ນັກກິລາຊີເກມສ໌ ຕ້ອງປາສຈາກ ຢາຕ້ອງຫ້າມ

ຄນະກັມມະກາຣ ກຳກັບນຳກາຣແຂ່ງຂັນ ກິລາຊີເກມສ໌ ເຂັ້ມງວດໃນກາຣກວດ ບັນດານັກກິລາ ປະມານ300ຄົນ ເພື່ອບໍ່ໃຫ້ມີກາຣໃຊ້ ຢາເສພຕິດຫລື ສາຣເຄມີທີ່ ຕ້ອງຫ້າມຕ່າງໆ.
ຫວາດ ສີມູນ
2009.11.23

ກາຣແຂ່ງຂັນກິລາຊີເກມສ໌ ຄັ້ງທີ່25ຊຶ່ງສປປລາວ ເປັນເຈົ້າພາບເທື່ອ ທຳອິດນີ້ນັ້ນ ທາງຄນະກັມມະກາຣ ຝ່າຍລາວ ກໍປະຕິບັຕຕາມໜ້າທີ່ ເຊັ່ນດຽວກັນກັບ ກາຣແຂ່ງຂັນກິລາ ຣະດັບສາກົບອື່ນໆ ທີ່ຕ່າງຄົນກໍໃຫ້ຄວາມສຳຄັນ ແລະເອົາໃຈໃສ່ ໃນດ້ານກາຣກວດ ຕາມບັນດານັກກິລາ ເພື່ອປ້ອງກັນບໍ່ໃຫ້ ມີກາຣນຳໃຊ້ຢາ ກະຕຸ້ນ ຫລືສາຣເຄມີ ທີ່ຕ້ອງຫ້າມຕ່າງໆ ທີ່ອາຈເຮັດໃຫ້ ນັກກິລາຜູ້ທີ່ໃຊ້ນັ້ນ ມີສະພາບຮ່າງກາຍ ແຂງແຮງດີກວ່າ ນັກກິລາຄົນອື່ນໆ ແບບທີ່ບໍ່ຖືກຕາມ ຫລັກທັມມະຊາຕ.

ເຈົ້າໜ້າທີ່ຜູ້ຊ່ຽວຊານ ດ້ານຄວບຄຸມກາຣໃຊ້ສາຣ ທີ່ຕ້ອງຫ້າມ ປະຈຳກາຣແຂ່ງຂັນ ກິລາຊີເກມສ໌ຈັດຂຶ້ນ ໃນເມືອງລາວຄັ້ງນີ້ ແຈ້ງວ່າ ມີກາຣຮ່ວມມືກັບ ອົງກາຣຕໍ່ຕ້ານກາຣ ໃຊ້ສາຣຕ້ອງຫ້າມໂລກ ທີ່ກຳໜົດໄວ້ຢ່າງ ກະຈ່າງແຈ້ງ ໂດຽຈະມີກາຣນຳເອົາ ຕົວຢ່າງເລືອດຫລືນ້ຳປັສວະ ຂອງນັກກິລາໄປກວດ ເປັນຣະຍະໆ ຖ້າຫາກວ່າພົບເຫັນ ມີເຊື້ອສາຣເຄມີຕ້ອງຫ້າມ ກໍຈະບໍ່ໃຫ້ຜູ້ທີ່ກ່ຽວຂ້ອງນັ້ນ ເຂົ້າຮ່ວມໃນກາຣແຂ່ງຂັນ.ນອກຈາກນັ້ນ ຖ້າພົບເຫັນຕາມພາຍຫລັງ ທີ່ຜູ້ຊະນະ ກາຣແຂ່ງຂັນກິລາ ໃນແຕ່ລະປະເພສ ກໍຈະໄດ້ຍຶດຫລຽນຄືນ ຕາມກົດຂອງທາງກາຣ.

ຢ່າງໃດກໍຕາມ ຄາດວ່າຈະມີກາຣກວດ ຕາມບັນດານັກກິລາ ຕົວຢ່າງບໍ່ຕໍ່າກວ່າ 300ຄົນ ກ່ອນກາຣແຂ່ງຂັນກິລາ ແລະກໍຈະມີກາຣ ກວດກັນໄປເລື້ອຽໆ ຕາມປະເພສກິລາຕ່າງໆ ທີ່ມີທັງໝົດ25 ປະເພສດ້ວຍກັນ ແລະຈະມີນັກກິລາ ທັງໝົດປະມານ 5,000ຄົນ ຈາກ11ປະເທສດ້ວຍກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.