ທະຫານພະມ້າ ຈັບປະຊາຊົນ 500 ຄົນ ຄາສນາມບິນ

ອຸ່ນແກ້ວ
2024.02.25
ທະຫານພະມ້າ ຈັບປະຊາຊົນ 500 ຄົນ ຄາສນາມບິນ ຜູ້ໂດຍສານ ຢູ່ສນາມບິນ ຊິດເວ ກໍາລັງຖ້າ ເດີນທາງໄປຢ້າງກຸ້ງ ໃນວັນທີ 20 ພຶສຈິກາ 2023.
RFA

ສະມາຊິກຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ ທະຫານພະມ້າໄດ້ຈັບປະຊາຊົນ ທີ່ໂດຍສານໄປນໍາຍົນ ຍ້ອນສົງໄສວ່າ ປະຊາຊົນ ຈະເຂົ້າຮ່ວມກອງກໍາລັງຕໍ່ຕ້ານທະຫານພະມ້າ.

ການຈັບປະຊາຊົນ ມີຂຶ້ນ ຖ່າມກາງການບັງຄັບໃຊ້ກົດໝາຍການເກນທະຫານ ທີ່ເຮັດໃຫ້ປະຊາຊົນພະມ້າພາກັນໜີອອກຈາກປະເທດ ໂດຍທະຫານພະມ້າອ້າງວ່າ ປະຊາຊົນເຫລົ່ານັ້ນ ຈະໄປຮ່ວມກອງກໍາລັງຕໍ່ຕ້ານທະຫານພະມ້າ ຢູ່ເຂດພື້ນທີ່ຫ່າງໄກ ແທນທີ່ຈະມາຊ່ອຍທະຫານຕໍ່ສູ້ ໂດຍສະເພາະ ທະຫານພະມ້າ ທີ່ເຂົ້າມີຍຶດອໍານາດຣັຖຖະປະຫານ ໃນເດືອນກຸມພາ 2021.

ໃນວັນຈັນທີ່ຜ່ານມາ, ທະຫານພະມ້າ ໄດ້ກັກຂັງຜູ້ໂດຍສານເກືອບ 500 ຄົນ ຫຼັງຈາກທີ່ເຂົາເຂົ້າ ໂດຍທາງຍົນມາລົງທີ່ສະໜາມບິນ ຣັຖຣະຂ່າຍ ຫຼັງຈາກທີ່ເຂົາເຈົ້າບິນມາຈາກສະໜາມບິນຢ້າງກຸ້ງ. ຜູ້ໂດຍສານທີ່ຖືກຈັບ ຖືກສົ່ງໄປຂັງຢູ່ຄ້າຍທະຫານ ຢູ່ ເຂດວັດລໍກັນນາດາ ອີງຕາມຂໍ້ມູນຈາກຍາດພີ່ນ້ອງຂອງຜູ້ທີ່ຖືກຈັບ.

ໃນວັນດຽວກັນ, ກໍມີຜູ້ໂດຍສານ 60 ປາຍຄົນ ທີ່ບິນຈາກນະຄອນຢ້າງກຸ້ງ ກໍຖືກຈັບໃນກໍລະນີດຽວກັນ ຫຼັງຈາກທີ່ເຂົາເຈົ້າລົງຈາກຍົນຢູ່ເມືອງ ກີອໍຟີຢູ.​

ໃນຈໍານວນຜູ້ທີ່ຖືກຈັບ ມີແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ເຖົ້າ ໄດ້ຮັບການປ່ອຍໂຕ ໃນວັນດຽວກັນ ແຕ່ ຍັງບໍ່ມີໂຕເລກທີ່ຂັດເຈນວ່າ ມີຈໍານວນເທົ່າໃດ.​

ຄົນໃນຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ເຂົາເຈົ້າບໍ່ສາມາດຜູ້ທີ່ຖືກກັກຂັງໄດ້.

ຄົນໃນຄອບຄົວຜູ້ທີ່ຖືກຈັບ ໄດ້ກ່າວວ່າ ພວກເຮົາຮູ້ວ່າ ຜູ້ໂດຍສານທັງໝົດ ທີ່ບິນຈາກສະໜາມບິນຢ້າງກຸ້ງ ຖືກເຈົ້າໜ້າທີ່ທະຫານນໍາໂຕຂຶ້ນຣົຖ ໃນວັດ ລໍກັນນາດາ ເພື່ອສືບສວນສອບສວນ ທັນທີທີ່ເຂົາເຈົ້າລົງຈາກຍົນ.

