ກົດໝາຍການລົງທຶນ ຍັງບໍ່ໄດ້ນໍາໃຊ້

ກົດໝາຍວ່າດ້ວຍ ການສົ່ງເສີມ ການລົງທຶນ ຂອງພາກ ເອກກະຊົນ ຍັງບໍ່ທັນ ໄດ້ປະຕິບັດ ຍ້ອນວ່າ ນາຍົກ ຣັຖມົນຕຣີ ຍັງບໍ່ທັນໄດ້ ເຊັນ ດໍາຣັດ ໃຊ້ເທື່ອ.
ຈໍາປາທອງ
2010.11.02

ກົດຟັງສຽງ

ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ຜແນກ ນິຕິກັມ ກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ເວົ້າວ່າ:

"ຕົວໃໝ່ນຳໃຊ້ ຍັງບໍ່ທັນ ເຕັມຮ້ອຍເທື່ອ ດຳຣັດ ຍັງບໍ່ທັນແລ້ວ ເອົາໄປປ້ອງກັນແລ້ວ ມັນບໍ່ທັນຜ່ານ ເອົາມາແກ້ຄືນ ແລ້ວຄ່ອຍຜ່ານຄືນ ກົດໝາຍ ເຊັນແລ້ວ ແຕ່ດຳຣັດຈັດຕັ້ງ ປະຕິບັດ ຍັງບໍ່ທັນໄດ້ ເຊັນ ໃຊ້ໄດ້ແຕ່ ບໍ່ເຕັມຮ້ອຍ ເພາະວ່າມັນ ຕ້ອງມີດຳຣັດ ມາຜັນຂຍາຍ ກົດໝາຍ".

ທ່ານເວົ້າຕໍ່ໄປວ່າ ຂນະນີ້ ກົມສົ່ງເສີມ ການລົງທຶນ ຍັງຄົ້ນຄວ້າ ຮ່າງດຳຣັດ ເພີ້ມເຕີມ ເພື່ອແກ້ໄຂ ຣະບຽບການ ນຳໃຊ້ທີ່ດິນ. ແລະວ່າ ກົດໝາຍວ່າດ້ວຍ ການສົ່ງເສີມ ການລົງທຶນ ຂອງພາກ ເອກກະຊົນ ສະບັບນີ້ ເລັ່ງໃສ່ເຮັດໃຫ້ ການລົງທຶນ ຂອງພາຍ ໃນປະເທດ ແລະ ການລົງທຶນ ຂອງຕ່າງປະເທດ ມີຄວາມສອດຄ່ອງ ແລະສເມີພາບກັນ ດັ່ງທ່ານເວົ້າວ່າG

"ຈະເອົາການ ລົງທຶນພາຍໃນ ກັບຕ່າງປະເທດ ມາເຂົ້າ ໃຫ້ນະໂຍບາຍ ຄືໆກັນ ຄືສົ່ງເສີມ ໃຫ້ພາຍໃນ ກັບ ຕ່າງປະເທດ ສເມີພາບກັນ".

ທ່ານເວົ້າວ່າ ໃນປັດຈຸບັນນີ້ ຣັຖບານລາວ ຍັງນຳໃຊ້ ກົດໝາຍ ວ່າດ້ວຍການ ສົ່ງເສີມ ການລົງທຶນ ຂອງພາກ ເອກກະຊົນ ສະບັບເກົ່າຢູ່ ແລະອີງໃສ່ ກົດໝາຍ ທີ່ ສະພາແຫ່ງຊາດ ຮັບຮອງ ເອົາໃໝ່ນັ້ນ ເຄິ່ງນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.