ຊາວບ້ານຢຶບ ເສັຽທັງດິນ ຕິດທັງຄຸກ
2024.02.26
ຊາວບ້ານຢຶບເມືອງທ່າແຕງ ແຂວງເຊກອງ 4 ຄົນ ສຸດທ້າຍກໍພົ້ນໂທດ ແລະ ຖືກປ່ອຍໂຕແລ້ວ ຫຼັງຈາກ ທີ່ຖືກສານປະຊາຊົນ ແຂວງເຊກອງ ຕັດສິນຈໍາຄຸກເປັນເວລາຫຼາຍປີ ຍ້ອນຂໍ້ຂັດແຍ່ງທີ່ດິນ. ການປ່ອຍໂຕຄັ້ງນີ້ ບໍ່ແມ່ນໄດ້ຮັບການຜ່ອນໂທດ ແຕ່ ຊາວບ້ານໄດ້ຕິດຄຸກຄົບຕາມກໍານົດເວລາ ທີ່ສານໄດ້ຕັດສິນໄປ.
ຊາວບ້ານຜູ້ນຶ່ງ ທີ່ຫາກໍ່ຖືກປ່ອຍໂຕໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຂ້ອຍຕິດຄຸກຢູ່ເປັນເວລາ 6 ປີ ປາຍ-ທໍາອິດກໍຖືກຈັບຄຸກຢູ່ແຂວງເຊກອງ ແລະ ຕໍ່ມາຈຶ່ງຖືກສົ່ງໄປຕິດຄຸກຢູ່ ແຂວງຈໍປາສັກ ຈົນກະທັ້ງພົ້ນໂທດ.”
ຫຼັງຈາກອອກມາຈາກຄຸກແລ້ວ, ຊາວບ້ານເຫຼົ່ານັ້ນ ກໍຍັງບໍ່ຮູ້ຊາຕາກໍາຂອງຕົນເອງວ່າ ຈະທໍາມາຫາກິນຫຍັງ ຍ້ອນວ່າ ທີ່ດິນຂອງເຂົາເຈົ້າຖືກ ສໍາປະທານໃຫ້ແກ່ບໍຣິສັດວຽດນາມ.
ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ:
“ຫຼັງຈາກອອກມາແລ້ວ ກໍບໍ່ຮູ້ວ່າ ທໍາມາຫາກິນຫຍັງ ເພາະວ່າ ທີ່ດິນດັ່ງເດີມ ກໍບໍ່ມີແລ້ວ ຫຼັງຈາກທີ່ບໍຣິສັດ ຢຶດເອົາໄປ ບໍ່ມີທີ່ດິນກະສິກັມ ທີ່ຈະເອົາມາເຮັດການປູກຝັງຫຍັງເລີຍ.”
ໃນເວລາທີ່ມີຂໍ້ຂັດແຍ່ງ ທີ່ດິນກັບເຈົ້າໜ້າທີ່ຣັຖ, ສ່ວນຫຼາຍປະຊາຊົນ ຈະຖືກເຈົ້າໜ້າທີ່ທາງການ ຈັບໂຕໄປ ແລະ ຖືກໃສ່ຂໍ້ຫາວ່າ ກໍ່ຄວາມວຸ້ນວາຍ.
ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຈັບໄປລະ ວ່າ ເຂົາຊິແກ້ ເຂົາກະບໍ່ໄດ້ແກ້ດອກ ເຂົາຕີລາຄາ ບໍ່ແມ່ນເລື່ອງທີ່ດິນ ມັນຄືຍວ່າ ປ້າຍສີ ສ້າງຄວາມວຸນວາຍ ມັນບໍ່ແມ່ນສ້າງຄວາມວຸ້ນວາຍ ມັນແມ່ນດິນເຂົາແທ້.”
ເຈົ້າໜ້າທີ່ ທາງການລາວ ທ່ານນີ້ ໄດ້ກ່າວຕື່ມວ່າ:
“ທີ່ຈິງແລ້ວກະຖືກຄວາມປະຊາຊົນຫັ້ນແຫຼະ. ອ້າຍໄດ້ຍິນລະ ຕາຍ ບໍ່ມີໃຜຂັດໄດ້ດອກ ຣັຖບານ ຂັ້ນເຂົາຢາກໄດ້ຂອງໃຜເຂົາກະຊີ້ເອົາ ອັບປະໂຫຍດແທ້ອັບປະໂຫຍດວ່າຫັ້ນແຫຼະ. ປະຊາຊົນມັນກະບໍ່ມີສິດຫຍັງຕ່າງໆ ນາໆຫັ້ນແຫຼະ.”
