ສປປລາວຢູ່ອັນດັບ 158ໃນຈຳນວນ 180ປະເທສທີ່ ສໍ້ຣາສບັງຫລວງ
2009.11.24
ໃນສັປດາຜ່ານມາ ອົງກາຣຕ້ານກາຣ ທຸຈຣິຕສາກົລ ໄດ້ນຳເອົາຜົລກາຣ ສຳຣວຈປະຈຳປີ2009 ຂອງກາຣສໍ້ຣາສບັງຫລວງ ໃນບັນດາ180ປະເທສ ຊຶ່ງກໍຮວມທັງ ສປປລາວ ທີ່ຖືກຈັດຢູ່ອັນດັບ158 ຮ່ວມກັບກັມພູຊາ ເຊັ່ນດຽວກັບປີ2008 ທີ່ຜ່ານມາທຽບໃສ່ ປະເທສເພື່ອນບ້ານ ໃກ້ຄຽງເຊັ່ນ: ໄທຽ ອັນດັບ84 ແລະວຽຕນາມ ຢູ່ອັນດັບ120.
ກາຣທີ່ ສປປລາວ ເປັນປະເທສທີ່ມີ ຣະບົບກາຣປົກຄອງ ໂດຽພັກດຽວຂອງພັກ ປະຊາຊົນປະຕິວັຕລາວ ມາໄດ້ເກືອບຮອດ 35 ປີແລ້ວ ແຕ່ຍັງຖືກຈັດເຂົ້າຢູ່ ໃນກຸ່ມປະເທສ ທີ່ມີກາຣທຸຈຣິຕ ຫລາຍທີ່ສຸດໃນໂລກ ຍິ່ງເປັນກາຣເພີ່ມ ຄວາມສ່ຽງດ້ານກາຣ ລົງທຶນຂອງບັນດາ ນັກທຸຣະກິຈກາຣຄ້າ ຕລອດຮອດກາຣທ່ອງທ່ຽວ ຂອງຊາວຕ່າງປະເທສ ໂດຽສະເພາະໃນ ປັຈຈຸບັນທີ່ ຣັຖບາລລາວເປັນເຈົ້າພາບ ກາຣແຂ່ງຂັນກິລາຊີເກມສ໌ ຄັ້ງທີ່25 ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ່ 9-18 ທັນວານີ້ ທີ່ອາຈບໍ່ມີຜູ້ ໄປທ່ຽວຊົມເຕັມອັຕຣາ ທີ່ຄາດໝາຍໄວ້ ນັ້ນກໍເປັນໄດ້.
ທຸກໆປີອົງກາຣຕໍ່ຕ້ານ ກາຣສໍ້ຣາສບັງຫລວງສາກົລ ຫລື Transparency International ຊຶ່ງເປັນອົງກາຣ ຈັດຕັ້ງທີ່ບໍ່ ຂຶ້ນກັບຣັຖບາລ ແລະມີຫ້ອງກາຣໃຫຍ່ ປະຈຳຢູ່ ປະເທສເຢຣະມັນ ເປັນອົງກາຣທີ່ ຕິດຕາມກ່ຽວກັບ ສະພາບກາຣ ດ້ານກາຣສໍ້ຣາສບັງຫລວງ ໃນທົ່ວໂລກແບບ ຕຣົງໄປຕຣົງມາ ຕາມຄວາມເປັນຈິງ ໃນຣະຍະ16ປີ ທີ່ຜ່ານມາດັ່ງ Mme Huguette Labelle ປະທານຂອງອົງກາຣ ໄດ້ກ່າວຄາວປະກາຣ ຜົລຂອງກາຣສຳຣວຈ ໃນມື້ວັນທີ່ 17 ພຶສຈິການີ້ ໃນຕອນໜຶ່ງວ່າ: (This year's index demonstrates that no regime in the world is immune to the perils of corruptions…)"
“ດັຊນີຂອງກາຣສໍ້ຣາສບັງຫລວງໃນປີນີ້ ແສດງໃຫ້ເຫັນວ່າ ບໍ່ມີປະເທສໃດໃນໂລກທີ່ຈະຫລຸດພົ້ນອອກຈາກກາຣມີຊື່ໃນບັນຊີ ຖ້າຫາກມີກາຣສໍ້ໂກງ ເຖິງແມ່ນວ່າບາງປະເທສອາຈຢູ່ອັນດັບທີ່ດີກວ່າປະເທສແດ່ກໍຕາມ ແຕ່ສ່ວນຫລາຍໃນຈຳນວນ 180 ປະເທສດັ່ງກ່າວ ມີຄະແນນສູງສຸດບໍ່ເຖິງ 5 ຂອງຄະແນນທັງໝົດ 10 ຄະແນນ”.
