ເລື່ອນເປີດບໍຣິການຣົຖໄຟ ບາງກອກ-ວຽງຈັນ ກາງເດືອນພຶສພາ 2024

ພອນ ພູມມີທອນ
2024.02.23
ເລື່ອນເປີດບໍຣິການຣົຖໄຟ ບາງກອກ-ວຽງຈັນ ກາງເດືອນພຶສພາ 2024 ສະຖານີ ຣົຖໄຟ ທ່ານາແລ້ງ.
RFA

ໃນວັນທີ 19 ກຸມພາ 2024 ນີ້, ສຳນັກຂ່າວ ເດລິນິວສ໌ ອອນລາຍນ໌ ຂອງໄທຍ ຣາຍງານວ່າ ທາງການລາວ ແລະ ໄທຍ ໄດ້ຕົກລົງກັນທີ່ຈະເປີດບໍຣິການ ເດີນຣົຖໄຟ ສາຍນະຄອນຫຼວງບາງກອກ ຫາ ນະຄອນຫຼວງວຽງຈັນ ພາຍໃນກາງເດືອນພຶສພາ 2024 ນີ້.

ໂດຍທ່ານ ພິເຊດ ຄຸນາທັມຣັກ, ຫົວໜ້າ ກົມການຂົນສົ່ງທາງຣາງ, ກະຊວງຄົມມະນາຄົມຂອງໄທຍ ເປີດເຜີຍວ່າ ຈາກການປຶກສາຫາລື ກັບຝ່າຍລາວ ເຫັນວ່າ ຍັງບໍ່ສາມາດເປີດໃຫ້ບໍຣິການຕາມແຜນເດີມ ໃນເດືອນເມສາ 2024 ໄດ້, ຍ້ອນວ່າ ໄລຍະດັ່ງກ່າວ ແມ່ນເປັນໄລຍະ ວັນພັກ ບຸນປີໃໝ່ລາວ ແລະ ໄທຍ ທີ່ຂ້ອນຂ້າງແກ່ຍາວ.

ອີກທັງ, ຈະໄດ້ດຳເນີນການກວດສອບ ແລະ ສ້ອມແປງທາງຣົຖໄຟ ໄລຍະ ສະຖານີ ໜອງຄາຍ ຫາ ສະຖານີ ທ່ານາແລ້ງ ທີ່ນຳໃຊ້ມາດົນນານເກືອບ 20 ປີ ໃຫ້ມີຄວາມປອດພັຍ ແລະ ຈະໄດ້ຝຶກແອບ ພະນັກງານ ຂັບຣົຖໄຟຊາວລາວ ຣັຖວິສາຫະກິຈ ຣົຖໄຟແຫ່ງຊາຕລາວ ທີ່ຈະເປັນຜູ້ຂັບຂີ່ຣົຖໄຟ ແຕ່ໄລຍະ ສະຖານີ ທ່ານາແລ້ງ ຫາສະຖານີ ວຽງຈັນ (ຄຳສະຫວາດ) ຕໍ່ໄປ. ຊຶ່ງການຫ້າງຫາກະຕຽມທັງໝົດ ຈະຕ້ອງຮຽບຮ້ອຍ ພາຍໃນວັນທີ 10 ພຶສພາ 2024 ນີ້.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ການຣົຖໄຟແຫ່ງປະເທດໄທຍ ທ່ານນຶ່ງ, ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ.

ດັ່ງ ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ 2024 ນີ້ວ່າ:

(ພາສາໄທຍ) “ຕອນນີ້ຍັງບໍ່ມີຄຳສັ່ງທີ່ຊັດເຈນ ນ່າເຈົ້າ ມີແຕ່ໄປໂອ້ລົມກັນ ເມື່ອທ້າຍເດືອນແລ້ວນີ້ເຈົ້າ. ຕອນນີ້ຍັງເປັນໃນຂໍ້ສົນທະນາ ແຕ່ຍັງບໍ່ມີບົດສຣຸບອອກມາເທື່ອເຈົ້າ.”

ທາງ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ ຣັຖວິສາຫະກິຈ ຣົຖໄຟ ແຫ່ງຊາຕລາວ ແລະ ສະຖານີຣົຖໄຟ ທ່ານາແລ້ງ ນະຄອນຫຼວງວຽງຈັນ ແຕ່ບໍ່ມີຜູ້ໃດຮັບສາຍ.

ທາງດ້ານ ຊາວລາວ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ທຳອິດຍັງເຂົ້າໃຈວ່າ ທາງການທັງສອງປະເທດ ຈະເປີດບໍຣິການເດີນຣົຖໄຟ ໃນເດືອນເມສາ 2024.

