ ເຂົ້າມາລົງທຶນໃນຮູບແບບສຳປະທານ ທີ່ດິນແບບ 2+3 ທີ່ປະຊາຊົນຈະເປັນແຮງງານສ່ວນນັກລົງທຶນ ຈະນໍາເທັກນິກ, ເງິນທຶນ ແລະ ສ້າງຕະຫຼາດໄວ້ ເມື່ອເກັບກູ້ຜົນຜະລິດໄດ້ແລ້ວ ນາຍທຶນຈະສົ່ງຜົນຜະລິດໄປຈີນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງໄຊຍະບູລີ ແຂວງໄຊຍະບູລີ ຂ້ອງຜູ້ຂໍສະຫງວນຊື່ ແລະຕຳແໜ່ງ ທ່ານໄດ້ກ່າວວ່າ:

“ມັນມີໝາກຖົ່ວ, ໝາກໂມ ແລ້ວກໍມັນຕົ້ນ, ໝາກຖົ່ວ, ໝາກໂມ. ແມ່ນບໍລິສັດ ຂອງພວກຈີນ ໃຊ້ດິນຂອງປະຊາຊົນ. ຈີນເຂົ້າມາລົງທຶນ ແລ້ວເຂົາເຈົ້າກໍເກັບເອງ ແລ້ວກໍນໍາສົ່ງອອກໄປເອງເລີຍ ບໍ່ໄດ້ຮັບໃຊ້ພາຍໃນຕົວນີ້ ຈະສົ່ງອອກເລີຍ.”

ເມືອງຫົງສາ ແຂວງໄຊຍະບູລີ ເປັນອີກເມືອງໜຶ່ງ ທີ່ມີບໍລິສັດຈີນ ເຂົ້າມາເຊົ່າສໍາປະທານ ທີ່ດິນ 3 ບໍລິສັດ ເພື່ອປູກໝາກໂມ ສົ່ງອອກໄປຈີນ. ພື້ນທີ່ ປູກໝາກໂມ ກະຈາຍຢູ່ທົ່ວເຂດເທດສະບານ ເມືອງຫົງສາ ປະມານ 200 ປາຍເຮັກຕ້າຣ໌, ກວມເອົາ ບໍລິເວນບ້ານ 14 ບ້ານ. ນອກຈາກໝາກໂມແລ້ວ ໃນເມືອງຫົງສາ ຍັງມີບໍລິສັດຈີນທີ່ເຂົ້າມາເຊົ່າພື້ນທີ່ ສຳປະທານເພື່ອປູກໝາກແຕງ ແລະໝາກຖົ່ວນໍາ.

ດັ່ງຊາວບ້ານໂພນສູງ ເມືອງຫົງສາ ແຂວງໄຊຍະບູລີ ທ່ານກ່າວວ່າ:

“ມີເປັນບໍລິສັດຈີນ ເຂົາເຈົ້າມາລົງທຶນປູກໃຫ້ປະຊາຊົນ ຂະເຈົ້າເປັນກໍາມະກອນ ຊ່ອຍເບິ່ງແຍງໃຫ້ຈີນ ນີ້ແຫຼະ. ບໍລິສັດລາວນີ້ບໍ່ມີແຕ່ວ່າ ເຂົາມາເຊົ່າເຮັດລະຫວ່າງ ສອງ, ສາມ, ສີ່, ຫ້າ ເດືອນນີ້ແຫຼະ. ເຂົາເຈົ້າເກັບກູ້ແລ້ວ ກໍມອບດິນໃຫ້ເຈົ້າຂອງ ນັ້ນເລີຍ ຕໍ່ໄປເຂົາເຈົ້າກໍມາຂໍເຊົ່າດິນ ເຮັດຕື່ມສ່ວນຫຼາຍ ກໍສົ່ງໄປຈີນພຸ້ນແຫຼະເນາະ ໝາກຖົ່ວ, ໝາກແຕງ ກໍຂາຍຕາມປະເທດເຮົານີ້ແຫຼະ. ລາວເຮົານີ້ແຫຼະ ແຕ່ວ່າໝາກໂມສົ່ງໄປຈີນໝົດ.”

ຊາວສວນມັນຕົ້ນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ນາງກ່າວວ່າ ສວນມັນຕົ້ນຈຳນວນ 1 ເຮັກຕ້າຣ໌ ເປັນທີ່ດິນຂອງລາວເອງ ແລະປູກເອງທັງໝົດເມື່ອເຖິງລະດູເກັບກູ້ ຈະມີພໍ່ຄ້າຄົນກາງມາຮັບມັນຕົ້ນໜ້າສວນເພື່ອນໍາໄປຂາຍຕໍ່ ໃຫ້ໂຮງງານຜະລິດແປ້ງມັນຕົ້ນ ຂອງນັກລົງທຶນຈີນ ແລະໄທ ທີ່ຕັ້ງຢູ່ໃນເຂດເມືອງ. ຫາກໂຮງງານໃດໃຫ້ລາຄາດີກ່ວາ ກໍຈະນໍາໄປຂາຍທີ່ນັ້ນ.

