ເຣື້ອງທີ່ເກັບບັນທຶກໄວ້
2009-11-25
ສະພາແຫ່ງຊາດລາວ ພິຈາຣະນາດັດແປງ ຮ່າງກົດໝາຍວ່າດ້ວຍ ທະບຽນຄອບຄົວ.
2009-11-24
ອົງກາຣຕ້ານກາຣທຸຈຣິຕວ່າ ສປປລາວ ເປັນປະເທສອັນດັບ 158ໃນຈຳນວນ 180ປະເທສ ທີ່ມີກາຣ ສໍ້ຣາສບັງຫລວງ ຫລາຍໃນທົ່ວໂລກ ຊຶ່ງອາຈສ້າງຜົລກະທົບ ຕໍ່ກາຣເປັນເຈົ້າພາບ ງານມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ຢູ່ນະຄອນຫລວງວຽງຈັນ ໃນເດືອນທັນວາ 2009 ນີ້ກໍເປັນໄດ້.
2009-11-24
ຜູ້ຊ່ຽວຊານ ຂອງສະຫະປະຊາຊາດ ໃນບັນຫາເສຣີພາບ ທາງສາສນາ ຢ້ຽມຢາມລາວ ເປັນເທື່ອທໍາອິດ.
2009-11-24
ໃນປີ2009ນີ້ ຢູ່ທົ່ວປະເທດ ສປປລາວ ມີການຈັດຕັ້ງເວນຍາມ ຢ່າງເຂັ້ມງວດໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ແມ່ນໄດ້ມີການ ຈັດຕັ້ງປະຕິບັດ ກັນເປັນພິເສດ ຍ້ອນວ່າຈະມີ ງານໃຫຍ່ສຳຄັນ ເກີດຂຶ້ນຄື: ວັນຊາດ ສປປລາວ 2ທັນວາ ງານມະຫາກັມ ກິລາຊີເກມສ໌ ແລະການສເລີມສລອງ ນະຄອນຫລວງວຽງຈັນ ຄົບຮອບ 450ປີ.
2009-11-24
ນາຍ ເກັ້ງແຂກອິວ ຫົວຫນ້າ ຄຸກຕົງສະເລັ່ງ ຂໍອະພັຍໂທດຕໍ່ຄອບຄົວ ຜູ້ທີ່ໄດ້ຮັບເຄາະຮ້າຍ ຕໍ່ສານນານາຊາດ ທີ່ກຸງພະນົມເປັນ ກ່ອນການໃຫ້ປາກຄຳ ຈາກຈຳເລີຍ ຈະສີ້ນສຸດລົງ.
2009-11-24
ສະມາຊິກສະພາ ເຫັນພ້ອມກັບການ ພິຈາຣະນາດັດແປງ ຮ່າງກົດໝາຍ ວ່າດ້ວຍທະບຽນສານ.
2009-11-24
ອັຕຣາການຄ້າສອງຝ່າຍ ລາວ-ຈີນ ໃນປີ2009 ມີການຂຍາຍຕົວ ຂື້ນຢ່າງຕໍ່ເນື່ອງ ເປັນເພາະວ່າຈີນໄດ້ ສົ່ງສີນຄ້າຂາຍໃນລາວ ຫລາຍຂື້ນ ແລະໃນຂນະດຽວກັນ ຈີນກໍ່ໄດ້ນຳເຂົ້າສີນຄ້າ ປະເພດແຮ່ທາດຈາກລາວ ຢ່າງຫລວງຫລາຍ ຊື່ງອັຕຣາການຄ້າ ສອງຝ່າຍ ໃນຊ່ວງເດືອນກັນຍາ ປີ 2009 ຈີນ ໄດ້ສົ່ງອອກສີນຄ້າ ໄປຂາຍໃຫ້ລາວ ແລະໄດ້ນຳເຂົ້າສີນຄ້າ ຈາກລາວ ທີ່ຕົກເປັນມູນຄ່າປະມານ 55ພັນລ້ານໂດລາ ແລະມູນຄ່າການຄ້າສອງຝ່າຍ ຈາກເດືອນມົກຣາ ຫາເດືອນກັນຍາ ຣະຫວ່າງ ລາວກັບຈີນ ຕົກຢູ່ປະມານ 505ພັນລ້ານໂດລາ ເພີ້ມຂື້ນ74.4%.