ແຕ່ເຖິງຢ່າງໃດກໍຕາມ, ນາງກໍຍັງຮູ້ສືກຕຶ່ນເຕັ້ນ ເຖິງແມ່ນວ່າ ຈະມີການເລື່ອນເປີດບໍຣິການ ເດີນຣົຖໄຟ ໄປເປັນເດືອນ ພຶສພາ 2024, ເພາະຖືວ່າ ເປັນຄັ້ງທຳອິດ ທີ່ຈະມີການເຊື່ອມຕໍ່ ການເດີນທາງດ້ວຍຣົຖໄຟ ຈາກໃຈກາງ ນະຄອນຫຼວງວຽງຈັນ ໄປຫາ ນະຄອນຫຼວງບາງກອກ ໂດຍກົງ ແລະ ນາງຕັ້ງໃຈວ່າ ຈະລອງເດີນທາງດ້ວຍຣົຖໄຟຂບວນນີ້ ເພື່ອທີ່ຈະໄດ້ຖ່າຍວິດິໂອ ໄປເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍນ໌ ຂອງນາງນຳດ້ວຍ.

ດັ່ງທີ່ນາງ ກ່າວວ່າ:

“ວຽງຈັນຫາກຣຸງເທບ, ເພາະວ່າຊ່ວງນີ້ຍັງບໍມີເທື່ອ ອັ່ນວຽງຈັນຫາກຣຸງເທບເລີຍ. (ທີ່ຜ່ານມາ) ຍັງບໍ່ເຄີຍນັ່ງເທື່ອ. ປະມານເດືອນ 5 ບໍ່ເປີດ ຫຼືວ່າ ເດືອນ 4. ຕື່ນເຕັ້ນເລີຍ ຈະໄດ້ມີ content ຖ່າຍນຳ.”

ຂະນະທີ່ ຄົນງານລາວ ຢູ່ປະເທດໄທຍ ນາງນຶ່ງ ກ່າວວ່າ ນາງຫັນມາເດີນທາງດ້ວຍຣົຖໄຟ ຍາມກັບຄືນເມືອບ້ານ ຫຼາຍຂຶ້ນ ຍ້ອນຢ້ານກົວອຸບັດຕິເຫຕ ຈາກການເດີນທາງດ້ວຍຣົຖເມໂດຍສານ ຫຼື ຣົຖຕູ້ໂດຍສານ ແລະ ນາງກໍພະຍາຍາມ ຊັກຊວນຄົນງານລາວ ຮ່ວມເດີນທາງ ດ້ວຍຣົຖໄຟ ນຳກັນດ້ວຍ.

ດັ່ງທີ່ນາງ ກ່າວວ່າ:

“ເຫັນອຸບັດຕິເຫຕ ເກີດຫຼາຍ ກະເລີຍວ່າເອີ້ ແບບກະເລີຍໄປຣົຖໄຟ ກະເລີຍແບບລອງແຊຣ໌ໄປໃນກຸ່ມ ເຜື່ອມີໃຜຢາກໄປນຳກັນຫັ້ນນ່າ. ມັນສະບາຍ ໄປຣົຖໄຟນ່າ.”

ເຖິງຢ່າງໃດກໍຕາມ, ນາງກໍຮູ້ສຶກເສັຽດາຍ ທີ່ການເດີນຣົຖໄຟ ສາຍນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງ ບາງກອກ ເປີດບໍ່ທັນໃນໄລຍະບຸນປີໃໝ່ລາວ 2024 ທີ່ຈະມາຮອດນີ້ ຍ້ອນວ່າ ນາງຕັ້ງໃຈ ຈະກັບໄປຫຼິ້ນບຸນປີໃໝ່ລາວ ນຳຄອບຄົວ.

ທາງດ້ານ ຜູ້ປະກອບການຂົນສົ່ງ ລະຫວ່າງປະເທດ, ຊາວໄທຍ ຍານາງນຶ່ງ ກ່າວວ່າ: ບໍຣິສັດຂອງຍານາງ ບໍ່ໄດ້ຮັບຜົລກະທົບປານໃດ ຈາກການເລື່ອນ ເປີດການເດີນຣົຖໄຟ ຈາກສະຖານີ ທ່ານາແລ້ງ ຫາ ສະຖານີວຽງຈັນ (ຄຳສະຫວາດ), ຍ້ອນວ່າ ການຂົນສົ່ງສິນຄ້າ ຈະລົງຢູ່ທີ່ ສະຖານີ ທ່ານາແລ້ງ ຊຶ່ງຈະເປັນສາງໃນການແຈກຢາຍສິນຄ້າ ພາຍໃນປະເທດລາວ ລວມທັງ ການສົ່ງຕໍ່ສິນຄ້າ ໄປຍັງທາງຣົຖໄຟລາວ-ຈີນ ທີ່ສະຖານີວຽງຈັນໃຕ້ ໂດຍບໍ່ໄດ້ເຂົ້າໄປຮອດສະຖານີວຽງຈັນ (ຄຳສະຫວາດ).