ດັ່ງຍານາງກ່າວວ່າ:

“ປູກເອງສ່ວນໃຫຍ່ແມ່ນເຂົາປູກເອງ ບໍ່ເຫັນມີນັກທຸລະກິດມາລົງທຶນໃຫ້. ຄົນລາວເຂົາປູກເອງເລີຍສ່ວນໃຫຍ່ ກໍຂາຍໃຫ້ພໍ່ຄ້າຫັ້ນແຫຼະ. ເຂົາເຈົ້າມາຊື້ເອົາກັບສວນເດ້ ມັນມີໂຮງງານໄທ ກັບໂຮງງານຈີນເນາະ ຢູ່ບ້ານເຮົາເນາະ ແຕ່ດຽວນີ້ມັນມີໂຮງງານແປ້ງມັນຕົ້ນ ຂອງຈີນມາເກີດຂຶ້ນຢູ່ໄຊຍະຫຼາຍ ບ່ອນແລ້ວເນາະສ່ວນຫຼາຍ ກໍຂາຍໃຫ້ໂຮງງານນີ້ ຈັງຊັ້ນສາ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ ກ່າວຕື່ມວ່າສີ່ງໜຶ່ງທີ່ເຮັດໃຫ້ຈີນ ກາຍເປັນຕະຫຼາດສົ່ງອອກຫຼັກ ຂອງສິນຄ້າກະສິກຳສ່ວນໜຶ່ງ ກໍຍ້ອນວ່ານັກລົງທຶນຈີນ ເຂົ້າມາລົງທຶນໃນແຂວງໄຊຍະບູລີ ຫຼາຍກ່ວານັກລົງທຶນຈາກປະເທດອື່ນ ເປັນຕົ້ນປະເທດໄທ ແລະການລົງທຶນ ຈາກນັກລົງທຶນຈີນຈະເປັນການລົງທຶນແບບຄົບວົງຈອນ ທີ່ມີຕະຫຼາດຈີນຮັບຮອງຢູ່ແລ້ວ. ສ່ວນນັກລົງທຶນໄທນັ້ນ ມັກຈະໃຫ້ທຶນກັບຕາງໜ້າບໍລິສັດລາວ ຫຼາຍກ່ວາບໍ່ໄດ້ເຂົ້າມາຕັ້ງບໍລິສັດ ຫຼືໂຮງງານແປຮູບ ສົ່ງອອກແບບນັກລົງທຶນຈີນ.

ໃນປີ 2023 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຊັນສັນຍາອະນຸຍາດໃຫ້ບໍລິສັດ ນໍ້າເຜິ້ງພັດທະນາກະສິກຳ ຈຳກັດ ຈາກຈີນ ເຊົ່າທີ່ດິນປູກໝາກໂມໃນຂອບເຂດ 5 ບ້ານຂອງເມືອງເຊັ່ນ ບ້ານໂພນໄຊ, ສີບຸນເຮືອງ, ໂພນສູງ, ແທ່ນຄຳ ແລະ ນາແກຄໍາ ໂດຍບໍລິສັດ ຈະເປັນຜູ້ສະໜອງທຶນ 100% ລວມຄ່າເຊົ່າດິນ, ພັນທະອາກອນຕ່າງໆ, ຄ່າບໍລິການບ້ານ ແລະ ຄ່າບໍລິການວິຊາການ ລວມມູນຄ່າ ການລົງທຶນທັງໝົດ 10 ຕື້ກີບໂດຍໂຄງການມີອາຍຸເຊົ່າ 5 ປີນັບແຕ່ເດືອນພະຈິກປີ 2024 ຫາເດືອນຕຸລາປີ 2029.

 ກ່ອນໜ້ານີ້ ເມືອງເງິນແຂວງໄຊຍະບູລີ ກໍໄດ້ຮັບອະນຸຍາດໃຫ້ບໍລິສັດ ຈູນລຽນໄຊນາ-ລາວ ຈຳກັດ ປູກໃນກຳນົດ 6 ເດືອນນັບແຕ່ເດືອນຕຸລາ 2023 ຫາເດືອນມີນາ 2024. ອີງຕາມການລາຍງານຂອງວິທຍຸເອເຊັຍເສຣີ ເມື່ອເດືອນພະຈິກຜ່ານມາ ປະຊາຊົນຜູ້ເປັນເຈົ້າຂອງດິນນາ ຍັງບໍ່ຍອມຮັບເອົາຄ່າເຊົ່າທີ່ດິນ ທີ່ບໍລິສັດຈີນສະເໜີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ຍ້ອນບໍ່ຄຸ້ມຄ່າແຮງງານ ອານາໄມຂີ້ເຫຍື້ອ ແລະຄ່າໄຖດິນພາຍຫຼັງສິ້ນສຸດ ລະດູການການປູກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.