ທໍາລາຍລະເບີດ ເພື່ອພື້ນທີ່ປູກຝັງ
2010.11.08

ກົດຟັງສຽງ
ທາງການລາວ ວາງແຜນທໍາລາຍ ລະເບີດ ໃນເຂດ ພື້ນທີ່ ຊົນນະບົດ ເພື່ອໃຫ້ ປະຊາຊົນ ທີ່ອາສັຍ ຢູ່ຕາມພູດອຍ ຍ້າຍລົງມາ ສ້າງບ້ານ ໃນທົ່ງພຽງ ແລະ ເພື່ອບັນເທົາ ການຕັດໄມ້ ທໍາລາຍປ່າ ຂອງ ປະຊາຊົນ ບັນດາເຜົ່າ. ເນື່ອງຈາກວ່າ ປະຊາຊົນ ທີ່ອາສັຍ ຢູ່ໃນເຂດປ່າ ບໍ່ມີອາຊີບ ໝັ້ນຄົງ, ຊຶ່ງເປັນສ່ວນນຶ່ງ ຂອງບັນຫາ ການຕັດໄມ້ ທໍາລາຍປ່າ. ເຈົ້າໜ້າທີ່ ກ່ຽວຂ້ອງ ໃນການເກັບກູ້ ຣະເບີດ ປະຈໍາ ແຂວງເຊກອງ ກ່າວ ໃນຕອນນຶ່ງ ວ່າ:
“ຣັຖບານລາວ ພຍາຍາມ ທີ່ສຸດ ທີ່ຈະ ສະກັດກັ້ນ ການຖາງປ່າ ບໍ່ໃຫ້ມີ ການຖ່າງປ່າ ນໍາພວກພູດອຍ ລົງມາສູ່ ທົ່ງພຽງ ແລະ ກວດເນື້ອທີ່ ແລະ ກໍກວດດິນ ກວດຣະເບີດ ອອກໃຫ້ເຂົາ ແລະ ກໍປັນດິນດອນ ໃຫ້ເຂົາ ເຮັດໄຮ່ເຮັດນາ.”
ທ່ານ ກ່າວຕໍ່ໄປ ອີກວ່າ ປັດຈຸບັນນີ້ ທາງການລາວ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ໄດ້ສໍາຣວດ ພື້ນທີປູກຝັງ ໃຫ້ແກ່ ປະຊາຊົນ ບັນດາເຜົ່າ ທີ່ອາສັຍ ຢູ່ຕາມເຂດ ພູດອຍ ແລະ ປະຕິບັດ ງານເກັບກູ້ ຣະເບີດ ໃນພື້ນທີ່ ບໍຣິເວນນັ້ນ ເພື່ອຄວາມປອດພັຍ ຂອງປະຊາຊົນ ໃນການປະກອບ ອາຊີພ ແລະ ບ່ອນຢູ່ອາສັຍ.
ນອກຈາກທີ່ ບໍ່ມີອາຊີບ ຄົງທີ່ແລ້ວ, ເສັ້ນທາງ ຄົມມະນາຄົມ ກໍເປັນ ບັນຫາສໍາຄັນ ທີ່ເຮັດໃຫ້ ການຊ່ວຍເຫລືອ ໄປບໍ່ເຖິງ ສົ່ງຜົນໃຫ້ ປະຊາຊົນ ທີ່ຢູ່ໃນເຂດ ພູດອຍ ຕັດຂາດ ຈາກຄວາມຈະເຣີນ, ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:
“ຄົນທຸກຍາກ ມີຫລາຍ ແລ້ວບໍ່ມີ ເສັ້ນທາງ ໄປຫາເຂົາ, ຊ່ອຍເຫລືອ ກໍຍາກ ນໍ້າຖ້ວມ ຈະເອົາເຄື່ອງ ໄປຊ່ອຍ ກໍມີບັນຫາ. ເສັ້ນທາງ ບໍ່ສະດວກ ມັນຕ້ອງໃຊ້ຍົນ ໃຊ້ຫຍັງ ໄປມັນກໍສີ້ນເປືອງ.”
ອີກຢ່າງນຶ່ງ, ໃນເມືອງ ດັກຈຶ໋ງ ແລະ ເມືອງກະລຶມ ເປັນສອງເມືອງ ໃນແຂວງເຊກອງ ທີ່ຍັງມີ ປະຊາຊົນ ທຸກຍາກ ຢູ່ຫລາຍ, ຊຶ່ງປັດຈຸບັນ ທາງການລາວ ພຍາຍາມ ທີ່ຈະຫາ ອາຊີບ ຄົງທີ່ ໃຫ້ກັບ ປະຊາຊົນ ບັນດາເຜົ່າ ແລະ ຫາທາງແກ້ໄຂ ເພື່ອເຮັດໃຫ້ ປະຊາຊົນ ຜູ້ທຸກຍາກ ເຫລົ່ານັ້ນ ຫລຸດພົ້ນ ອອກຈາກ ຄວາມທຸກຍາກ.