ຄວາມເປັນມາ ຂອງການຈັບຊາວບ້ານ ກໍຄື ໃນ ປີ 2017, ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນຖືກຈັບ ຍ້ອນມີຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາວຽດນາມ.
ໃນ ປີ 2020, ຊາວບ້ານ 9 ຄົນ ຖືກປ່ອຍໂຕ ແລະ 1 ຄົນເສັຽຊີວິຕ ຢູ່ໃນຄຸກໂດຍເຈົ້າໜ້າທີ່ ບໍ່ໄດ້ແຈ້ງເຖິງສາເຫດ ຂອງການຕາຍ
ໃນເດືອນຕຸລາ 2021, ທ້າວ ບຸນສົດ ໄດ້ຖືກປ່ອຍໂຕແລ້ວ ຫຼັງຈາກຖືກກັກຂັງຄົບຕາມກຳນົດເວລາ ຕາມຄຳສັ່ງ ຂອງສານປະຊາຊົນ ແຂວງເຊກອງ.
ໃນປີ ທ້າຍ ປີ 2023, ຊາວບບ້ານ ອີກ 3 ຄົນ ຄື ທ້າວວິຄຳ, ທ້າວບຸນເຕັ້ຽ ແລະ ທ້າວບຸນແລງ ກໍຖືກປ່ອຍໂຕ ຫຼັງຈາກຖືກກັກຂັງ ຄົບຕາມກຳນົດເວລາ.
ໃນເດືອນມົກກະຣາ 2024, ທ້າວ ສຸວັັນ ກໍຖືກປ່ອຍໂຕເປັນຄົນສຸດທ້າຍ ແລະ ກໍຖືກວ່າ ສິ້ນສຸດການຈໍາຄຸກຊາວບ້ານຢຶບ ຫຼັງຈາກເຂົາເຈົ້າ ຖືກກັກຂັງຄົບຕາມກຳນົດເວລາ.
ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານຢຶບ ປະມານ 50 ຄອບຄົວ ແລະ ບໍຣິສັດ ຢາງຣາພາຣາ ວຽດນາມ ຮ່ວມກັບເຈົ້າໜ້າທີ່ແຂວງ ເກີດຂຶ້ນ ຍ້ອນວ່າ ເຈົ້າໜ້າທີ່ແຂວງບາງທ່ານ ໃຫ້ສັມປະທານທີ່ດິນ ໄປກວມເອົາດິນທຳກິນ ຂອງຊາວບ້ານ ຫຼາຍກວ່າ 100 ເຮັກຕ້າຣ໌.
ຊາວບ້ານ ຖືກສານປະຊາຊົນ ແຂວງເຊກອງຕັດສິນ ໃນຂໍ້ຫາ ດັ່ງນີ້:
- ການແບ່ງແຍກ ຄວາມສາມັກຄີ,
- ການເຕົ້າໂຮມ ກຸ່ມຄົນສ້າງຄວາມປັ່ນປ່ວນ,
- ການທຳລາຍ ຊັພສິນພົລເມືອງ,
- ການທຳລາຍ ເຄື່ອງປູກຂອງຝັງ,
- ການຂັດຂວາງ ການປະຕິບັດງານ ຂອງເຈົ້າໜ້າທີ່,
- ການຫມິ່ນ ປະຫມາດເຈົ້າໜ້າທີ່.
ຊາວບ້ານຢຶບ 50 ຄອບຄົວ ທີ່ຖືກບໍຣິສັດ ວຽດນາມ ມາຍຶດທີ່ດິນທຳກິນ ຂອງເຂົາເຈົ້າ ປັດຈຸບັນ ເຂົາເຈົ້າບໍ່ມີດິນທຳກິນ ແລະ ເຂົາເຈົ້າໄປເຊົາດິນປູກມັນຕົ້ນ ເພື່ອຫາລ້ຽງຊີພ ແລະ ອີກຈຳນວນນຶ່ງ ກໍເຂົ້າໄປຮັບຈ້າງເປັນກັມມະກອນ ຢູ່ໃນເມືອງ.