ຍາດພີ່ນ້ອງ ຜູ້ຖືກຈັບ ໄດ້ກ່າວວ່າ ມີຜູ້ໂດຍສານຖືກຈັບທັງໝົດປະມານ 500 ຄົນ ແລະ ບໍ່ຮູ້ວ່າ ເຈົ້າໜ້າທີ່ທະຫານພະມ້າສອບສວນຫຍັງເຂົາເຈົ້າ.

ທະຫານພະມ້າຕັດສັນຍານໂທລະສັບ ແລະ ອິນເຕີເນັດ ໃນພື້ນທີ່, ແລະ ທະຫານໄດ້ຕັ້ງຖານຢູ່ເຂດວັດ ລໍກັນນາດາ ແລະ ບໍ່ອະນຸຍາດໃຫ້ປະຊາຊົນເຂົ້າໄປໃນເຂດວັດນັ້ນ ອີງຕາມແຫຼ່ງຂ່າວຜູ້ເຫັນເຫດການ

ແຫຼ່ງຂ່າວ ໄດ້ກ່າວຕື່ມອີກວ່າ ຜູ້ຖືກຈັບຈໍານວນນຶ່ງ ທີ່ມີເອກກະສານສໍາມະໂນຄົວ ກໍຈະຖືກປ່ອຍໂຕ ແຕ່ວ່າ ຜູ້ໂດຍສານທີ່ມາຈາກພື້ນທີ່ອື່ນໆ ຍັງບໍ່ໄດ້ຮັບການປ່ອຍໂຕ.

ນອກຈາກນີ້ ຍັງມີການຍິງຕໍ່ສູ້ກັນຢູ່ ຣັຖຣະຂ່າຍ ຫຼັງຈາກທີ່ກອງກໍາລັງອາຣະກັນ ຫຼື AA ໄດ້ສິ້ນສຸດການຢຸດຍິງ ໃນເດືອນພຶສຈິກາ 2023 ທີ່ເກີດຂຶ້ນຢູ່ໃນພື້ນທີ່ ນັບແຕ່ມີການຣັຖປະຫານ. ໃນຕອນນັ້ນ, ທະຫານພະມ້າ ໄດ້ຄວບຄຸມຖະໜົນເຂົ້າ-ອອກ ໃນເຂດດັ່ງກ່າວ ບໍ່ວ່າຈະເປັນທາງບົກ ແລະ ທາງນ້ໍາ, ນັ້ນເປັນການບັງຄັບໃຫ້ປະຊາຊົນຕ້ອງເດີນທາງດ້ວຍຍົນ. 

ຫຼັງຈາກ ທະຫານພະມ້າ ປະກາດບັງຄັບໃຊ້ກົດໝາຍການເກນທະຫານ ໃນວັນທີ 10 ກຸມພາ, ຊາວໜຸ່ມ ຣັຖຣະຂ່າຍ ທີ່ເຮັດວຽກຢູ່ນະຄອນຢ້າງກຸ້ງ ຖືກຫ້າມບໍ່ໃຫ້ລົງທະບຽນຢູ່ໃນໂຕເມືອງຊົ່ວຄາວ. ຊາວບ້ານທີ່ຢ້ານຖືກຈັບກຸມ ກໍພາກັນກັບບ້ານກັນຫຼາຍຂຶ້ນ ອີງຕາມແຫຼ່ງຂ່າວ ຢູ່ນະຄອນຢ້າງກຸ້ງ.​

ຊາວນະຄອນຢ້າງກຸ້ງ ໄດ້ກ່າວຕໍ່ເອເອເຊັຽເສຣີ ຜແນກພາສາພະມ້າ ວ່າ ທະຫານພະມ້າ ປະຈໍາຢູ່ສະໜາມບິນຣັຖຣະຂ່າຍ ໄດ້ຈັບໂຕຜູ້ໂດຍສານ ຍ້ອນສົ່ງໄສວ່າ ຜູ້ໂດຍສານຈະໄປຮ່ວມກອງກໍາລັງ ຕໍ່ຕ້ານຣັຖບານ ຢູ່ໃນຣັຖດັ່ງກ່າວ.

