ພະນັກງານຄະດີອາຍາ ຕ້ອງປັບປຸງແກ້ໄຂ

ກົມກວດກາ ຄະດີອາຍາ ຕ້ອງໄດ້ແກ້ໄຂ ບັນຫາ ການປະຕິບັດ ໜ້າທີ່ຂອງ ພະນັກງານ ກ່ຽວຂ້ອງ.
ໂພໄຊສວັດ
2010.11.02

ກົດຟັງສຽງ

ການປະຕິບັດ ໜ້າທີ່ວຽກງານ ຂອງກົມກວດກາ ຄະດີອາຍາ ອົງການອັຍການ ປະຊາຊົນສູງສຸດ ໃນລະຍະ 1 ປີ ຜ່ານມາ ຖືວ່າໄດ້ຮັບ ຜົນສຳເຣັດ ພໍສົມຄວນ, ແຕ່ກົມກວດກາ ຄະດີອາຍາ ກໍຍັງມີບັນຫາ ທີ່ຈະຕ້ອງ ດັດແປງແກ້ໄຂ ກ່ຽວກັບການ ປະຕິບັດໜ້າທີ່ ຂອງພະນັກງານ ກ່ຽວຂ້ອງ ຍ້ອນວ່າການ ກວດກາຄະດີອາຍາ ນີ້ຕ້ອງໄດ້ ປະສານງານ ກັບຫລາຍພາກສ່ວນ ຈົນບາງເທື່ອ ເຮັດໃຫ້ການ ສືບສວນລ້າຊ້າໄປ. ດັ່ງເຈົ້າໜ້າທີ່ ຈາກກົມກວດກາ ຄະດີອາຍາ ອົງການອັຍການ ປະຊາຊົນ ສູງສຸດ ອະທິບາຍວ່າ:

"ການປະສານສົມທົບ ລະຫວ່າງ ພາກສ່ວນທີ່ ກ່ຽວຂ້ອງ ເປັນງານປະສານ ລະຫວ່າງ ເຈົ້າໜ້າທີ່ ບາງຄະດີ ມັນກໍພົວພັນກັນ ເຣື້ອງການຈັດຕັ້ງ ປະຕິບັດ ມັນຍັງບໍຄ່ອງ ຕົວເທົ່າໃດ ບາງຄະດີ ມັນກໍຍັງມີ ການສັບສົນຢູ່".

ທ່ານເວົ້າຕໍ່ໄປວ່າ ການກວດກາ ຄະດີອາຍາ ບາງກໍຣະນີ ມີການປອມແປງ ເອກກະສານ ເພື່ອເຮັດໃຫ້ ເອກກະສານ ທີ່ທຸຈຣິດ ກາຍມາເປັນ ເອກກະສານ ທີ່ສຸຈຣິດ ເຊັ່ນໃບ ອະນຸຍາດ ໃຫ້ເຄື່ອນຍ້າຍໄມ້ ແລະ ເອກກະສານ ທີ່ຍົກເວັ້ນ ພາສີ. ບັນຫາດັ່ງກ່າວນີ້ ມີຄວາມຊັບຊ້ອນ ສຳລັບເຈົ້າໜ້າທີ່ ກວດກາ ຍ້ອນວ່າເປັນ ຄະດີຫຍຸ້ງຍາກ ແລະມີການ ພົວພັນກັບ ຫລາຍໜ່ວຍງານ. ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດັ່ງກ່າວນີ້ ຫລາຍກະຊວງ ກໍໄດ້ອອກ ກົດໝາຍ ຄຸ້ມຄອງເພີ້ມຕື່ມ. ດັ່ງເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີວ່າ:

"ອັນນີ້ເພິ່ນກໍມີ ກົດໝາຍ ອອກມາແລ້ວ ກົດໝາຍ ທາງພາສີ ເພິ່ນກໍມີ ດຳເນີນຕາມ ກົດໝາຍຂອງເພິ່ນ ປ່າໄມ້ກໍມີ ເຈົ້າໜ້າທີ່ປ່າໄມ້ ກໍມີກົດໝາຍ ການປະຕິບັດ ມັນກໍຍັງດຳເນີນ ກຳລັງໄດ້ ຈັດຕັ້ງ ປະຕິບັດ ໄປໄດ້ແລ້ວກ່ຽວກັບ ສືບສວນສອບສວນ ບາງຄະດີ".

ເຈົ້າໜ້າທີ່ ເວົ້າສລຸບວ່າ ທາງກົມກວດກາ ຄະດີອາຍາ ຍັງມີບັນຫາ ຫລາຍຢ່າງ ທີ່ຈະຕ້ອງໄດ້ ເອົາໃຈໃສ່ ແລະແກ້ໄຂ ໂດຍສະເພາະ ແມ່ນການພົວພັນ ກັບພາກສ່ວນ ກ່ຽວຂ້ອງອື່ນໆ. ເຖິງວ່າວຽກງານ ຍັງເຮັດບໍ່ໄດ້ດີ ເທົ່າທີ່ຄວນ ແຕ່ການກວດກາ ຄະດີອາຍາ ກໍຕ້ອງໄດ້ ດຳເນີນໄປ ເພື່ອຄ່ອຍໆແກ້ໄຂ ບັນຫາທີ່ຍັງ ຄ້າງຄາຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.