ຂະບວນການນັກສຶກສາ 26 ຕຸລາ 1999
2010.10.26
ກົດຟັງສຽງ
ຂະບວນການເຄື່ອນໄຫວ ເພື່ອສິດທິມະນຸດ ໃນລາວ ທີ່ມີສູນກາງ ຢູ່ນະຄອນຫລວງ ປາຣີ ປະເທດຝຣັ່ງເສດ ໄດ້ອອກຖແລງການ ໃນມື້ວັນທີ່ 26 ຕຸລາ 2010 ນີ້ວ່າພວກຕົນ ຍັງມີຄວາມ ເປັນຫ່ວງທີ່ສຸດ ກ່ຽວກັບຊະຕາກັມ ຂອງຜູ້ນຳນັກ ສຶກສາ ທີ່ມີຊື່ວ່າ ຄນະນັກສຶກສາ 26 ຕຸລາ 1999. ຄນະນັກສຶກສາ ດັ່ງກ່າວ ໄດ້ພາກັນປະທ້ວງ ແບບສັນຕິວິທີ ໃນນະຄອນຫລວງ ວຽງຈັນ ເພື່ອຮຽກຮ້ອງ ໃຫ້ມີການ ປະຕິຮູບ ເພື່ອຄວາມຍຸຕິທັມ ໃນສັງຄົມ, ສິດທິມະນຸດ ແລະ ປະຊາທິປະໄຕ.
ຖແລງການວ່າ: ມື້ນີ້ຄົບຮອບ 11 ປີ ຫລັງຈາກຄນະຜູ້ນຳ ຂະບວນການ ນັກສຶກສາຖືກຈັບ ຍ້ອນພຍາຍາມ ທຳການປະທ້ວງ ແບບສັນຕິ. ຄນະຜູ້ນຳ ຂະບວນການ ນັກສຶກສາ ຍັງຖືກກັກຂັງ ຢູ່ນະຄອນຫລວງ ວຽງຈັນ ໂດຍທີ່ຍາດພີ່ນ້ອງ ກໍບໍ່ໄດ້ ອະນຸຍາດ ໃຫ້ໄປຢ້ຽມຢາມ. ທາງການລາວ ກໍບໍ່ເອົາຫົວຊາ ແລະຍັງຖືກ ປະຊາຄົມນາໆຊາດ ຫລົງລືມໄປແລ້ວ. ຂະບວນການເຄື່ອນໄຫວ ເພື່ອສິດທິມະນຸດ ໃນລາວ ບໍ່ຮູ້ວ່າຜູ້ນຳ ນັກສຶກສາ ຈະຍັງມີຊີວິດຢູ່ ຫລືບໍ່? ເພາະນຶ່ງໃນຈຳນວນ ຜູ້ນຳ ໄດ້ເສັຍຊີວິດໄປ ໃນເວລາຖືກກັກຂັງ ຕັ້ງແຕ່ປີ 2001.
ທາງການລາວໄດ້ ປະຕິເສດທີ່ຈະປ່ອຍ ຜູ້ນຳນັກສຶກສາ ທີ່ຖືກກັກຂັງ ຫລັງຈາກການ ຂໍຮ້ອງຈາກຣັຖບານ ປະເທດແບນຢ້ຽມ ໂດຍໄດ້ໃຫ້ເຫດຜົນວ່າ ເປັນບັນຫາ ພາຍໃນຂອງລາວ. ຂະບວນການເຄື່ອນໄຫວ ເພື່ອສິດທິມະນຸດ ໃນລາວ ໄດ້ຮຽກຮ້ອງໃຫ້ ທາງການລາວ ປ່ອຍຄນະຜູ້ນຳ ນັກສຶກສາ ໂດຍດ່ວນ ແລະ ໂດຍບໍ່ມີເງື່ອນໄຂ ຕາມສັດຕະຍາບັນ ທີ່ໄດ້ໃຫ້ໄວ້ກັບ ສະຫະປະຊາຊາດ ທີ່ສປປລາວ ເປັນສະມາຊິກ ວ່າດ້ວຍການປົກປ້ອງ ສິດທິມະນຸດ.
ຂະບວນການເຄື່ອນໄຫວ ເພື່ອສິດທິມະນຸດ ໃນລາວ ກ່າວວ່າ: ການຈັບກຸມຄຸມຂັງ ຜູ້ຄົນທີ່ສະແດງອອກ ໃນຄວາມຄິດເຫັນ ຢ່າງສັນຕິວິທີ ເພື່ອປົກປັກຮັກສາ ພື້ນຖານ ສິດທິມະນຸດນັ້ນ ໄດ້ສະແດງໃຫ້ ເຫັນວ່າ, ທາງການລາວບໍ່ຍອມ ປະຕິບັດ ຕາມສົນທິສັນຍາ ວ່າດ້ວຍ ສິດທິມະນຸດ ທີ່ຣັຖບານລາວ ໄດ້ໃຫ້ໄວ້.