Mme Labelle ຍິ່ງມີຄວາມເປັນຫ່ວງ ໂດຽສະເພາະໃນຣະຫວ່າງ ທີ່ຫລາຍປະເທສ ໃຫ້ທຶນກາຣຊ່ວຍເຫລືອ ໃນໂຄງກາຣຟື້ນຟູເສຖກິຈ ຕາມປະເທສ ທີ່ໄດ້ຮັບຜົລກະທົບ ຈາກວິກິຕກາຣເງິນ ແລະເສຖກິຈຕົກຕໍ່າ ສະນັ້ນຈຶ່ງຮຽກຮ້ອງ ຕໍ່ບັນດາຜູ້ນຳ ໃນແຕ່ລະປະເທສ ເອົາມາຕຕະກາຣແກ້ໄຂ ຢ່າງຮີບດ່ວນ ດັ່ງທີ່ Mme Labelle ໄດ້ກ່າວຕື່ມວ່າ:
(Stemming corruption requires strong oversight by parliaments, a well performing judiciary, independent..)
"ກ່ອນຈະໃຫ້ສາມາດ ແກ້ໄຂບັນຫາກາຣ ສໍ້ຣາສບັງຫລວງນີ້ໄດ້ ທາງສະພາແຫ່ງຊາຕ ຕ້ອງປະຕິບັຕຕາມ ກົດໝາຍຢ່າງເຄັ່ງຄັດ ໂດຽສະເພາະພາກສ່ວນ ຕຸລາກາລ ກໍຕ້ອງປະຕິບັຕ ຕາມໜ້າທີ່ພາຍໃຕ້ ກົດໝາຍ ປຣາສຈາກຄວາມເຫັນ ແກ່ພັກພວກພ້ອມກັບ ໃຫ້ສິທແລະອຳນາຈແກ່ ອົງກາຣເອກກະຊົນ ໃນກາຣກວດກາຄຽງຄູ່ ກັນໄປກັບອົງກາຣ ຕໍ່ຕ້ານກາຣທຸຈຣິຕ”.
ນອກຈາກນັ້ນ Mme Labelle ກໍວ່າ ໂຄງກາຣພັທນາຕ່າງໆ ຂອງຣັຖບາລ ກໍໃຫ້ໂປ່ງໃສ ໂດຽສະເພາະຕາມ ໂຄງກາຣທີ່ໄດ້ຮັບ ກາຣຊ່ວຍເຫລືອຈາກ ຕ່າງປະເທສ ພ້ອມກັບໃຫ້ສື່ມວລຊົນ ຊ່ວຍເປັນຫູເປັນຕາ ນຳເອົາຂໍ້ມູລຂ່າວສາຣ ກ່ຽວກັບງົບປະມານ ຣາຍຮັບຣາຍຈ່າຍ ອອກເຜີຽແພ່ຕໍ່ ປະຊາຊົນໄດ້ ຮູ້ເຫັນນຳ ຕາມໜ້າທີ່ຢ່າງ ເປັນອິສຣະ. ພ້ອມດຽວກັນນີ້ Mme Labelle ກໍວ່າ ໃນເມື່ອຣັຖບາລ ແຕ່ລະປະເທສນັ້ນໆ ຫາກບໍ່ເຂັ້ມແຂງ ຍິ່ງຈະເຮັດໃຫ້ບັນຫາ ກາຣສໍ້ຣາສບັງຫລວງ ແພ່ຣະບາທໄປ ໃນທຸກຂັ້ນກາຣຈັດຕັ້ງ ທີ່ຍິ່ງຈະເຮັດໃຫ້ ປະຊາຊົນ ຂາດຄວາມເຊື່ອໝັ້ນ ເຖິງຂັ້ນເກີດຄວາມບໍ່ສງົບ ແລະ ມີບັນຫາປັ່ນປ່ວນ ໃນສັງຄົມເຊັ່ນ: ກາຣງັດແງະ ລັກເລັກຂະໂມຽນ້ອຍ ພ້ອມກັບບໍ່ມີສະເຖັຽຣະພາບ ທາງກາຣເມືອງ.
