ຜູ້ຊ່ຽວຊານສະຫະປະຊາຊາດ ຢ້ຽມຢາມລາວ ເທື່ອທໍາອິດ
2009.11.24
ຜູ້ຂຽນຣາຍງານພິເສດ ຂອງສະຫະປະຊາຊາດ ມາດາມ Asma Jahangir ເດີນທາງຢ້ຽມຢາມລາວ ແຕ່ວັນທີ 23ຫາວັນທີ 30ພຶສຈິກາ 2009ນີ້ ຕາມຄໍາເຊີນຂອງ ຣັຖບານສປປລາວ ຊຶ່ງຖືເປັນການຢ້ຽມຢາມ ເທື່ອທໍາອິດຂອງ ຜູ້ຊ່ຽວຊານດ້ານສິດທິ ຂອງສະຫະປະຊາຊາດ ເພື່ອສັງເກດການ ສິດທິທາງສາສນາ ຕາມຣາຍງານຂ່າວ ຈາກນະຄອນ Geneva ປະເທດ Switzerland.
ມາດາມ Jahangir ກ່າວວ່າ ນາງສັລເສີນ ການໃຫ້ສັຕຍາບັນ ສົນທິສັນຍາສາກົລ ວ່າດ້ວຍສິດທິພົລເຮືອນ ແລະ ສິດທິທາງການເມືອງ ຂອງສປປລາວ. ນາງວ່າ ມາຕຣາ18 ຂອງສົນທິສັນຍານັ້ນ ຣະບຸເຖິງ ເສຣີພາບໃນສາສນາ ຫລືໃນການເຊື່ອຖື ແລະນາງກໍໄດ້ຮັບ ພາຣະກິດຈາກສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ເພື່ອຈໍາແນກເບິ່ງວ່າ ມີບັນຫາຫລືອຸປສັກ ໃດບໍ່? ທີ່ມີຫລືປະກົດຕົວຂຶ້ນ ໃນອິສຣະພາບ ດັ່ງກ່າວ.
ໃນການຢ້ຽມຢາມ ລາວ ຂອງຜູ້ຂຽນຣາຍງານ ພິເສດນັ້ນ ມີການພົບປະຕ່າງໆ ທີ່ນະຄອນຫລວງວຽງຈັນ ຫລວງພຣະບາງ ແລະ ແຂວງສະວັນນະເຂດ ພົບປະກັບ ເຈົ້າໜ້າທີ່ຣັຖບານລາວ ທີ່ຮັບຜິດຊອບ ບັນຫາສາສນາຫລື ຄວາມເຊື່ອຖື ຮວມໄປເຖິງ ການພົບປະກັບ ບັນດາຜູ້ຕາງໜ້າ ຊຸມຊົນທາງສາສນາ ຫລືເຊື່ອຖືຕ່າງ ອົງການຈັດຕັ້ງ ສັງຄົມພົລເຮືອນ ແລະ ສະຫະປະຊາຊາຊາດ ນໍາອີກ.
ກອງປະຊຸມຂ່າວ ກ່ຽວກັບສີ່ງທີ່ນາງ ຄົ້ນພົບໃນເບື້ອງຕົ້ນນີ້ ກໍານົດມີຂຶ້ນ ທີ່ຫ້ອງການ ສະຫະປະຊາຊາດ ໃນນະຄອນຫລວງວຽງຈັນ ໃນວັນທີ30ພຶສຈິກາ ເວລາ10ໂມງເຊົ້າ.
ມາດາມ Asma Jahangir ຈະສເນີຣາຍງານ ກ່ຽວກັນການສລຸບແລະ ຄໍາແນະນໍາໃນບັນຫາ ການປະຕິບັດ ສິດເສຣີພາບ ທາງສາສນາໃນລາວ ຕໍ່ສະພາສິດທິມະນຸດ ສະຫະປະຊາຊາດ ໃນເດືອນມິນາ ປີ2010.