ຊາວເມືອງຢ້າງກຸ້ງ ໄດ້ກ່າວອີກວ່າ ປະຊາຊົນຣັຖຣະຂ່າຍ ທີ່ຢູ່ໃນນະຄອນຢ້າງກຸ້ງ ຖືກບັບຄັບໃຫ້ຕ້ອງກັບຄືນບ້ານ ເພື່ອເຂົ້າໄປຮັບການເກນທະຫານ ເຖິງວ່າ ເຂົາເຈົ້າຈະຍັງຮຽນຢູ່ ຫຼື ເຮັດວຽກກໍຕາມ. ເຖິງວ່າ ຜູ້ໂດຍສານທາງຍົນ ຈະມີບັດປະຈໍາໂຕກໍຕາມ ແຕ່ ເຂົາເຈົ້າກໍຖືກຈັບ ໃນຂໍ້ຫາທີ່ທະຫານພະມ້າສົງໄສວ່າ ເຂົາເຈົ້າມີແຜນຈະເຂົ້າໄປຮ່ວມກອງກໍາລັງອາຣະກັນ ເຊິ່ງເປັນກອງກໍາລັງຕໍ່ຕ້ານທະຫານພະມ້າ.

ເອເຊັຽເສຣີ ຍັງໄດ້ຮັບລາຍງານວ່າ ທະຫານພະມ້າຈັບຊາວໜຸ່ມ ຢູ່ທາງດ່ວນແຕ່ຢ້າງກຸ້ງ-ຣັຖມັນດາເລ, ທາງຫລວງແຕ່ຣັຖມັນດາເລ-ຣັຖມິກິນນາ ໃນຂະນະທີ່ຊາວໜຸ່ມເຫລົ່ານັ້ນ ເດີນທາງໄປຣັຖກາຢິນ ແລະ ຣັຖສິນ.

ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວ ຍັງບໍ່ສາມາດລະບຸຈໍານວນຜູ້ທີ່ຖືກຈັບກຸມຄັ້ງນີ້ໄດ້ ແລະ ເອເຊັຽເສຣີ ບໍ່ສາມາດຢືນຢັນໂຕເລກນີ້ໄດ້ ຢ່າງເປັນອິດສະຫຼະ.​

ເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ທ່ານ ລາຕຽນ ໄອຍະການສານຂອງຣັຖຣະຂ່າຍ, ແລະ ໂຄສົກຂອງທະຫານພະມ້າ ປະຈໍາຂົງເຂດ ເພື່ອຖາມລາຍລະອຽດກ່ຽວກັບການຈັບກຸມ, ແຕ່ ກໍບໍ່ໄດ້ຄໍາຕອບຈາກທັງສອງທ່ານ.

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານພະມ້າ ທີ່ເປັນກອງພັນທະຫານລາບ 123 ຂອງທະຫານພະມ້າ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງ ການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານພະມ້າ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານທະຫານພະມ້າ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກຣັຖສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານພະມ້າແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງ 3 ຝ່າຍ ກໍສາມາດຢຶດໄດ້ 15 ເມືອງ ທາງພາກເໜືອຂອງຣັຖສານ ແລະ ສາມາດເຂົ້າຍຶດຄອງຄ້າຍທະຫານພະມ້າໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານພະມ້າ 4,000 ຄົນ ຕ້ອງຍອມຈໍານົນ.

ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານນພະມ້າ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມົກກະຣາ ອີງຕາມການ ກັນຢືນຢັນຂອງພັນເອກະ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ.

ພັນເອກ ນໍໍໍບູ ໂຄສົກກອງທັບເອກະລາດກະສິນ ໄດ້ກ່າວວ່າ ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານພະມ້າ ຢູ່ເມືອງນໍາເພັດກາ ຖືກຍຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສນາມເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສນາມທາງໂທລະສັບໄດ້.​

ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ: ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປ ໃນຄ້າຍທະຫານພະມ້າ ໃນວັນພຸດທີ່ຜ່ານມາ ແລະ ໄດ້ຢືນຢັນວ່າ ພວກທະຫານພະມ້າ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.

ທ່ານ ກ່າວວ່າ: ຂ້ອຍແນ່ໃຈວ່າ ກອງກໍາລັງເອກະລາດກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະຫານລາບ 123 ນັບແຕ່ທະຫານພະມ້າຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະລາດ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານພະມ້າ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຽຫາຍຫຼາຍ.

ປະຊາຊົນ ກ່າວວ່າ:

ກອງກໍາລັງຝ່າຍຕໍ່ຕ້ານທະຫານພະມ້າ ໄດ້ເລີ່ມບຸກໂຈມຕີ ເມຶອງນາມ ເພັດ ກາ ໃນທ້າຍເດືອນສິງຫາ 2023, ແຕ່ວ່າ ກອງກໍາລັງເອກະລາດ ກະສິນ ໄດ້ເລີ່ມເຂົ້າຍຶດກອງພົນທະຫານລາບ 123 ຂອງພະມ້າ ໃນວັນທີ 14 ມົກກະຣາ. ທະຫານພະມ້າໄດ້ຕອບໂຕ້ດ້ວຍການບຸກໂຈມຕີ ຝ່າຍຕໍ່ຕ້ານດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດ.

ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງໃນວັນທີ 16 ມົກກະຣາ ວ່າ ສາມາດຍິງຍົນສູ້ຣົບຂອງທະຫານພະມ້າຕົກ ໃນເວລາທີ່ມີການຕໍ່ສູ້.

ປະຊາຊົນພະມ້າ ໄດ້ຮັບຄວາມເດືອດຮ້ອນ. ຊາວເມືອງ ນາມເພັດ ກາ ທີ່ຫຼົບໜີຈາກການສູ້ຣົບ ໄດ້ກ່າວວ່າ ການໂຈມຕີທາງ ອາກາດຂອງທະຫານພະມ້າ ໄດ້ທໍາລາຍບ້ານເຮືອນ ແລະ ເຮັດໃຫ້ມີປະຊາຊົນ ໄດ້ຮັບເຄາະຮ້າຍ.

ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງເອກະລາດກະສິນ ໄດ້ບຸກເຂົ້າໃນໃນເຮືອນ ແລະ ຍິງອອກໃສ່ທະຫານພະມ້າ ສະນັ້ນ ທະຫານພະມ້າ ຈຶ່ງໄດ້ໂຈມຕີໃສ່ເຮືອນ ອີງຕາມຂໍ້ມູນທີ່ໄດ້ຮັບມາ. ໃນເວລາດຽວກັນ ມີເຮືອນຊາວບ້ານ ຖືກໄຟໃໝ້ຈົນກ້ຽງ ແລະ ເຮືອນຫຼັງອື່ນໆ ກໍພັງເພ ບໍ່ມີຝາ ແລະ ບໍ່ມີຫຼັງຄາ.

ຊາວບ້ານ ໄດ້ກ່າວວ່າ ຢ່າງໜ້ອຍມີປະຊາຊົນ 2 ຄົນເສັຽຊີວິດ ໃນການຍິງປະທະກັນ, ແຕ່ວ່າ ຍັງບໍ່ສາມາດໃຫ້ຂໍ້ມູນເພີ່ມເຕີມໄດ້ ແລະ ຊາວບ້ານບໍ່ກ້າທີ່ຈະກັບຄືນໄປບ້ານ ຍ້ອນວ່າ ມີການໂຈມຕີທາງອາກາດ.

ມີປະຊາຊົນ ທີ່ອາໃສຢູ່ໃນເມືອງ ນາມ ເພັດ ກາ ປະມານ 20,000 ຄົນ. ເຈົ້າໜ້າທີ່ ບັນເທົາທຸກ ໄດ້ກ່າວວ່າ ມີປະຊາຊົນ 10,000 ຄົນ ທີ່ດໍາລົງຊີວິດຢູ່ໃກ້ຄ້າຍທະຫານ ໄດ້ຖືກບັງຄັບໃຫ້ໜີອອກຈາກບ້ານ ແລະ ໄປຫຼົບໄພຢູ່ໃນວັດ ຢູ່ໃນເຂດເມືອງ ນາມການ, ເມືອງມູເຊ, ເມືອງລາຊີໂອ ແລະ ເຂດອື່ນໆ ທີ່ຢູ່ໃກ້ກັບເຂດທີ່ມີການຍິງປະທະກັນ.

ປະຊາຊົນຄົນອື່ນໆ ຢູ່ເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ໃນວັນທີ 17 ມົກກະຣາ ໄດ້ບັນທຶກຜູ້ເສັຽຊີວິດ ຢ່າງໜ້ອຍ 24 ຄົນ ຍ້ອນການໂຈມຕີ່ທາງອາກາດ ແລະ ປືນໃຫຍ່ຂອງທະຫານພະມ້າ ແລະ ມີເຮືອນປະຊາຊົນຢ່່່າງໜ້ອຍ 100 ຫຼັງ ຖືກທໍາລາຍ.

ນອກຈາກນີ້ ສະພາບຄວາມບໍ່ສະຫງົບຢູ່ປະເທດພະມ້າ ເຮັດໃຫ້ມີຜູ້ອົບພະຍົບເປັນຈໍານວນຫຼາຍ. ອົງການສິດທິມະນຸດກໍຮຽກຮ້ອງໃຫ້ສາກົນເຂົ້າມາມີບົດບາດໃນການແກ້ໄຂ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທະມະນຸດ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:

ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານພະມ້າທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.

ສົງຄາມກາງເມືອງຢູ່ປະເທດພະມ້າ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດພະມ້າ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຣົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທັມຂອງອົງການສະຫະປະຊາຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.