ຢ່າງໃດກໍຕາມ ໃນບັນດາປະເທສທີ່ ໄດ້ຮັບຄະແນນຕໍ່າສຸດ ຕາມດັຊນີກາຣຕໍ່ຕ້ານ ກາຣສໍ້ຣາສບັງຫລວງ ປະຈຳປີນີ້ໄດ້ແກ່ ປະເທສ Somalia ທີ່ມີຄະແນນ 1.1 ເປັນປະເທສອັນດັບ180 ຫລຸດລົງມາແມ່ນ Afghanistan ເປັນທີ່179 ດ້ວຍຄະແນນ1.3, ພະມ້າຢູ່ອັນດັບ178 ດ້ວຍຄະແນນ1.4 ແລະ Sudan ໄດ້ຄະແນນ1.5 ເທົ່າກັບIraq ຊຶ່ງຢູ່ອັນດັບ176.
ສ່ວນ5ປະເທສທີ່ ໄດ້ຮັບຄະແນນສູງສຸດ ບໍ່ຕໍ່າກວ່າ9.3 ຂອງຄະແນນເຕັມ10ຄະແນນ ຊຶ່ງເປັນປະເທສທີ່ມີ ກາຣສໍ້ຣາສບັງຫລວງ ນ້ອຍທີ່ສຸດໃນປີ 2009ນີ້ນັ້ນ ໄດ້ແກ່ New Zealand, ຮອງລົງມາແມ່ນ Denmark ເປັນອັນດັບ2 ແລະອັນດັບ3 ແມ່ນSingapore ທີ່ມີຄະແນນສເມີກັບ Sweden ແລະອັນດັບ5 ໄດ້ແກ່ປະເທສ Switzerland.
ເພື່ອປະກອບສ່ວນເຂົ້າ ໃນກາຣແກ້ໄຂບັນຫາ ກາຣທຸຈຣິຕດັ່ງກ່າວ Mme Labelle ໄດ້ກ່າວຢ້ຳວ່າ: (I urge you to look at your leaders..)
“ຢາກຮຽກຮ້ອງຕໍ່ ປະຊາຊົນ ໃນແຕ່ລະປະເທສກ່ຽວຂ້ອງ ໄດ້ຕິດຕາມເບິ່ງວິທີ ກາຣດຳເນີນວຽກງານ ຂອງບັນດາຜູ້ນຳ ໃນປະເທສໃຜມັນ ເພາະເຈົ້າໜ້າທີ່ ແຕ່ລະຄົນມີໜ້າທີ່ ຮັບໃຊ້ປະຊາຊົນ ທຸກໆຄົນ ສະນັ້ນຄວນໃຫ້ໂປ່ງໃສ ແທນທີ່ຈະເປັນກາຣ ຫາຜົລປະໂຍຊສ່ວນຕົວ“.
ພ້ອມດຽວກັນນີ້ ຜູ້ນຳຂອງອົງກາຣ ກໍໄດ້ກ່າວເພີ່ມວ່າ ປະເທສທີ່ຍັງມີ ກາຣສໍ້ຣາສບັງຫລວງ ຕລອດມານັ້ນ ກໍລ້ວນແຕ່ເປັນ ປະເທສທີ່ທຸກຂ໌ຈົນ ທີ່ປະຊາຊົນ ຕ້ອງກາຣຄວາມຊ່ວຍເຫລືອ ແລະ ໃນເມືອງທາງເຈົ້າ ໜ້າທີ່ກ່ຽວຂ້ອງ ຫາກຍັງສໍ້ໂກງຢູ່ຄືເກົ່າ ກໍຖືເປັນສາເຫຕ ສຳຄັນທີ່ບັນ ດານັກທຸຣະກິຈ ບໍ່ໃຫ້ຄວາມສົນໃຈ ເຂົ້າໄປລົງທຶນ ຫລາຍເທົ່າທີ່ຄວນ ແລະຍິ່ງເປັນກາຣສ້າງ ຄວາມເສື່ອມເສັຽຕໍ່ ດ້ານສັງຄົມ ແລະທາງກາຣເມືອງ ທີ່ຍິ່ງເຮັດໃຫ້ ປະຊາຊົນ ບໍ່ສາມາດຫລຸດພົ້ນ ອອກຈາກຄວາມທຸກຂ໌ຍາກ ໄດ້ຈັກເທື່ອ.