ຊາວບ້ານກ່າວວ່າ ທີ່ດິນຢູ່ບ້ານສະພື ເມືອງທ່າແຕງ ທີ່ທາງການກ່າວອ້າງວ່າ ໄດ້ບຸກເບີກ ຊົດເຊີຍ ໃຫ້ຊາວບ້ານນັ້ນ ເປັນທີ່ດິນບໍ່ເໝາະສົມ ສຳລັບຜລິດກະສິກັມ ຍ້ອນວ່າ ມັນເປັນດິນຊາຍ ແລະ ບໍ່ສາມາດປູກພືດໄດ້.
ທ່ານ ຟິລ ໂຣເບີຣ໌ທຊັນ (Phil Robertson), ຮ້ອງຜູ້ອຳນວຍ ການອົງການສິ້ງຊອມ ດ້ານສິທທິມະນຸສ ຫຼື Human Rights Watch ປະຈຳເຂດເອເຊັຽ ເຄີຍກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
"ຄວາມຈິງກໍຄື, ປະຊາຊົນຖືກຣັຖບານ ດຳເນີນຄະດີນັ້ນ, ເປັນທີ່ກະຈ່າງວ່າ ມັນເປັນການລະເມີດ ສິດທິມະນຸດ.
ທ່ານ ຟິລ ໂຣເບີຣ໌ທຊັນ (Phil Robertson) ກ່າວຕື່ມອີກວ່າ:
“ຄວາມຈິງກໍຄືວ່າ ປະຊາຊົນຄວນຈະມີສ່ວນຮ່ວມ ໃນການໂອ້ລົມ ແລະເຈຣະຈາກ່ຽວກັບ ຄ່າຊົດເຊີຍ ແຕ່ພວກເຮົາກໍຮູ້ວ່າ ຢູ່ປະເທດລາວ ມັນເປັນຄືແນວໃດ, ຣັຖບານໄດ້ຕັດສິນໃຈ ແລະສັ່ງໃຫ້ທຸກຄົນເຮັດ ສິ່ງທີ່ຕ້ອງການ ແລະ ຣັຖບານບໍ່ມັກໃຫ້ຜູ້ໃດ ມາຕໍ່ວ່າ ຕໍ່ຂານ ຫຼື ບໍ່ມັກຜູ້ທີ່ວິຈານຣັຖບານ ໃນເວລາທີ່ຣັຖບານ ເຮັດສິ່ງທີ່ຜິດພາດ ກໍຄື ກໍຣະນີ ຊາວບ້ານຢຶບ ທີ່ຖືກຈັບນີ້.”
ນັບແຕ່ ມີການເປີດນະໂຍບາຍ ການລົງທຶນ ໃຫ້ນັກລົງທຶນຕ່າງປະເທດ ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ຣັຖບານລາວໄດ້ມີ ນະໂຍບາຍ ຫັນທີ່ດິນເປັນທຶນ ໂດຍເອົາທີ່ດິນ ໃຫ້ນັກລົງທຶນເຊົ່າ ແລະ ສັມປະທານ, ແຕ່ມັນໄດ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິຕ ຂອງປະຊາຊົນ.
ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ຄະນະຜູ້ແທນລາວ ໄດ້ກ່າວຢູ່ໃນກອງປະຊຸມ ສິດທິມະນຸສສາກົນ ວ່າ:
“ອຳນາດການ ປົກຄອງແຂວງເຊກອງ ໄດ້ເຮັດທຸກຄວາມພຍາຍາມ ເພື່ອຊົດເຊີຍໃຫ້ແກ່ຊາວບ້ານຢຶບ ທີ່ເສັຍທີ່ດິນ ແຕ່ຊາວບ້ານບໍ່ຍອມຮັບ ເອົາຄ່າຊົດເຊີຍນັ້ນ ຊຶ່ງຖືວ່າ ເຂົາເຈົ້າຂັດຂວາງ ການພັທນາຊາດ.”
