ໂຮງງານຜລິຕສິນຄ້າໄມ້ໄຜ່ ແຂວງອັຕປື
2010.11.03
ກົດຟັງສຽງ
ບໍຣິສັທ Ivany Nguyen ໄດ້ຮັບ ອະນຸຍາຕ ຈາກທາງ ກະຊວງ ກະສິກັມ ແລະປ່າໄມ້ ເພື່ອສ້າງຕັ້ງ ໂຮງງານຜລິຕ ສິນຄ້າຕ່າງໆ ຈາກໄມ້ໄຜ່ ຢູ່ແຂວງອັຕປື ທາງພາຄໃຕ້ ຂອງປະເທສ.
ທ່ານ Sam Nguyen ໄດ້ແຈ້ງຕໍ່ ທາງສື່ມວລຊົນ ໃນມື້ວັນທີ່ 2 ພຶສຈິກາ ນີ້ວ່າ ອະນຸຍາຕ ຈາກທາງຫ້ອງກາຣ ກ່ຽວຂ້ອງຂອງລາວ ຕາມເລຂທະບຽນ 1334/SNL ເປັນກາຣ ອະນຸຍາຕ ໃຫ້ທາງ ບໍຣິສັທ ສ້າງຕັ້ງໂຮງງານ ພ້ອມກັບຕຶກ ອາຄາຣ ແລະສະຖານທີ່ ເກັບມ້ຽນ ຕລອດຮອດ ເຮືອນເພາະຊຳ ກ້າໄມ້ໄຜ່ ໃນພື້ນທີ່ ປະມານ 20 ເຮັກຕ໊າຣ໌ ຢູ່ໃນເຂຕ ອຸຕສາຫະກັມ ຂອງ ແຂວງອັຕປື ໂດຽມີຫົນທາງ ຜ່ານໄປມາ ຢ່າງສະດວກ.
ນອກຈາກນັ້ນ ຍັງໄດ້ຮັບ ອະນຸຍາຕ ໃຫ້ມີກາຣ ເຣີ່ມເພື່ອຕັດ ໄມ້ໄຜ່ໄດ້ ຈາກເຂຕພື້ນທີ່ ບໍຣິເວນ ທັງໝົດ ບໍ່ຕໍ່າກວ່າ 5,000 ເຮັກຕ໊າຣ໌ ນຳດ້ວຍ ພ້ອມກັບໄດ້ ເນັ້ນວ່າ ກາຣອະນຸຍາຕ ດັ່ງກ່າວ ແມ່ນໄດ້ຮັບ ຄວາມເຫັນພ້ອມ ຈາກທາງກາຣ ກ່ຽວຂ້ອງທ້ອງຖິ່ນ ໃນແຂວງອັຕປື ເປັນຢ່າງດີ ຊຶ່ງກໍຖືເປັນ ກາຣປະຕິບັຕ ຕາມໂຄງກາຣ ສົ່ງເສີມ ໃຫ້ນັກ ທຸຣະກິຈ ຊາວຕ່າງປະເທສ ເຂົ້າມາລົງທຶນ ໃນເມືອງລາວ ໃຫ້ຫລາຍເພີ່ມຂຶ້ນ ເລື້ອຍໆນັ້ນ.
ທ່ານ Sam Nguyen ໄດ້ກ່າວເນັ້ນ ເພີ່ມວ່າ ທາງບໍຣິສັທ Ivany Nguyen ມີເປົ້າໝາຍ ທີ່ຈະພັທນາ ເຮັດໃຫ້ ບໍຣິສັທ ຂຍາຍເຕີບໂຕ ຂຶ້ນເລື້ອຍໆ ເຖິງຂັ້ນໃຫ້ ເວົ້າໄດ້ວ່າ ເປັນ ບໍຣິສັທ ຜລິຕພັນ ໄມ້ໄຜ່ ແລະສິນຄ້າ ກາຣກະເສຕ ທີ່ໃຫຍ່ທີ່ສຸດ ໃນເຂຕເອເຊັຽ ຕາເວັນອອກ ສ່ຽງໃຕ້ ໃນວັນໜຶ່ງ ຂ້າງໜ້າ ຢ່າງແນ່ນອນ.
ຢ່າງໃດກໍຕາມ ທາງກາຣກ່ຽວຂ້ອງ ຂອງລາວ ກໍບໍ່ໄດ້ ກ່າວເຖິງດ້ານຄ່າ ແລະ ຣະຍະເວລາ ຂອງກາຣໃຫ້ ອະນຸຍາຕ ແກ່ບໍຣິສັທ ດັ່ງກ່າວນີ້ ແຕ່ປະກາຣໃດ.