ສະພາເຫັນພ້ອມ ດັດແປງຮ່າງກົດໝາຍ

ສະມາຊິກສະພາ ເຫັນພ້ອມກັບການ ພິຈາຣະນາດັດແປງ ຮ່າງກົດໝາຍ ວ່າດ້ວຍທະບຽນສານ.
ໂພໄຊສວັດ
2009.11.24

ທ່ານ ບຸນເຮືອນ ໂພທິຣາດ ສະມາຊິກສະພາ ແຫ່ງຊາດເຂດ1 ໄດ້ໃຫ້ຄວາມເຫັນ ໃນກອງປະຊຸມສະພາ ສມັຍສາມັນຄັ້ງທີ8 ຂອງສະມາຊິກສະພາ ແຫ່ງຊາດຊຸດທີ6 ມື້ທີ7 ປະຈຳວັນທີ24 ພຶສຈິກາ2009 ວ່າກົດໝາຍທະບຽນສານ ສະບັບເກົ່າຈຳເປັນຕ້ອງ ໄດ້ແກ້ໄຂຫລາຍຂໍ້ ເພື່ອໃຫ້ເໝາະສົມ ກັບຄວາມເປັນຈິງ ແລະນຳມາໃຊ້ໄດ້ ໃນທົ່ວປະເທດ. ທ່ານວ່າ:

"ຂ້າພະເຈົ້າຢາກຂໍມີ ຄວາມເຫັນຄືແນວນີ້ ກົດໝາຍສະບັບນີ້ ຖືວ່າໄດ້ອອກນຳໃຊ້ ຫລາຍປີຜ່ານມາເພາະວ່າ ບັນດາເອກສານ ຕ່າງໆທັງໝົດເຫລົ່ານັ້ນ ສ່ວນຫລາຍ ສ້າງຂື້ນມາບໍ່ສອດຄ່ອງ ກັບລະບຽບກົດໝາຍກໍມີ ແຕ່ວ່າມາເບິ່ງ ພາກປະຕິບັດ ຕົວຈິງມາເບິ່ງ ສະຖິຕິຂອງພົລເມືອງ ກໍຄືສັງຄົມຕໍ່ກົດໝາຍ ສະບັບນີ້ເຫັນວ່າ    ຜ່ານມາບໍ່ທັນສູງ."

ໃນກອງປະຊຸມ ສະພາແຫ່ງຊາດມື້ນີ້ ແມ່ນຍານາງ ປານີ ຍາທໍຕູ້ ຮອງປະທານສະພາແຫ່ງຊາດ ເປັນປະທານປະຊຸມ ໂດຍມີຣັຖມົນຕຣີຊ່ວຍ ວ່າການກະຊວງຍຸຕິທັມ ທ່ານ ເກດ ເກດຕິສັກ ໄດ້ສເນີຜ່ານກົດໝາຍ ວ່າດ້ວຍທະບຽນສານ ສະບັບດັດແປງໃໝ່ ໂດຍມີ9ພາກ4ໝວດ ແລະ44ມາຕຣາ ໃນຈຳນວນນີ້ມີການ ດັດແປງ 10ມາຕຣາ ແລະຈັດແຕ່ງຂື້ນໃໝ່ 33ມາຕຣາ.

ການແກ້ໄຂກົດ ໝາຍສະບັບນີ້ ກໍເພື່ອຮັກສາຣະບຽບ ການແຕ່ງຕັ້ງ ແລະ ການເຄື່ອນໄຫວຄຸ້ມຄອງສານ ແລະ ຢືນຢັນຄວາມຖືກຕ້ອງ ຂອງວຽກການຂອງສານ ເຊັ່ນນິຕິກັມສັນຍາ ທີ່ປະຊາຊົນ ເຮັດຂື້ນລະຫວ່າງກັນ ຊຶ່ງສະບັບເກົ່າບໍ່ ສາມາດຄຸ້ມຄອງ ແລະກວດກາ ນິຕິກັມສັນຍາ ໃຫ້ສອດຄ່ອງກັບ ສະພາບສັງຄົມໃໝ່ໄດ້ ເພາະສັງຄົມໄດ້ພັທນາ ແລະ ຂຍາຍໂຕຂື້ນກວ່າແຕ່ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.