ຄວາມເປັນມາ ຂອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ອີງຕາມຂໍ້ມູນຈາກຊາວບ້ານ:
- ໃນປີ 2006, ເຈົ້າແຂວງເຊກອງ ໄດ້ເອົາທີ່ດິນປະຊາຊົນບ້ານຢຶບ ຫຼາຍກວ່າ 100 ເຮັກຕ້າຣ໌ ໃຫ້ບໍຣິສັດວຽດນາມ ສັມປະທານ ປູກຢ່າງພາຣາ ໂດຍທີ່ປະຊາຊົນບໍ່ຍິນຍອມ.
- ໃນປີ 2011, ຕ່າງໜ້າໃຫ້ຊາວບ້ານຢຶບ ຫຼາຍຄົນ ຂຶ້ນມາຢື່ນໜັງສື ຄຳຮ້ອງທຸກຢູ່ສຳນັກງານນາຍົກຣັຖມົນຕຣີ ແລະສະພາແຫ່ງຊາດ ເພື່ອຂໍ້ຄວາມເປັນທັມ ເລື່ອງດິນທີ່ຖືກຍຶດໄປ.
- ໃນປີ 2015-2016, ສະພາແຫ່ງຊາດ ໄດ້ກ່າວກັບຊາວບ້ານວ່າ ຈະແກ້ໄຂບັນຫາທີ່ດິນ ໃຫ້ໃຫ້ເຂົາເຈົ້າ ແຕ່ກໍຍັງບໍ່ມີການແກ້ໄຂ.
ໂດຍທົ່ວໄປແລ້ວ, ບັນຫາທີ່ດິນທີ່ບໍ່ສາມາດແກ້ໄຂໄດ້ ແລະ ເປັນບັນຫາຊໍາເຮື້ອມາຫຼາຍປີ ຍ້ອນວ່າ ຍັງມີການຈັບຈອງ ດິນຂາຍໃຫ້ເອກຊົນ ແລະ ການປະຕິບັດກົດໝາຍ ຍັງບໍ່ສັກສິດ ອີງຕາມຄໍາເຫັນຂອງຊ່ຽວຊານດ້ານກົດໝາຍຜູ້ທີ່ເຮັດວຽກເລື່ອງທີ່ດິນ.
ທີີຜ່ານມາ ມີກໍລະນີປະຊາຊົນ ຖືກຈັບຍ້ອນຂໍ້ຂັດແຍ່ງທີ່ດິນ ເຊັ່ນ:
- ໃນເດືອນກັນຍາ 2019, ມີການຈັບໂຕ ລຸງ ທິດໄພ, ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊຍ້ອນບໍ່ຍອມເຊັນທີ່ດິນ ໃຫ້ບໍຣິສັດ ຢາງພາຣາວຽດນາມ.
- ໃນວັນທີ 17-18 ມີນາ 2020, ຊາວບ້ານຊຽງດາ ເມືອງໄຊເສດຖາ 2 ຄົນ ຊື່ ນາງ ແກ້ວ ແລະ ທ້າວ ໂບ່ຍ ທີ່ເປັນປະຊາຊົນ ບ້ານຊຽງດາ ຖືກຕຳຣວດຈັບ ຍ້ອນວ່າ ເອົາຮູບວີດີໂອ ເວລາຖຽງກັບ ເຈົ້າໜ້າທີ່ເລື່ງທີ່ດິນ ລົງເຜີຍແຜ່ທາງເຟສບຸກ.
- ໃນວັນທີ10 ເມສາ 2022, ມີປະຊາຊົນ 5 ຄົນ ຈາກບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ຖືກເຈົ້າໜ້າທີ່ ທະຫານນະຄອນຫລວງວຽງຈັນ ຈັບໄປ ຍ້ອນມີຂໍ້ຂັດແຍ່ງທີ່ດິນກັບ ເຈົ້າໜ້າທີ່ທະຫານນະຄອນຫລວງວຽງຈັນ.
- ໃນວັນທີ 23-24 ມົກກະຣາ 2024, ມີຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ ຖືກເຈົ້າໜ້າທີ່ຕໍາຣວດແຂວງຊຽງຂວາງ ຈັບໂຕໄປ ຍ້ອມີຂໍ້ຂັດແຍ່ງທີ່ດິນກັບ ບໍຣິສັດເອກະຊົນ ແລະ ຖືກປ່ອຍໂຕ ໃນຕົ້ນເດືອນກຸມພາ.