ສ້າງທາງຖົມບ່ອນຣະບາຍ ຝົນຕົກນໍ້າອັ່ງ ຖ້ວມບ້ານເຮືອນ
2009.11.23
ກາຣຮັບເປັນເຈົ້າພາບ ກາຣແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ທີ່ຈະຈັດຂຶ້ນ ໃນມື້ວັນທີ່9 ຫາວັນທີ18ທັນວານີ້ນັ້ນ ເຖິງແມ່ນໄດ້ກະຕຣຽມ ເປັນເວລາດົນນານ ມາແລ້ວກໍຕາມ ແຕ່ເທົ່າປັຈຈຸບັນ ກາຣສ້າງທາງສາຍຫລັກ ເຂົ້າໄປຫາສນາມກິລາ ແຫ່ງໃໝ່ກໍຍັງບໍ່ທັນສ້າງ ໃຫ້ແລ້ວເຕັມ 100%ເທື່ອ ພ້ອມຍັງມີກາຣສ້ອມແປງ ຕາມຫລາຍແຫ່ງ ທີ່ສ້າງຂຶ້ນແລ້ວແຕ່ຫາກ ບໍ່ໄດ້ມາຕຖານຈົນເປ່ເພໂຊມ ໄປກ່ອນງານເປີດກາຣ ແຂ່ງຂັນກິລາ ທີ່ຍັງເຫລືອພຽງ 2ສັປດາເທົ່ານັ້ນ.
ນອກຈາກນັ້ນຫວ່າງມໍ່ໆມານີ້ ເວລາມີຝົນຕົກພຽງນ້ອຍດຽວ ກໍໄດ້ສົ່ງຜົລເຮັດ ໃຫ້ມີນ້ຳໄຫລເຂົ້າຖ້ວມ ບໍຣິເວນພື້ນເຮືອນ ຂອງປະຊາຊົນຫລາຍຫລັງ ຕາມເຂຕເນື້ອທີ່ຕໍ່າ ຢູ່ບ້ານໂພນຕ້ອງສວາດ ເມືອງຈັນທະບຸຣີ ນະຄອນຫລວງວຽງຈັນ ຍ້ອນຫົນທາງສາຍຫລັກ ທີ່ສ້າງຂຶ້ນໃໝ່ ໄປຖົມທໍ່ລະບາຍນ້ຳ ທີ່ມີພຽງແຫ່ງດຽວເທົ່ານັ້ນ ໃນຍ່ານທາງບ້ານສວ່າງ ໂພນຕ້ອງ-ດົງໂດກ ລົງສູ່ຫ້ວຍນ້ຳຮ່ອງແຊງ ຖືກອັດຕັນໄປໝົດ ຈົນເກີດມີນ້ຳຖ້ວມດັ່ງ ກ່າວນີ້.
ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ໜຶ່ງໄດ້ແຈ້ງຕໍ່ນັກ ສື່ຂ່າວເອເຊັຽເສຣີວ່າ: ຕາມປົກຕິແລ້ວ ເວລາຝົນຕົນໃນແຕ່ລະປີ ກໍມັກເກີດມີສະພາບ ນ້ຳຖ້ວມແບບນີ້ເລື້ອຽໆ ແຕ່ກໍບໍ່ຮ້າຍແຮງ ເທົ່າປີນີ້ ຍ້ອນຮ່ອງລະບາຍນ້ຳ ແຄມທາງຖືກກອງດິນ ຈາກໂຄງກາຣສ້າງທາງ ເຈື່ອນຖົມອັດຮູຮ່ອງນ້ຳ ເຮັດໃຫ້ເກີດນ້ຳຖ້ວມຕາມ ພື້ນກ້ອງຕ໋າລ່າງຂອງ ປະຊາຊົນໄປໝົດ ເປັນກາຣສ້າງຄວາມລຳບາກ ໃຫ້ແກ່ປະຊາຊົນ ຢ່າງຫລວງຫລາຍ ຊຶ່ງເກີດຈາກແຜນຂອງກາຣ ສ້າງທາງທີ່ບໍ່ຮອບຄອບ ຂອງທາງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ແລະ ກ່ຽວຂ້ອງນັ້ນເອງ.