ການຄ້າຣະຫວ່າງ ລາວ-ຈີນ ຂຍາຍຕົວຂື້ນ

ອັຕຣາການຄ້າສອງຝ່າຍ ລາວ-ຈີນ ໃນປີ2009 ມີການຂຍາຍຕົວ ຂື້ນຢ່າງຕໍ່ເນື່ອງ ເປັນເພາະວ່າຈີນໄດ້ ສົ່ງສີນຄ້າຂາຍໃນລາວ ຫລາຍຂື້ນ ແລະໃນຂນະດຽວກັນ ຈີນກໍ່ໄດ້ນຳເຂົ້າສີນຄ້າ ປະເພດແຮ່ທາດຈາກລາວ ຢ່າງຫລວງຫລາຍ ຊື່ງອັຕຣາການຄ້າ ສອງຝ່າຍ ໃນຊ່ວງເດືອນກັນຍາ ປີ 2009 ຈີນ ໄດ້ສົ່ງອອກສີນຄ້າ ໄປຂາຍໃຫ້ລາວ ແລະໄດ້ນຳເຂົ້າສີນຄ້າ ຈາກລາວ ທີ່ຕົກເປັນມູນຄ່າປະມານ 55ພັນລ້ານໂດລາ ແລະມູນຄ່າການຄ້າສອງຝ່າຍ ຈາກເດືອນມົກຣາ ຫາເດືອນກັນຍາ ຣະຫວ່າງ ລາວກັບຈີນ ຕົກຢູ່ປະມານ 505ພັນລ້ານໂດລາ ເພີ້ມຂື້ນ74.4%.
ສິດນີ
2009.11.24

ການສົ່ງອອກຈາກ ຈີນໄປລາວ ໃນປີ2009 ຕົກຢູ່ປະມານ 32ພັນລ້ານໂດລາ ແລະມູນຄ່າການ ສົ່ງອອກສີນຄ້າ ຈາກຈີນທັງຫມົດໄປລາວ ຈາກເດືອນມົກຣາ ຫາເດືອນກັນຍາ ປີ2009 ຕົກຢູ່ປະມານ 254ພັນລ້ານໂດລາ ເພີ້ມຂື້ນປະມານ 26%.

ການນຳເຂົ້າສີນຄ້າ ຈາກລາວຂອງຈີນ ຫລືການສົ່ງອອກຈາກ ລາວໄປຈີນ ໃນຊ່ວງເດືອນກັນຍາ ປີ2009 ມີຢູ່ປະມານ 23ພັນລ້ານໂດລາ ແລະ ອັຕຣາການນຳເຂົ້າ ສີນຄ້າຈາກລາວຂອງຈີນ ເລີ້ມແຕ່ເດືອນມົກກະຣາ ຫາເດືອນກັນຍາປີນີ້ ມີຢູ່ປະມານ 250ພັນລ້ານໂດລາ ສະຫະຣັຖ ເພີ້ມຂື້ນປະມານ 140%.

ສີນຄ້າຈາກລາວໄປຈີນ ສ່ວນໃຫຍ່ກໍ່ແມ່ນສີນຄ້າ ປະເພດກະເສດທີ່ຈີນ ມາລົງທືນໃນລາວ ແລະ ສີນຄ້າປະເພດແຮ່ທາດ ທີ່ນັກລົງທືນຕ່າງຊາດ ມາລົງທືນຂຸດຄົ້ນ ໃນລາວ ດັ່ງ: ຄຳ ກົ່ວ ຊືນແລະຊີເມນ ບໍ່ແມ່ນລາຍໄດ້ ຂອງຣັຖບານລາວ ແມ່ນລາຍໄດ້ຂອງ ບໍຣິສັດຕ່າງປະເທດ ທີ່ມາລົງທືນ ໃນລາວຕ່າງຫາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.