ເສຣີພາບຂອງສື່ມວລຊົນ ຢູ່ລາວ

ສປປລາວ ຍັງເປັນປະເທດນຶ່ງ ທີ່ຈໍາກັດ ສິດເສຣີພາບ ໃນການອອກຂ່າວ
ອະວາຣີ
2010.10.21

ກົດຟັງສຽງ

ເມື່ອວັນທີ່ 20 ຕຸລາ ນີ້ ອົງການນັກຂ່າວ ບໍ່ມີພົມແດນ ເຜີຍແພ່ຣາຍຊື່ ປະເທດທີ່ມີ ສິດເສຣີພາບໃນການອອກຂ່າວ ຫລາຍເທົ່າໃດ ໃນເກືອບທຸກປະເທດ ໃນໂລກ. ສຳລັບ ສປປລາວ ປີນີ້ ອົງການນັກຂ່າວ ບໍ່ມີພົມແດນ ຈັດໃຫ້ຢູ່ໃນ ອັນດັບ ທີ່ 168 ໃນຈຳນວນ ທັງໝົດ 178 ປະເທດ ໝາຍຄວາມວ່າ ລາວຖືກຈັດເປັນ ປະເທດທີ່ ຈຳກັດສິດ ເສຣີພາບ ໃນການອອກຂ່າວ ແບບເຂັ້ມງວດທີ່ສຸດ ອັນດັບທີ່ 11 ຂອງໂລກ.

ທ່ານ Vincent Brossel ເຈົ້າໜ້າທີ່ອົງການ ນັກຂ່າວ ບໍ່ມີພົມແດນ ຮັບຜິດຊອບ ເຂດເອເຊັຍ-ປາຊີຟິກ ອະທິບາຍ ສາເຫດວ່າ ເປັນຫຍັງປີນີ້ ສປປລາວ ຈຶ່ງຍັງຢູ່ອັນ ດັບທີ່ຂີ້ຮ້າຍຢູ່ ….. "ທ່ານເວົ້າວ່າ ປະເທດລາວ ຍັງຖືກຈັດຢູ່ ໃນຣະດັບ ບໍ່ດີປານໃດ ໃນປີນີ້ ຄືຍັງຢູ່ໃນກຸ່ມ ປະເທດ ທີ່ຂີ້ຮ້າຍທີ່ສຸດ ເພາະວ່າ ທາງການລາວ ຍັງຄວບຄຸມ ການອອກຂ່າວ ຂອງສື່ມວນຊົນ ຢ່າງເຂັ້ມງວດ ເປັນຕົ້ນການອອກຂ່າວ ກ່ຽວກັບການເມືອງ ແລະອຸດົມການ, ຢູ່ສປປລາວ ຍັງບໍ່ມີແຫລ່ງຂາວ ເອກກະຊົນ ແລະທີ່ເປັນ ເອກກະຣາຊ ຢ່າງແທ້ຈິງເທື່ອ, ກະຊວງຖແລງຂ່າວ ຍັງຄວບຄຸມ ອຸດົມການ ພ້ອມຍັງຊີ້ນຳ ນັກຂ່າວຢ່າງໃກ້ຊິດ ແລະ ນັກຂ່າວຕ່າງປະເທດ ກໍຖືກຈຳກັດ ໃນການເອົາຂ່າວ ແລະອອກຂ່າວ ຢ່າງເຂັ້ມງວດຢູ່ລາວ". ນັ້ນແມ່ນຄຳເວົ້າ ຂອງທ່ານ Brossel.

ແຕ່ຖ້າຈະເບິ່ງ ດັຊນີໂຕເລກ ລຳດັບແທ້ໆ ປີນີ້ ສປປລາວ ມີອັນດັບດີຂື້ນ ນຶ່ງອັນດັບ ຄືໄດ້ອັນດັບທີ່ 168 ຍັບຂື້ນຈາກອັນດັບທີ່ 169 ເມື່ອປີກາຍ; ແຕ່ທ່ານ Vincent Brossel ເຈົ້າໜ້າທີ່ອົງການ ນັກຂ່າວ ບໍ່ມີພົມແດນ ອະທິບາຍ ວ່າການຍັບຂື້ນນັ້ນ ບໍ່ໝາຍຄວາມວ່າ ປະເທດລາວ ໄດ້ມີສິດ ເສຣີພາບ ໃນການອອກຂ່າວ ຫລາຍຂື້ນ ແຕ່ຍັບຂື້ນ ຍ້ອນປີນີ້ຫລາຍ ປະເທດຈຳກັດ ເສຣີພາບ ຮ້າຍແຮງຂື້ນ.

ຕໍ່ຄຳຖາມທີ່ວ່າ ການອອກກົດໝາຍ ວ່າດ້ວຍສື່ມວນຊົນ ເມື່ອບໍ່ດົນຜ່ານມາ ໄດ້ຊ່ວຍໃຫ້ລາວ ມີສິດເສຣີພາບ ໃນການອອກຂ່າວ ຫລາຍຂື້ນບໍ່, ທ່ານ Brossel ຕອບວ່າ ມັນຂື້ນກັບການ ປະຕິບັດ ຈົນປັດຈຸບັນ ກົດໝາຍດັ່ງກ່າວ ຍັງບໍ່ຊ່ວຍເຮັດ ໃຫ້ການ ອອກຂ່າວ ຢູ່ລາວເສຣີ ຂື້ນເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.