ຣົດເຖື່ອນຢູ່ດ່ານທ່ານາແລ້ງ
2017.07.30

ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການເງິນ ສປປ ລາວ ອອກໄປກວດສອບ ຣົດ ຜິດກົດໝາຍ ເປັນຈໍານວນ ຫລວງຫລາຍ ຢູ່ດ່ານທ່ານາແລ້ງ ນະຄອນຫລວງວຽງຈັນ ຊຶ່ງມີຣົດຖືກຍຶດ ໄວ້ຢູ່ສາງ 1160 ຄັນ. ສ່ວນຫລາຍແມ່ນຣົດ ນໍາເຂົ້າຈາກ ຕ່າງ ປະເທດ ທີ່ລໍມາຖ້າ ເສັຽພາສີ ແລະຈໍານວນນຶ່ງເປັນຣົດ ທີ່ຫຼີກລ່ຽງ ການເສັຽພາສີ ແລະ ປອມແປງເອກສານ. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິດ ລາວ ບໍຣິການສິນຄ້າ ຜ່ານແດນ ນະຄອນຫລວງ ວຽງຈັນ ກ່່າວໃນວັນທີ 27 ກໍຣະກະດາ ນີ້ວ່າ:
"ເພິ່ນລົງມາເບິ່ງສະພາບ ປັດຈຸບັນຊື່ໆ ມັນກໍມີຢູ່ຣົດທີ່ວ່າຄ້າງ ນໍ້າເຊື້ອໄຟຢູ່ສາງ ຈະບໍ່ມີມັນຈະເປັນປະເພດຣົດ ໃຊ້ທົ່ວໄປນີ້ແຫຼະເປັນກະບະ ຣົດເກງ ປະມານນີ້ ຣົດບັນທຸກ ກໍມີຢູ່.
ຣົດທີ່ນໍາເຂົ້າຈາກ ຕ່າງປະເທດ ສ່ວນຫຼາຍມາຈາກໄທ ຊຶ່ງເຈົ້າໜ້າທີ່ໄດ້ ກວດສອບ ເພື່ອຄວາມຖືກຕ້ອງ ເພາະປັດຈຸບັນ ມີການປອມແປງ ເອກສານຫລາຍ ແລະບໍ່ສາມາດ ເບິ່ງດ້ວຍຕາເປົ່າໄດ້ ຕ້ອງໃຊ້ຣະບົບ ຄອມພິວເຕີ ພິສູດ ເຮັດໃຫ້ຣົດ ຄ້າງສາງ ເປັນຈໍານວນຫຼວງຫຼາຍ. ດັ່ງເຈົ້າໜ້າທີ່ ກົມພາສີ ກະຊວງການເງິນ ກ່າວໃນມື້ດຽວກັນນີ້ວ່າ:
"ຕົວນີ້ມັນກໍມີຫລາຍ ຮູບແບບ ບາງເທື່ອເຂົາກໍເອົາປ້າຍ ໄປຕິດໄວ້ ເພາະວ່າການປອມແປງ ເອກສານ ມີທຸກຮູບແບບ ປອມມາ ບາງເທື່ອ ມັນມີວ່າ ເຂົາເຮັດ ມັນຄືກັນໄດ໋ ຕ້ອງພິສູດ ໃນຣະບົບເນາະ ມັນຈັ່ງຮູ້ວ່າ ຕົວໃດປອມບໍ່ປອມ ສິເບິ່ງດ້ວຍຕາເປົ່າ ກະສິ ພິສູດບໍ່ໄດ້ດອກ ມັນຄ້າຍຄືກັນໃດ໋ ເຂົາເຮັດ ບໍ່ທັມດາໃດ໋ ການເຮັດ ຂອງເຂົາຫັ້ນ".
ປັດຈຸບັນ ຣົດທີ່ຖືກນໍາເຂົ້າ, ຍັງມີຈໍານວນຫລາຍ ທີ່ຍັງບໍ່ທັນຖືກກວດກາ ຮວມທັງຣົດ ທີ່ຖືກລັກລອບ ນໍາເຂົ້າມາ ແລະປອມເອກສານ ເພື່ອ ຫລີກລ່ຽງ ການເສັຽພາສີ ໃນທົ່ວປະເທດ ໂດຍສະເພາະ ຣົດ ໃນນະຄອນຫລວງວຽງຈັນ ແລະ ໃນເຂດ ເສຖກິດພິເສດ ຊຶ່ງມີທັງໝົດ 5600 ປາຍຄັນ.