ຊາວລາວ 9 ຄົນຍັງຖືກຄຸມຂັງ
2010.11.04
ກົດຟັງສຽງ
ຄນະນຳພາ ພວກເດີນທາງ ເຂົ້າໄປປະທ້ວງ ຢູ່ນະຄອນຫລວງ ວຽງຈັນ ໃນຍາມບຸນ ທາດຫລວງ ເມື່ອປີກາຍ ຈົນເຖິງປັດຈຸບັນ ກໍຍັງຖືກ ກັກຂັງ ໃນຄຸກຊຳເຄ້ຢູ່ ແລະ ທາງການລາວ ກໍຍັງ ບໍ່ເປີດເຜີຍ ຄັກແນ່ວ່າ ພວກກະຕຣຽມ ການປະທ້ວງນັ້ນ ໄດ້ຖືກຕູ່ຫາ ຄະດີ ແລະ ຖືກຕັດສິນ ລົງໂທດ ແລ້ວຫລືບໍ່ ອາດຈະຖືກ ກັກຂັງ ສືບຕໍ່ໄປເລື້ອຍໆ. ດັ່ງນັກຂ່າວ ເອເຊັຽເສຣີ ໄດ້ສອບຖາມ ທ່ານອຸດົງ ໄຊຊະນະ ທີ່ປຶກສາ ຂະບວນການ ນັກສຶກສາລາວ ວັນທີ່ 26 ຕຸລາ ປີ 1999 ຊຶ່ງຮູ້ກ່ຽວກັບ ການຈັບກຸມ ພວກກະຕຣຽມ ການປະທ້ວງ ເມື່ອປີກາຍນີ້ດີ ແລະໄດ້ກ່າວ ໃນວັນຄົບຮອບ ນຶ່ງປີ ຂອງເຫດການ ນັ້ນວ່າ:
ໃນມື້ວັນທີ່ 2 ເດືອນ ພຶສຈິກາ ປີ 2009 ທີ່ຜ່ານມາ ຊຶ່ງເປັນຍາມບຸນ ພຣະທາດຫລວງ ມີຊາວລາວ ຮ້ອຍກວ່າຄົນ ໄດ້ພາກັນ ເດີນທາງຈາກ ພາກເໜືອ ແລະພາກໃຕ້ ມີຈຸດປະສົງ ເຂົ້າໄປ ໂຮມຊຸມນຸມ ແລະ ປະທ້ວງຢູ່ ນະຄອນຫລວງ ວຽງຈັນ ເພື່ອຮຽກຮ້ອງ ໃຫ້ຣັຖບານ ແກ້ໄຂບັນຫາ ຊີວິດ ການເປັນຢູ່ ແລະໃຫ້ສິດ ເສຣີພາບ ໃນການປາກເວົ້າ, ອອກຂ່າວ ຄາວຕ່າງໆ; ແຕ່ພວກເຂົາເຈົ້າ ຊໍ້າພັດຖືກຈັບ ກ່ອນຈະໄປເຖິງ ນະຄອນຫລວງ ວຽງຈັນ.
ຜູ້ທີ່ຖືກຈັບ ສ່ວນຫລາຍ ພາຍຫລັງທີ່ ຖືກສືືບສວນ ແລ້ວກໍຖືກ ປ່ອຍຕົວ ແຕ່ຄນະນຳພາ ເກົ້າຄົນ ຖືກຄວບຄຸມຕົວ ແລະຈົນເຖິງ ປັດຈຸບັນ ກໍຍັງຖືກ ກັກຂັງຢູ່ຄຸກ ໃນນະຄອນຫລວງ ວຽງຈັນ. ຜ່ານມາ ທາງການລາວ ຍັງບໍ່ເຄີຍ ເປີດເຜີຍວ່າ ພວກເກົ້າຄົນນັ້ນ ໄດ້ຖືກຕູ່ຫາ ໃນຄະດີຫຍັງ ແລະໄດ້ຖືກ ຕັດສິນຫລືຍັງ.
ປັດຈຸບັນ ພໍ່ແມ່ພີ່ນ້ອງ ຂອງພວກທີ່ ຖືກຈັບ ມີຄວາມວິຕົກ ກັງວົນຢ້ານ ລູກຫລານ ຂອງພວກເຂົາເຈົ້າ ຈະຖືກກັກຂັງ ເປັນເວລາ ດົນນານ ເຊັ່ນດຽວກັບ ຄນະນຳ ນັກສຶກສາ ທີ່ຕຣຽມການ ປະທ້ວງ ເມື່ອວັນທີ່ 26 ຕຸລາ ປີ 1999 ນັ້ນ ຊຶ່ງຈົນເຖິງ ປັດຈຸບັນ ກໍຍັງຖືກ ກັກຂັງ ມາໄດ້ກວ່າ 11 ປີແລ້ວ. ສ່ວນທາງການ ລາວ ນັ້ນຍັງ ປະຕິເສດ ຕລອດມາວ່າ ບໍ່ໄດ້ຈັບ ແລະກັກຂັງ ພວກກະຕຣຽມ ການປະທ້ວງ ຄັ້ງນັ້ນ ແຕ່ຢ່າງໃດ.