ດັ່ງທີ່ຍານາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ມື້ດຽວກັນນີ້ວ່າ:

(ພາສາໄທຍ) “ເຮົາຈະຕ້ອງອອກທີ່ດ່ານໜອງຄາຍ ແລ້ວ ກໍແລ່ນເຂົ້າທ່ານາແລ້ງ ທ່ານາແລ້ງກໍຄືລານ (CY) ລານ Container Yard ທີ່ຈະເປັນຈຸດເຣີ່ມຕົ້ນ ຂອງສະຖານີ ຣົຖໄຟລາວ-ຈີນ. ພໍຈາກທ່ານາແລ້ງ ເຮົາກະຈະຍົກຕູ້ ຈາກລານ CY ນີ້ໄປທີ່ວຽງຈັນໃຕ້.”

ສຳລັບການເດີນຣົຖໄຟ ເສັ້ນທາງນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງບາງກອກ ໃນໄລຍະທຳອິດ ຈະມີມື້ລະ 2 ຂບວນ (ໄປ-ກັບ) ປະກອບມີ ຂບວນທີ 133 ເສັ້ນທາງ ສະຖານີ ກຣຸງເທພ ອະພິວັຕ ນະຄອນຫຼວງບາງກອກ ຫາ ສະຖານີວຽງຈັນ (ຄຳສະຫວາດ) ນະຄອນຫຼວງວຽງຈັນ ແລະ ຂບວນທີ 134 ເສັ້ນທາງ ສະຖານີວຽງຈັນ (ຄຳສະຫວາດ) ຫາ ສະຖານີ ກຣຸງເທພ ອະພິວັຕ ໄລຍະທາງ 627 ກິໂລແມັດ. ໂດຍເປັນຣົຖໄຟໄວ ປະເພດນັ່ງ ຊັ້ນ 2 ຫ້ອງແອຣ໌ ຣາຄາປີ້ໂດຍສານ ປະມານ 414 ບາທ, ຂະນະທີ່ ຊັ້ນ 3 ຫ້ອງພັດລົມ ຣາຄາປີ້ໂດຍສານ ປະມານ 281 ບາທ. ຈະໃຊ້ເວລາເດີນທາງ ປະມານ 9 ຫາ 10 ຊົ່ວໂມງ ບໍ່ລວມ ໄລຍະເວລາ ການຈ້ຳກາໜັງສືຜ່ານແດນ ທັງສອງເບື້ອງ.

ນອກຈາກນີ້ແລ້ວ, ຂບວນຣົຖໄຟ ທ່ານາແລ້ງ-ໜອງຄາຍ ຂບວນທີ 481 ແລະ 482 ໃນປັດຈຸບັນ ກໍຈະໄດ້ມີການຂຍາຍເສັ້ນທາງ ໃຫ້ບໍຣິການ ຈາກ ສະຖານີວຽງຈັນ (ຄຳສະຫວາດ) ໄປຮອດສະຖານີ ອຸດອນທານີ ເພື່ອຮອງຮັບຜູ້ໂດຍສານຊາວລາວ ທີ່ນິຍົມເດີນທາງມາທ່ອງທ່ຽວ ແລະ ປິ່ນປົວ ຢູ່ແຂວງອຸດອນທານີ. ອັນເປັນການເພີ່ມທາງເລືອກ ໃນການເດີນທາງ ຈາກເດີມ ທີ່ມີແຕ່ຣົຖເມໂດຍສານ ນະຄອນຫຼວງວຽງຈັນ ຫາອຸດອນທານີ ຊຶ່ງໃຫ້ບໍຣິການໂດຍ ບໍຣິສັດ ບຂສ ຈຳກັດ ຂອງໄທຍ ແລະ ຣັຖວິສາຫະກິຈ ຣົຖເມນະຄອນຫຼວງວຽງຈັນ. 

ພ້ອມນີ້, ໃນໄລຍະທຳອິດ ຜູ້ໂດຍສານຈະຕ້ອງຈ້ຳກາໜັງສືຜ່ານແດນ ຢູ່ສະຖານນີ ໜອງຄາຍ ແລະ ສະຖານີທ່ານາແລ້ງ  ຕາມເດີມໄປກ່ອນ ຈົນກວ່າທັງສອງຝ່າຍ ຈະສາມາດຕົກລົງກັນໄດ້ວ່າ ຈະໄດ້ມີການຈ້ຳກາໜັງສືຜ່ານແດນ ຄັ້ງດຽວ ຢູ່ສະຖານີໜອງຄາຍ ຫຼືສະຖານີ ທ່ານາແລ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.