2009-11-23
ເກັ້ງແຂກອິວ ເຈົ້າໜ້າທີ່ຂັ້ນສູງ ໃນສມັຍຂເມນແດງເຮືອງອໍານາດ ຊຶ່ງຖືກນໍາຕົວຂຶ້ນສານ ອາສຍາກັມສົງຄາມ ຮູ້ສຶກກັງວົນໃຈ ຂນະທີ່ຕຣຽມຕົວ ຂຶ້ນສານກັມພູຊາ ທີ່ໄດ້ຮັບການສນັບສນູນ ຈາກສະຫະປະຊາຊາດ. ຕາມຄໍາເວົ້າຂອງ ຜູ້ເປັນທະນາຍຄວາມ ໃນວັນອາທິດນີ້.
2009-11-23
ອົງກາຣແຮງງານສາກົລ ສະຫະປະຊາຊາຕ ຕິຕຽນພະມ້າທີ່ຍັງ ບໍ່ສາມາດແກ້ໄຂບັນຫາ ກາຣບັງຄັບ ອອກແຮງງານໄດ້ເທື່ອ ຈົນເທົ່າປັຈຈຸບັນນີ້ ທັ້ງໆທີ່ວ່າໃຫ້ ມີກາຣເຣີ່ມປາບປາມ ມານານກວ່າ10 ປີນີ້ແລ້ວ.
2009-11-23
ຄນະກັມມະກາຣ ກຳກັບນຳກາຣແຂ່ງຂັນ ກິລາຊີເກມສ໌ ເຂັ້ມງວດໃນກາຣກວດ ບັນດານັກກິລາ ປະມານ300ຄົນ ເພື່ອບໍ່ໃຫ້ມີກາຣໃຊ້ ຢາເສພຕິດຫລື ສາຣເຄມີທີ່ ຕ້ອງຫ້າມຕ່າງໆ.
2009-11-23
ຜູ້ປະສານງານ ແລະອາສາສມັກລາວ ທີ່ຈະຮັບໃຊ້ງານ ມະຫາກັມກິລາຊີເກັມສ ຄັ້ງທີ25 4ພັນກວ່າຄົນ ເວົ້າວ່າເຂົາເຈົ້າ ບໍ່ທັນຮູ້ຢ່າງຈະແຈ້ງເທື່ອ ກ່ຽວກັບໜ້າທີ່ ຮັບຜິດຊອບຂອງຕົນ ເພາະຍັງບໍ່ໄດ້ຮັບ ຮັບຄໍາແນະນໍາ ແລະຝຶກອົບຮົມໃດໆ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.
2009-11-23
ບ້ານເຮືອນປະຊາຊົນ ເຂຕບ້ານໂພນຕ້ອງສວາດ ຖືກນ້ຳຖ້ວມຍ້ອນ ກາຣສ້າງທາງຕຣຽມໃສ່ ກິລາຊີເກມສ໌.
2009-11-23
ອົງກາຣປົກປ້ອງສິທທິມະນຸສ ຮຽກຮ້ອງໃຫ້ໄທຽ ອະນຸຍາຕໃຫ້ຊາວມົ້ງລາວ ທີ່ຖືກກັກ ຢູ່ສູນກັກຂັງໜອງຄາຍ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມ.
2009-11-23
ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-23
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 15 ໃນມື້ນີ້ຈະໄດ້ກ່າວເຖິງ ສະພາບຊິວິດ ການເປັນຢູ່ຂອງນັກໂທດ ສັມມະນາກອນ ທີ່ສູນສັມມະນາ ”ບ້ານຫ້ວຍກົກ”. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"