ຊາວມົ້ງລາວທີ່ຖືກຂັງ ຢູ່ສູນໜອງຄາຍ ຄວນໄດ້ຮັບອິສຣະ

ອົງກາຣປົກປ້ອງສິທທິມະນຸສ ຮຽກຮ້ອງໃຫ້ໄທຽ ອະນຸຍາຕໃຫ້ຊາວມົ້ງລາວ ທີ່ຖືກກັກ ຢູ່ສູນກັກຂັງໜອງຄາຍ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມ.
ຫວາດ ສີມູນ
2009.11.23

ອົງກາຣປົກປ້ອງ ສິທທິມະນຸສຍະຊົນ ທີ່ມີຫ້ອງກາຣໃຫຍ່ ຢູ່ນະຄອນນີວຢອຣ໌ກ ເປັນຫ່ວງນຳບັນດາ ຊາວມົ້ງລາວ 158 ຄົນ ທີ່ຍັງຖືກກັກ ຢູ່ສູນກັກຂັງຊົ່ວຄາວ ທີ່ດ່ານຕຳຣວຈ ກວດຄົນເຂົ້າເມືອງ ຢູ່ໜອງຄາຍ ເປັນເວລາຫລາຍປີ ມາແລ້ວນັ້ນ ຈຶ່ງຮຽກທວໃຫ້ ຣັຖບາລໄທຽ ອະນຸຍາຕໃຫ້ເຂົາເຈົ້າ ໄປຕັ້ງຖິ່ນຖານໃໝ່ ໃນປະເທສ ທີ່3ຊຶ່ງກໍຫລາຍ ປະເທສເຊັ່ນ: ສະຫະຣັຖ ຄານາດາ ເນເຕີຣຸແລນດ໌ ແລະອອສເຕຣເລັຽ ໃຫ້ຄວາມສົນໃຈທີ່ ຈະຮັບເອົາເຂົາເຈົ້າ.

ທ່ານ Brad Adams ຜູ້ອຳນວຍກາຣດ້ານກິຈກັມ ໃນເຂຕເອເຊັຽ ຂອງອົງກາຣປ້ອງກັນ ສິທທິມະນຸສ ດັ່ງກ່າວໄດ້ແຈ້ງວ່າ:

ຣັຖບາລໄທຽ ຍັງສືບຕໍ່ກາຣກັກ ຊາວມົ້ງລາວດັ່ງກ່າວ ທີ່ຍິ່ງເຮັດໃຫ້ເຂົາເຈົ້າ ມີຄວາມຢ້ານກົວ ດ້ານຄວາມບໍ່ປອດພັຍ ຖ້າຫາກຖືກສົ່ງ ກັບເມືອງລາວ ຈຶ່ງຢາກໃຫ້ເຈົ້າ ໜ້າທີ່ໄທຽອະນຸຍາຕ ໃຫ້ເຂົາເຈົ້າໄປຕັ້ງ ຖິ່ນຖານຢູ່ຕ່າງປະເທສ.

ຊາວມົ້ງລາວ 158ຄົນດັ່ງກ່າວ ຊຶ່ງກໍຮວມທັງ ພວກເດັກນ້ອຍບໍ່ຕໍ່າກວ່າ 80ຄົນ ຖືກກັກຢູ່ສູນກັກຂັງ ຢູ່ດ່ານຕໍາຣວຈ ກວດຄົນເຂົ້າເມືອງ ທີ່ໜອງຄາຍ ເປັນເວລາກວ່າ 3 ປີແລ້ວ.

ໃນຂະນະດຽວກັນນີ້ ທາງອົງກາຣປົກປ້ອງ ສິທທິມະນຸສຊົນ ຍັງໄດ້ສົ່ງຈົດໝາຍ ໄປຫາ ທ່ານອະພິສິຕ ເວຊຊາຊີວະ ນາຍົກຣັຖມົນຕຣີໄທຽ ເພື່ອພິຈາຣະນາ ໃຫ້ຄວາມຊ່ວຍເຫລືອ ເຂົາເຈົ້າ ພ້ອມກັບແສດງຄວາມ ເປັນຫ່ວງນຳຊະຕາກັມ ຂອງບັນດາຊາວມົ້ງ ປະມານ 5,000ຄົນ ຢູ່ສູນຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງເພັສບຸນ ຊຶ່ງເຈົ້າໜ້າທີ່ໄທຽ ກໍວ່າຈະສົ່ງ ໃຫ້ທາງກາຣລາວ ຕາມຂໍ້ສັນຍາຣະຫວ່າງ ສອງປະເທສ ທີ່ວ່າຈະໃຫ້ສົ່ງ ແລ້ວໝົດພາຍໃນ ເດືອນທັນວາ 2009 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 13, 2009 08:53 AM

HUMAN RIGHTS MUST BE RESPECTED!