ອະດີດຂະເມນແດງ ກັງວົນໃຈ ການຂຶ້ນສານຄັ້ງສຸດທ້າຍ
2009.11.23
ຄໍາກ່າວອ້າງເທື່ອສຸດທ້າຍ ຄາດວ່າຈະເລີ່ມຂຶ້ນ ໃນວັນຈັນນີ້ ໂດຍທີ່ທັງ2ຝ່າຍ ຈະສລຸບກໍຣະນີ ຂອງຕົນໄດ້ ໃນທ້າຍສັປດານີ້. ເກັ້ງແຂກອິວ ຜູ້ສາຣະພາບຜິດຄາດວ່າ ຈະໃຫ້ປາກຄໍາພິສູດຕົນໄດ້ ໄວສຸດແມ່ນໃນວັນພຸດ ແລະຈະຖືກຕັດສີນໂທດ ໃນຕົ້ນປີໜ້າ.
ສານດັ່ງກ່າວຢູ່ຣະຫວ່າງ ການຫາທາງເພື່ອ ຄວາມຍຸຕິທັມ ໃຫ້ແກ່ປະຊາຊົນຂເມນ ປະມານ1ລ້ານ7ແສນຄົນ ທີ່ໄດ້ເສັຽຊີວິດໄປ ຍ້ອນການປະຫານ ການອອກແຮງງານໜັກ ເປັນພຍາດແລະຂາດອາຫານ ອັນເນື່ອງມາຈາກ ນະໂຍບາຍຂອງ ຄອມມິວນິສຊ້າຍຈັດ ຂເມນແດງໃນກັມພູຊາ ແຕ່ປີ 1975ຫາປີ1979.
ເກັ້ງແຂກອິວ ຫລື DOIK ເປັນຜູ້ຄວບຄຸມຄຸກ S21 ໃນກຸງພະນົມເປັນ ຊຶ່ງມີຄົນຖືກຂັງຢູ່ຮອດ 16ພັນຄົນ ຖືກທໍຣະມານ ແລະນໍາຕົວໄປສັງຫານ. ເກັ້ງແຂກອິວ ຖືກຕັ້ງຂໍ້ຫາກໍ່ອາສຍາກັມ ຕ້ານມວນມະນຸດ ອາສຍາກັມສົງຄາມ ຄາຕກັມແລະທໍຣະມານນັກໂທດ. ເຂົາອາຈຖືກຕັດສີນໂທດ ຈໍາຄຸກຕລອດຊີວິດ.
ທະນາຍຄວາມ Francois Roux ອະທິບາຍເຖິງ ເກັ້ງແຂກອິວ ຜູ້ເປັນລູກຄວາມນັ້ນວ່າ ເຂົາກັງວົນແລະເປັນທຸກ ເລື່ອງທີ່ຈະຂຶ້ນໃຫ້ ປາກຄໍາຕໍ່ສານ ຂັ້ນສຸດທ້າຍ. ແຕ່ທ່ານບໍ່ໄດ້ໃຫ້ ລາຍລະອຽດໃດໆ ພຽງແຕ່ເວົ້າວ່າ ລູກຄວາມຂອງທ່ານ ຫວັງວ່າຄນະຂຸນສານ ຈະພິຈາຣະນາກ່ຽວກັບ ຄໍາສາຣະພາບຮັບຜິດ ແລະ ອະພັຍໂທດໃຫ້ ເຂົາ.
ໃນການໃຫ້ປາກຄໍາ ກ່ອນນັ້ນ ເກັ້ງແຂກອິວ ໄດ້ຮັບເອົາຄວາມຮັບຜິດຊອບ ໃນຖານະເປັນ ຜູ້ຄວບຄຸມຄຸກ ພ້ອມທັງຂໍອະພັຍໂທດ ຈາກທາງຄອບຄົວ ຜູ້ເຄາະຮ້າຍ ແລະຍອມຮັບ ການລົງໂທດຂັ້ນໜັກໜ່ວງ ຈາກສານຍ້ອນການ ກະທໍາຂອງຕົນ.
ເກັ້ງແຂກອິວ ປະຕິເສດວ່າ ສ່ວນຕົວແລ້ວ ບໍ່ໄດ້ສັງຫານຫລື ທໍຣະມານນັກໂທດ ຄົນໃດໃນຄຸກ S21 ແລະວ່າ ເຂົາຮູ້ສຶກຢ້ານກົວ ຕໍ່ຊີວິດຂອງຕົນເອງ ໃນການປະຕິບັດ ຕາມຄໍາສັ່ງຂອງ ພວກຜູ້ນໍາຂັ້ນສູງ ຂອງຂເມນແດງ.