ເກັ້ງແຂກອິວຂໍອະພັຍໂທຕ ຕໍ່ຄອບຄົວທີ່ຖືກສັງຫານ

ນາຍ ເກັ້ງແຂກອິວ ຫົວຫນ້າ ຄຸກຕົງສະເລັ່ງ ຂໍອະພັຍໂທດຕໍ່ຄອບຄົວ ຜູ້ທີ່ໄດ້ຮັບເຄາະຮ້າຍ ຕໍ່ສານນານາຊາດ ທີ່ກຸງພະນົມເປັນ ກ່ອນການໃຫ້ປາກຄຳ ຈາກຈຳເລີຍ ຈະສີ້ນສຸດລົງ.

ນະຄອນກໍາປົງຖົມ ປະເທດຂເມນ ເປັນສະຖານທີ່ ບ່ອນເກັບຮັກສາ ກະໂຫລກຫົວຂອງ ບັນດາພວກ ທີ່ຖືກສັງຫານ ເປັນຈໍານວນຫລວງຫລາຍ ໂດຍຄໍາສັ່ງຈາກ ຜູ້ນໍາຂເມນແດງ ຊຶ່ງເຫດການໃນຄັ້ງນັ້ນ ໄດ້ເລີ້ມຂື້ນໃນວັນທີ 19ພຶສພາ1975
ນະຄອນກໍາປົງຖົມ ປະເທດຂເມນ ເປັນສະຖານທີ່ ບ່ອນເກັບຮັກສາ ກະໂຫລກຫົວຂອງ ບັນດາພວກ ທີ່ຖືກສັງຫານ ເປັນຈໍານວນຫລວງຫລາຍ ໂດຍຄໍາສັ່ງຈາກ ຜູ້ນໍາຂເມນແດງ ຊຶ່ງເຫດການໃນຄັ້ງນັ້ນ ໄດ້ເລີ້ມຂື້ນໃນວັນທີ 19ພຶສພາ1975 (Photo: AFP)

0:00 / 0:00

ຫົວຫນ້າຄຸກອະເວຈີ ຕົງສະເລັ່ງຂເມນແດງ ນາຍເກັ້ງແຂກອິວ ຫລື ນາຍດັສ ຂໍອະພັຍໂທດ ໃນການກະທຳຂອງຕົນ ຕໍ່ສານນານາຊາດ ໃນມື້ວັນອັງຄານ ກ່ອນສານຈະສລຸບ ການໃຫ້ປາກຄຳຈາກຈຳເລີຍ ທີ່ເຂົາໃຫ້ການວ່າ ເຂົາຢ້ານກົວຕໍ່ຊີວີດ ຂອງເຂົາເອງ ຖ້າເຂົາບໍ່ທຳເຊັ່ນນັ້ນ ເຂົາເປັນແພະຮັບບາບ ໃຫ້ແກ່ຄົນອື່ນ. ແຕ່ກຸ່ມອັຍການສານ ບໍ່ເຊື່ອໃນການໃຫ້ປາກຄຳ ຂອງນາຍເກັ້ງແຂກອິວ ຈື່ງເວົ້າວ່າ:

"ຫລັກຖານຕ່າງໆກໍ່ຊີ້ ໄປຫານາຍດັສ ເຖີງແມ່ນວ່າເຂົາບໍ່ຍອມ ໃຫ້ລາຍລະອຽດ ຫລາຍກວ່ານີ້ກໍ່ຕາມ ທີ່ວ່າເຂົາເປັນ ຫົວຫນ້າຕຳຣວດລັບ ໃນສມັຍຂເມນແດງ ແລະ ກໍ່ເປັນຜູ້ຮັບຜີດຊອບ ໃນການເສັຽຊີວີດ ເປັນຈຳນວນຫລວງຫລາຍ ຂອງຊາວກຳພູຊາ ໃນເວລານັ້ນ."

ນາຍເກັ້ງແຂກອິວ ໃຫ້ການຕໍ່ສານວ່າ ເຂົາຂໍສະແດງຄວາມເສັຽໃຈ ໃນສີ່ງທີ່ໄດ້ ເກີດຂື້ນໃນເວລານັ້ນ ແລະຫົວໃຈຂອງເຂົາ ກໍ່ເຈັບແສບ ໃນເຫດການດັ່ງກ່າວ ຈົນເທົ່າທຸກວັນນີ້ ເພາະການກະທຳ ຂອງເຂົາເປັນເຫດໃຫ້ ຄົນກຳພູຊາເສັຽຊີວີດ ເປັນຈຳນວນຫລວງຫລາຍ. ລາວວ່າ ໃນການຂໍຮ້ອງ ຂອງລາວ ລາວຢາກໃຫ້ຄອບຄົວ ຜູ້ທີ່ໄດ້ຮັບ ເຄາະຮ້າຍເປີດໃຈກວ້າງ ໃຫ້ຄວາມປານີ ແລະຍົກໂທດໃຫ້ລາວ ໃນເຫດການທີ່ ເກີດຂື້ນໃນເວລານັ້ນ ຊື່ງຜູ້ກ່ຽວອາດຖືກ ໂທດຕລອດຊີວີດ ເພາະກຳພູຊາ ບໍ່ມີໂທດປະຫານຊີວີດ.

ນາຍດັສ ໄດ້ກ່າວຂໍໂທດຕໍ່ສານ ເປັນເວລາ18ນາທີ ກຸ່ມທະນາຍຄວາມຝ່າຍໂຈດ ເວົ້າວ່າ ນາຍດັສ ອາດຈະບໍ່ບອກຄວາມ ຈີງຫມົດທຸກຢ່າງ ໃນເຫດການຄັ້ງນັ້ນ ເພາະອາດຈະມີ ຫລາຍພາກສ່ວນ ມີສ່ວນພົວພັນ ໃນເຫດການ ທີ່ຍັງມີອຳນາດ ໃນກຳພູຊາ ຢູ່ໃນປັດຈຸບັນ ກໍ່ເປັນໄດ້.